ນະຄອນຫຼວງວຽງຈັນ ຈະຂຶ້ນຄ່າ ໃຊ້ຖນົນ

ສິດນີ
2017.07.11
f-road ຍວດຍານພາຫະນະ ທີ່ພວມສັນຈອນ ຕາມເສັ້ນທາງຕ່າງໆ ໃນນະຄອນຫຼວງວຽງຈັນ.
ຖ່າຍຮູບໂດຍ: ລຊ ຖ່າຍເມື່ອປີ 2017

ຊາວນະຄອນຫຼວງວຽງຈັນ ພາກັນຄັດຄ້ານ ແລະວິພາກວິຈານ ຢ່າງກວ້າງຂວາງ ທັງໃນສື່ສັງຄົມອອນລາຍ ແລະ ຕາມສະພາກາເຟຕ່າງໆ ພາຍຫຼັງທີ່ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຮັບຮອງເອົາ ຮ່າງແຜນການ ສ້າງຕັ້ງກອງທຶນທາງ ປະຊາຊົນ ນະຄອນຫຼວງວຽງຈັນ ທີ່ສເນີໂດຍ ທ່ານ ເດດສົງຄາມ ທຳມະວົງ, ຫົວໜ້າຜແນກ ໂຍທາທິການ ແລະຂົນສົ່ງ ປະຈຳນະຄອນຫຼວງວຽງຈັນ. ດັ່ງຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 10 ກໍຣະກະດາ ນີ້ວ່າ:

“ເຊິ່ງຂ້າພະເຈົ້າ ກະບໍ່ຄ່ອຍເຫັນດີປານໃດເນາະ ການເກັບຄ່າທຳນຽມ ໂຕນີ້ຫັ້ນນ່າ ມັນຖືວ່າເປັນການກ້າວກະໂດດເກີນໄປເນາະ ເຊິ່ງໂຕນີ້ ມັນກະສອດຄ່ອງ ເຖິງຣາຍໄດ້ແດ່ ພໍ່ແມ່ປະຊາຊົນ ຜູ້ທີ່ມີຣາຍໄດ້ໜ້ອຍ, ເງິນເດືອນພະນັກງານ ແຕ່ລະເດືອນນີ້ ຮອນໆໃສ່ນີ້ມັນກະຍັງບໍ່ ເຫຼືອຍັງເນາະ. ຄັນແມ່ນຈາກ 50 ມາຂຶ້ນເປັນແສນນຶ່ງ ກະພໍຟັງຢູ່ເນາະ, ກະຢາກໃຫ້ຣັຖບານ ເພິ່ນເບິ່ງຄືນເນາະ”.

ທ່ານກ່າວຕື່ມວ່າ ການເກັບເງິນຄ່າໃຊ້ທາງ 5 ແສນກີບ ຕໍ່ຄັນຣົດປະເພດ 4 ກົງລໍ້ ທັງຣົດເກັງ ແລະ ກະບະຂນາດ 2,999 ຊີໆ ລົງມາ ຖືເປັນການເກັບ ທີ່ແພງເກີນໄປ. ແຕ່ຖ້າເກັບແບບ ຄ່ອຍເປັນຄ່ອຍໄປ ຫຼືຄ່ອຍໆຂຶ້ນ ແບບປີຕໍ່ປີ ກໍຄົງຈະດີກວ່າ.

ຕໍ່ບັນຫານີ້, ຜູ້ສື່ຂ່າວເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໃນຕອນສວາຍ ຂອງວັນທີ 10 ກໍຣະກະດາ 2017, ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ປະຈຳຫ້ອງການ ປະຕິເສດ ທີ່ຈະໃຫ້ຄຳເຫັນ ໃນປະເດັນທີ່ສັງຄົມ ວິພາກວິຈານ ຢູ່ດຽວນີ້.

ໃນຕອນບ່າຍມື້ດຽວກັນນັ້ນ ສະມາຊິກສະພາແຂວງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ຊີ້ແຈງຕໍ່ເອເຊັຽເສຣີວ່າ ເຖິງຈະມີການຮັບຮອງເອົາ ຮ່າງດັ່ງກ່າວ ແລ້ວກໍ່ຕາມ, ແຕ່ກໍບໍ່ໄດ້ ໝາຍຄວາມວ່າ ຈະສາມາດຈັດຕັ້ງ ປະຕິບັດໄດ້ ດັ່ງທ່ານໄດ້ ອະທິບາຍ:

“ພາຍຫຼັງທີ່ສະພາພວກເຮົາຮັບຮອງແລ້ວ ບໍ່ໝາຍຄວາມວ່າ ຊິເອົາໄປຈັດຕັ້ງປະຕິບັດ ໄດ້ໂລດໄດ໋ ເພາະວ່າ ນະຄອນຫຼວງຕ້ອງໄດ້ ໄປສເນີ ຣັຖບານກ່ອນເດ, ຢູ່ສະພາແຫ່ງຊາຕອີກ ເພິ່ນອາຈໄປຄົ້ນຄວ້າອີກ ຕອນນຶ່ງ. ຖ້າວ່າສະພາແຫ່ງຊາຕ ເຫັນດີ ໃຫ້ນະຄອນຫຼວງ ສ້າງຕັ້ງ ມັນຈັ່ງຊິ ປະຕິບັດໄດ້. ຖ້າຫາກວ່າ ສະພາແຫ່ງຊາຕ ຫຼືຣັຖບານ ບໍ່ເຫັນດີ ກະສະແດງວ່າ ຍົກເລີກຫັ້ນແຫຼະ. ກະເຫັນນຳກັນ ຈັ່ງຊີ້ແຫຼະ ຫາງສຽງຂອງປະຊາຊົນ ວິພາກວິຈານ ຫຼາຍສົມຄວນຢູ່”.

ກ່ອນໜ້ານີ້ ໃນກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ເດືອນມົກກະຣາ 2017 ທ່ານ ປະຈິຕ ໄຊຍະວົງ ສະມາຊິກສະພາແຂວງ ນະຄອນຫຼວງ ວຽງຈັນ ຈາກເຂດເລືອກຕັ້ງ ເມືອງໄຊເສດຖາ ກໍເຄີຍປະກອບ ຄວາມເຫັນ ເຕືອນຮ່າງແຜນການ ດັ່ງກ່າວວ່າ:

“ຊ້ຳບໍ່ໜຳເງິນກອງທຶນທາງ ທີ່ພວກເຮົາຈະສ້າງຂຶ້ນນີ້ ສ່ວນນຶ່ງແມ່ນ ປະຊາຊົນເອົາເຂົ້າມາ ລະຊິໃຊ້ໜີ້ເກົ່າ, ອັນນັ້ນສຳຄັນໄດ໋. ເຮົາບໍ່ຄວນ ສ້າງໜີ້ເພີ້ມ ເອົາມາຄວນໄດ້ໃຊ້ເບິດ, ປະຊາຊົນປະກອບສ່ວນ ເຮົາກະຕ້ອງໄດ້ເຮັດຕາມຈຸດປະສົງຂອງຂະເຈົ້າຫັ້ນ ເພາະທຸກຄົນກະຕ້ອງ ປະກອບສ່ວນໃສ່ ລະກະຕ້ອງເຮັດຕາມ ຈຸດປະສົງຂະເຈົ້າ”.

ຮ່າງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນທາງ ປະຊາຊົນ ນະຄອນຫຼວງວຽງຈັນ ໂດຍເກັບເງິນຈາກປະຊາຊົນ ຜູ້ໃຊ້ຣົດໃຊ້ຖນົນນີ້ ທ່ານ ເດດສົງຄາມ ທຳມະວົງ ເຄີຍນຳສເນີມາແລ້ວຄັ້ງນຶ່ງ ເມື່ອກອງປະຊຸມສະພາ ປະຊາຊົນ ນະຄອນຫຼວງວຽງຈັນ ສມັຍ ສາມັນເທື່ອທີ 2 ໃນ ເດືອນ ມົກກະຣາ 2017, ແຕ່ຮ່າງດັ່ງກ່າວ ກໍບໍ່ຖືກຮັບຮອງ ຍ້ອນຫຼັກການຫຼາຍຢ່າງ ຍັງບໍ່ຈະແຈ້ງ. ຕົກມາຮອດກອງປະຊຸມ ສະພາປະຊາ -ຊົນ ນະຄອນຫຼວງວຽງຈັນ ສມັຍສາມັນເທື່ອທີ 3 ທີ່ສິ້ນສຸດ ໃນຕົ້ນເດືອນກໍຣະກະດາ ຜ່ານມານີ້, ຮ່າງດັ່ງກ່າວ ໄດ້ຖືກຮັບຮອງ ເປັນຜົລ ສຳເຣັດ ຈົນເຮັດໃຫ້ ປະຊາຊົນແຕກຕື່ນ ແລະຈົ່ມວ່າເຖິງຄວາມ ບໍ່ເໝາະສົມ ໃນຫຼັກການ ທີ່ໄດ້ນຳສເນີໄປ.

ໃນເບື້ອງຕົ້ນ, ຮ່າງຂໍ້ຕົກລົງສະບັບນີ້ ໄດ້ສເນີເກັບເງິນ ຈາກຊາວນະຄອນຫຼວງວຽງຈັນ ທີ່ເປັນເຈົ້າຂອງຍານພາຫະນະ ປະເພດຕ່າງໆ ໃນ ຣາຄາທີ່ແພງຫຼາຍ. ທາງນະຄອນຫຼວງວຽງຈັນ ຈະແບ່ງເງິນ ຈາກກອງທຶນ ໄປນຳໃຊ້ໃນ 3 ສ່ວນຫຼັກ.

1.ໃຊ້ໜີ້ເກົ່າ ຄິດເປັນມູລຄ່າ 25% ຂອງຈຳນວນເງິນກອງທຶນ.
2. 74% ຂອງຈຳນວນເງິນກອງທຶນ ຈະນຳໃຊ້ເຂົ້າ ໃນການກໍ່ສ້າງ, ສ້ອມແປງ, ບູຣະນະເສັ້ນທາງຕ່າງໆ ໃນຕົວເມືອງ ແລະ
3. 1% ຂອງຈຳນວນເງິນກອງທຶນ ແມ່ນນຳໄປໃຊ້ ໃນບ້ວງຣາຍຈ່າຍ ບໍຣິຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.