ດິນໃກ້ຖນົນ 450 ປີບໍ່ມີໃຜ ສົນໃຈ
2014.05.22
ປັດຈຸບັນ ຊາວບ້ານ ຢູ່ຕາມ ແຄມ ຖນົນ 450 ປີ ໃນເຂດ ນະຄອນ ຫລວງ ວຽງຈັນ ປະກາດ ຂາຍ ທີ່ດິນ ຂອງຕົນ ໃນຣາຄາ ສູງ ເພາະ ເປັນທີ່ ຮູ້ຈັກກັນ ດີວ່າ ໃນ ອະນາຄົດ ຫລາຍ ກະຊວງ ຂອງ ຣັຖບາລ ຈະຍ້າຍໄປ ຕັ້ງຢູ່ທີ່ ນັ້ນ ແລະ ຈະກາຍເປັນ ບ່ອນຈະເຣີນ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:
"ດິນມັນ ກວ້າງ ມັນກະມີ ຫຼາຍບ່ອນ ບ່ອນ ຢາກຂາຍ ເຂົາ ກໍຕິດປ້າຍ ໃສ່ຂາຍ ແຖວນີ້ ມັນກະ ເປັນຣາຄາ ຢູ່ແລ້ວ ມັນຢູ່ໃນ ໂຕເມືອງ".
ທ່ານກ່າວ ຕື່ມວ່າ ຍັງມີທີ່ດິນ ອີກຫລາຍ ບ່ອນ ໃນ ເຂດນັ້ນ ທີ່ ປະຊາຊົນ ເຈົ້າຂອງທີ່ດິນ ບໍ່ຢາກຂາຍ ແລະ ຂົນດິນ ມາຖົມ ໃຫ້ສູງຂຶ້ນ ເພື່ອ ປຸກສ້າງ ແລະ ເຮັດ ທຸຣະກິດ ຕົນເອງ.
ຈາກການ ລົງສໍາຫຣວດ ຂອງ ທິມນັກຂ່າວ ພົບວ່າ ຕລອດ ແຄມທາງ 450 ປີ ນັ້ນ ມີການ ປັກປ້າຍ ປະກາດ ຂາຍດິນ ຫລາຍບ່ອນ. ແຕ່ສ່ວນໃຫຍ່ ຍັງບໍ່ທັນ ມີຜູ້ມາ ຊື້ ແລະ ຍັງເປັນດິນ ເປົ່າຫວ່າງ ຢູ່, ບາງເຂດ ມີການ ເລີ້ມປັບ ໜ້າດິນ ສໍາລັບ ກໍ່ສ້າງ ຫ້ອງການ ຂອງ ກະຊວງຕ່າງໆ ແດ່ແລ້ວ.
ຕາມການ ບອກເລົ່າ ຂອງ ປະຊາຊົນ, ແຕ່ກ່ອນ ຖນົນ 450 ປີ ເປັນບ່ອນ ທີ່ ກຸ່ມ ຊາວໜຸ່ມ ໃຊ້ເປັນ ເສັ້ນທາງ ແຂ່ງຣົດກັນ ໃນ ຕອນກາງຄືນ ແລະ ເປັນຖນົນ ທີ່ ອັນ ຕະລາຍ ເພາະ ມີພວກຕິດ ຢາເສບຕິດ ຂີ່ຣົດຈັກ ໄລ່ຟັນ ຊາວບ້ານ ທີ່ຂີ່ຣົດ ໄປມາ ເພື່ອປຸ້ນເອົາ ຊັພສິນ ສິ່ງຂອງ. ແຕ່ ປັດຈຸບັນ ມີຄວາມສງົບ ລົງແລ້ວ ຍ້ອນ ເຈົ້າໜ້າທີ່ ຕໍາຣວດ ໄປປາບປາມ.