ນະຄອນຫຼວງຈະບໍ່ຢືມເງິນ ຈີນ
2015.10.09
ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົງ ຜູ້ທີ່ ບໍ່ ປະສົງ ອອກຊື່ ແລະ ອອກສຽງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ, ອີງຕາມ ບົດບັນທຶກ ກອງປະຊຸມ ຂອງ ນາຍົກ ຣັຖມົນຕຣີ, ຮອງ ນາຍົກ ຣັຖມົນຕຣີ ລົງ ວັນທີ 13 ສິງຫາ ນັ້ນ ແມ່ນ ບໍ່ ອະນຸຍາດ ໃຫ້ ຢືມເງິນ ຈາກ ທະນາຄານ ທຸຣະກິດ ຂອງຈີນ ແລະ ທະນາຄານ ທຸຣະກິດ ອື່ນໆ ເພື່ອ ມາກໍ່ສ້າງ ໂຄງຮ່າງ ພື້ນຖານ ຢູ່ ນະຄອນຫຼວງ ວຽງຈັນ.
ໂຄງການ ທີ່ ຖືກຫ້າມ ບໍ່ໃຫ້ ກູ້ຢືມເງິນ ຈາກ ທະນາຄານ ທຸຣະກິດ ນັ້ນມີ, ໂຄງການ ກໍ່ສ້າງ ເສັ້ນທາງ ໃນ ນະຄອນຫຼວງ, ໂຮງໝໍ ວິທຍາໄລ ສຸຂພາບ, ໂຄງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ຕ່າງໆ, ແລະ ໂຄງການ ພັທນາ ສັງຄົມ ອື່ນໆ. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ທ່ານນັ້ນ.
ນອກຈາກນີ້ ຕາມບົດ ບັນທຶກ ກອງປະຊຸມ ດັ່ງກ່າວ ໄດ້ ຣະບຸວ່າ, ຣັບຖານ ລາວ ໄດ້ ມອບໝາຍ ໃຫ້ ກະຊວງ ການເງິນ ຊອກຫາ ແຫລ່ງທຶນ ຈາກ ບ່ອນອື່ນ, ເຊັ່ນ ກອງທຶນ ເສັ້ນທາງ ສາຍໄໝ ຈາກ ທະນາຄານ AIIB, ອົງການ NEDA ແຫ່ງ ປະເທດໄທ, ແຫລ່ງ ທຶນ ຈາກ ປະເທດ ອອສເຕຣັຽ ແລະ ຍີ່ປຸ່ນ ທີ່ ປະກາດວ່າ ຈະເພີ້ມ ເງິນ ກູ້ຢືມ ໃຫ້ ແກ່ ປະເທດ ເຂດ ແມ່ນ້ໍາຂອງ. ຣັຖບານ ລາວ ຍັງຫ້າມ ບໍ່ໃຫ້ ກູ້ຢືມເງິນ ເພື່ອໃຊ້ ໃນ ວຽກງານ ສຶກສາ ສາທາຣະນະສຸຂ, ແຕ່ໃຫ້ ພຍາຍາມ ນໍາໃຊ້ເງິນ ຊ່ວຍເຫລືອ ລ້າ.