ປັດຈຸບັນ ທາງຫ້ອງການເມືອງໂພນໂຮງ ແຂວງວຽງຈັນ ຢາກດຶງຄົນໃນທ້ອງຖິ່ນ ເຂົ້າເຮັດວຽກໃນໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຫຼາຍຂຶ້ນ, ເພື່ອໃຫ້ຄົນງານລາວ ມີວຽກເຮັດ ແລະມີຣາຍໄດ້ ຈາກໂຄງການຣະດັບປະເທດ, ຊຶ່ງຄົນງານສ່ວນໃຫຍ່ ຂອງໂຄງການນີ້ ຍັງ ແມ່ນຄົນຈີນຫຼາຍກວ່າຄົນລາວ, ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ, ເມືອງໂພນໂຮງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 8 ເມສາ ນີ້ວ່າ:
“ຄວາມຈິງ ມັນຕ້ອງແມ່ນລາວ ອາຈຫຼາຍກວ່າ ແຮງງານນິ່ຖືວ່າຢູ່ສັນຍາ ທີ່ຫົກເນາະ ຄົນລາວເຮົານີ້ ມີຈໍານວນຢູ່ໃນຣະດັບສາມຮ້ອຍ ຄວາມຈິງເພິ່ນຢາກ ໃຫ້ຄົນງານລາວ ຕ້ອງຫຼາຍກວ່າຄົນຈີນ.”
ທ່ານວ່າ ຄົນງານລາວ ທີ່ເຮັດວຽກໃນໂຄງການສ້າງທາງຣົດໄຟ ໃນເຂດເມືອງໂພນໂຮງ ຈໍານວນປະມານ 3 ຮ້ອຍຄົນນັ້ນ, ປະກອບດ້ວຍ ຄົນງານແບບມີສັນຍາ ໄດ້ເງິນເດືອນ ແລະ ຄົນງານແບບ ໄດ້ຄ່າຈ້າງເປັນມື້, ຊຶ່ງສ່ວນໃຫຍ່ແມ່ນຄົນງານ ຊາວເມືອງໂພນໂຮງ ແລະເມືອງ ໃກ້ຄຽງ, ສ່ວນຄົນງານຈີນ ທີ່ເຮັດວຽກເຈາະອຸໂມງ ແລະສ້າງທາງຣົດໄຟ ໃນເມືອງໂພນໂຮງ ມີປະມານ 3 ຮ້ອຍປາຍ ຄົນ.

ທ່ານກ່າວຕື່ມວ່າ ການເພີ່ມຄົນງານລາວ ເຂົ້າໃນໂຄງການສ້າງທາງຣົດໄຟ ລາວ-ຈີນ ໃຫ້ມີຈໍານວນຫຼາຍຂຶ້ນນັ້ນ ບໍ່ແມ່ນເຣື້ອງຍາກເກີນໄປ ຍ້ອນຄົນລາວຫຼາຍຄົນສົນໃຈຢາກເຂົ້າເຮັດວຽກ ແຕ່ຕ້ອງຜ່ານການຝຶກອົບຮົມໃນຂັ້ນພື້ນຖານກ່ອນ ແຕ່ຍັງບໍ່ມີຣາຍຣະອຽດຄັກແນ່ກ່ຽວກັບ ການຝຶກສີມືຄົນງານນັ້ນເທື່ອ.
ໜັງສືພິມທາງການລາວ ຣາຍງານວ່າ ໃນຣະຍະທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປລາວ ລົງພື້ນທີ່ຢ້ຽມຢາມໂຄງການສ້າງ ທາງຣົດໄຟ ລາວ-ຈີນ ທີ່ຈຸດສະຖານີ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ທ່ານກໍໄດ້ຮຽກຮ້ອງ ໃຫ້ມີການເພີ້ມແຮງງານລາວ ເຂົ້າເຮັດວຽກໃນໂຄງການນີ້ຫຼາຍຂຶ້ນ.
ປັດຈຸບັນ ໂຄງການສ້າງທາງຣົດໄຟລາວ-ຈີນ ຕັ້ງແຕ່ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ຂໍ້ມູນຫຼ້າສຸດຣະບຸວ່າ ມີຄົນງານລາວ ເຮັດວຽກຈໍານວນ 4,500 ຄົນ, ຄິດເປັນ 28% ຂອງຄົນງານ ທັງໝົດ ທີ່ມີຈໍານວນ 16 ພັນຄົນ.