ຊາວລາວໄປຂໍໜັງສື ຜ່ານແດນ

ຊາວລາວ ພາກັນໄປ ລຽນແຖວ ລໍຖ້າ ຂໍໜັງສື ຜ່ານແດນ ຢູ່ກະຊວງ ການຕ່າງປະເທດ ນະຄອນຫຼວງ ວຽງຈັນ.

ຊາວລາວທີ່ໄປ ຂໍໜັງສືຜ່ານແດນ ທີ່ກະຊວງການຕ່າງປະເທດ ຢູ່ນະຄອນຫຼວງວຽງຈັນ RFA/PN

ຊາວລາວຈາກແຂວງຕ່າງໆ ໃນທົ່ວປະເທດ ພາກັນໄປ ຂໍໜັງສືຜ່ານແດນ ທີ່ກົມກົງສຸນ ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ ຊຶ່ງທາງຫ້ອງການ ສາມາດອອກໃຫ້ໄດ້ ມື້ນຶ່ງ 4 ຫາ 5 ຮ້ອຍຄົນ ເພື່ອໄປເຮັດວຽກຢູ່ໄທ ໃຫ້ຖືກຕ້ອງ ຕາມກົດໝາຍໃໝ່ ຂອງໄທ ບໍ່ດັ່ງ ນັ້ນ ຈະຖືກປັບໃໝປະມານ 4 ຫາ 8 ແສນບາດ. ດັ່ງເຈົ້າໜ້າທີ່ ກົມກົງສຸນ ເວົ້າວ່າ:

"ມັນກໍມີຫລາຍຢູ່ ແຕ່ວ່າມາຫລາຍຕອນເຊົ້າ ຕອນສວາຍມາ ຄົນກໍຫວາງໆ ເພາະວ່າມາລຽນເອົາ ບັດຄິວ ເພາະວ່າເຮົາກໍເຮັດໄດ້ ມື້ລະ 4 ຫາ 5 ຮ້ອຍຄົນ".

ຊາວລາວ ທີ່ມາຍື່ນຄຳຮ້ອງຂໍໜັງສື ຜ່ານແດນນັ້ນ ໄດ້ຈ່າຍຄ່າທຳນຽມ 4 ແສນກີບ ຕໍ່ຄົນ ຄືໄດ້ຈ່າຍຫລາຍກວ່າ ແຕ່ກ່ອນ ທີ່ໄດ້ຈ່າຍ 3 ແສນ 5 ໝື່ນກີບ ແລະເຮັດໄດ້ມື້ນຶ່ງ ປະມານ 5 ຮ້ອຍຄົນເທົ່ານັ້ນ.

ປະຊາຊົນ ທີ່ໄປຂໍໜັງສືຜ່ານແດນ ຕ້ອງໄດ້ຢືນຕາກແດດ ລໍຖ້າຄິວຂອງຕົນເຖິງ 2-3 ຊົ່ວໂມງ ແລະ ບໍ່ເປັນຣະບຽບ ເຮັດໃຫ້ຫລາຍຄົນ ຈ້າງນາຍໜ້າພາໄປເຮັດ ເຖິງຈະໄດ້ຈ່າຍເງິນ ໃຫ້ໃນຣະຫວ່າງ 3 ຫາ 5 ພັນບາດ ກໍຕາມ. ດັ່ງຜູ້ຮັບພາ ຄົນໄປເຮັດໜັງສື ຜ່ານແດນ ຈາກແຂວງສະຫວັນນະເຂດ ເວົ້າວ່າ:

"ຖ້າວ່າຣາຄາຈ້າງ ກໍເອົາທີ່ມັນສະດວກກໍ 3,500 ກໍ 5 ວັນໄດ້ ແບບວ່າ ຂ້ອຍພາເຈົ້າວິ້ງເອງໄດ໋ນີ້ ເພາະວ່າມີແຕ່ພາເຈົ້າ ວິ້ງເອງໜ່າ ມັນ ຣາຄາຕາຍຕົວແລ້ວນີ້ 3,500 ນີ້ 5 ວັນ ຕາມຄິວ ຄັນຄິວນຶ່ງຂອງເຂົາ ມັນພັນໆສະບັບພຸ້ນ ເຮົາກໍເຮັດໃຫ້ເສັດ ເຮັດເສັດ ຕາມຄາດໝາຍ".

ແຕ່ນີ້ໄປຮອດທ້າຍປີ ກໍຈະມີຄົນງານລາວ ໄປເຮັດໜັງສື ຜ່ານແດນ ຮວມທັງ ຄົນງານລາວ ທີ່ໄປເຮັດວຽກ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ໄທ ທີ່ຈະກັບຄືນ ມາປະເທດ ເພື່ອເຮັດເອກກະສານ ໃຫ້ຖືກຕ້ອງ ຕາມກົດໝາຍ ແລ້ວກັບຄືນໄປ ເຮັດວຽກຢູ່ໄທ ຫລືໄປເຮັດວຽກ ຢູ່ ເກົາຫລີໃຕ້ ແລະ ຍີ່ປຸ່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org