ຮ້ານບັນເທີງກິ່ນດື່ມ ປິດ
2020.04.04
ຮ້ານບັນເທີງ ຮ້ານກິນດື່ມ ຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທຸກຮ້ານປິດບໍຣິການຕາມແຈ້ງການຂອງກະຊວງຖແລງ ຂ່າວ ວັທນະທັມ ແລະທ່ອງທ່ຽວ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອ ໂຄວິດ-19 ພາຍໃນເມືອງນີ້. ຮ້ານບັນເທີງທັງໃຫຍ່ ແລະນ້ອຍ ຢູ່ພາຍໃນເມືອງນີ້ ປິດລົງແລ້ວ ບໍ່ມີສຽງເພັງດັງ ມາຫລາຍມື້ແລ້ວ, ອີງຕາມຄໍາເວົ້າຂອງຊາວບ້ານດອນໜູນ ເມືອງໄຊທານີ ໃນມື້ວັນທີ 4 ເມສານີ້:
"ເພາະວ່າຄໍ່າມາ ເຫັນມິດຢູ່ ບໍ່ມີຮ້ານໃດເປີດແລ້ວນ່າ ເຈົ້າໜ້າທີ່ເພິ່ນກໍລົງກວດ 7 ໂມງ 8 ໂມງໄປ ຮ້ານໃຫຍ່ໆດັງໆ ເຂດນີ້ເພິ່ນກໍປິດ ໝົດແລ້ວ ຕັ້ງແຕ່ວັນທີ 1 ພຸ້ນແຫລະ."
ທ່ານກ່າວຕື່ມວ່າ ປະຊາຊົນພາຍໃນເມືອງໄຊທານີ ຍັງເປັນເຈົ້າການປ້ອງກັນໂຕເອງ ກັກກັນໂຕເອງຢູ່ເຮືອນບໍ່ອອກໄປນອກບ້ານ ຫາກບໍ່ ຈໍາເປັນ ແຕ່ຖ້າຕ້ອງໄດ້ໄປເຮັດວຽກຂ້າງນອກ ກໍໃສ່ຜ້າອັດປາກ-ອັດດັງ ຕາມແຈ້ງການຂອງທາງການ.
ແລະປະຊາຊົນບ້ານ ໂນນຄໍ້ໃຕ້ ເມືອງໄຊເສຖາ ກໍກ່າວວ່າ ປັດຈຸບັນ ຮ້ານບັນເທີງທຸກຮ້ານ ພາຍໃນເມືອງ ປິດບໍຣິການຕາມແຈ້ງການຂອງ ທາງການໝົດແລ້ວ ແລະ ປະຊາຊົນພາຍໃນເມືອງ ສ່ວນໃຫຍ່ກໍກັກ ໂຕເອງຢູ່ເຮືອນ ແລະໝັ່ນລ້າງມືດ້ວຍສະບູ ຫລືເຈລ ຫຼື ເຫຼົ້າເກົ້າສິບ:
"ບໍ່ ບໍ່ ເຂົາເຈົ້າບໍ່ໃຫ້ເປີດເດ໊ ມີແຕ່ໂທຣະໂຄ່ງ ໃຫ້ປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ໃຫ້ຢູ່ເຮືອນ ແລ້ວກໍໃສ່ຜ້າອັດປາກ ເອີ໊ ໄປຂະເຈົ້າກໍ ຣະວັງເອົາຫັ້ນແຫລະ ໄປມາຫາກັນກໍໃຫ້ຣະວັງເອົາ."
ທ່ານກ່າວຕື່ມວ່າ ສະພາບໂຕຈິງ ຮ້ານເຂົ້າປຽກຮ້ານເຝີ ແລະຮ້ານຂາຍເຄື່ອງຍ່ອຍ ຢູ່ເມືອງໄຊເສດຖາ ຍັງເປີດບໍຣິການຕາມປົກກະຕິ, ແຕ່ ຈະປ່ຽນຮູບແບບການຊື້-ຂາຍ ໃຫ້ຢູ່ຫ່າງກັນ, ຄືເອົາເຊືອກຟາງມາກັ້ນ ຣະຫວ່າງຜູ້ຊື້-ຜູ້ຂາຍ 1 ແມັດ ຕາມຄໍາແນະນໍາ ຂອງທາງບ້ານ, ແລະການຂາຍສິນຄ້າ ກໍເປັນແບບຊື້ກັບເມືອເຮືອນເທົ່ານັ້ນ.
ແລະປະຊາຊົນບ້ານ ດົງໂພສີ ເມືອງຫາດຊາຍຟອງ ກໍເວົ້າວ່າ ຮ້ານບັນເທີງພາຍໃນເມືອງ ປິດບໍຣິການໝົດແລ້ວ ຍ້ອນມີເຈົ້າໜ້າທີ່ຕໍາຣວດ ລົງມາກວດກາຢ່າງເຂັ້ມງວດ. ສ່ວນລູກຄ້າ ນັກທ່ອງທ່ຽວ ກໍບໍ່ມີໃຜ ເຂົ້າໄປໃຊ້ບໍຣິການ ຍ້ອນຢ້ານຕິດເຊື້ອ ໂຄວິດ -19:
"ເຂົາກໍປິດຄືກັນແຫລະ ບ້ານອື່ນເຂົາກໍຄົງເຮັດຄືກັນແຫລະ ສ່ວນຫລາຍບໍ່ມີແລ້ວ ເຂົາກໍປິດຄືກັນ ລູກ ເຂົາກໍຢ້ານຄືກັນ ເພາະມັນກໍເປັນ ອັນຕຣາຍເດ໋ ຜູ້ໃດກໍຢ້ານຕໍ່ຊີວິດ ເພິ່ນກໍພັກໝົດ ຜູ້ໃດກໍມາຢູ່ເຮືອນ ຢູ່ຊານ."
ທ່ານກ່າວຕື່ມວ່າ ປັດຈຸບັນ ພາຍໃນເມືອງຫາດຊາຍຟອງ ເຂັ້ມງວດຕໍ່ການເດີນທາງເຂົ້າມາຂອງຄົນງານລາວ ທີ່ໄປເຮັດວຽກຢູ່ໄທ ໂດຍໃຫ້ ພວກເຂົາເຈົ້າ ກັກໂຕເອງຢູ່ເຮືອນ. ແລະວ່າ ພາຍໃນເມືອງ ຈະຍັງບໍ່ ປິດບ້ານ ຄືກັບຢູ່ແຂວງອື່ນ ທີ່ປິດບ້ານ ບໍ່ໃຫ້ຄົນໃນອອກ-ຄົນນອກ ບໍ່ໃຫ້ເຂົ້າ, ໃຫ້ປະຊາຊົນ ເປັນເຈົ້າການປົກປ້ອງໂຕເອງ ໃສ່ຜ້າອັດປາກອັດດັງ, ລ້າງມືເລື້ອຍໆ.
ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສງົບ ສະເພາະກິດ ນະຄອນຫລວງວຽງຈັນ ເວົ້າວ່າ ທີ່ຜ່ານມາຮອດປັດຈຸບັນ ຕໍາຣວດສະເພາະກິດ ປະຕິບັດ ໜ້າທີ່ ເລາະເຂົ້າຮ້ານບັນເທີງ, ຫາກພົບເຫັນຮ້ານເປີດ ບໍຣິການ-ຊຸມແຊວ ຂັດຄໍາສັ່ງຂອງຂັ້ນເທິງ ແມ່ນຈະປັບໃໝ ແລະເຮັດບົດບັນທຶກ. ຖ້າຮ້າຍແຮງ ກໍຈະປິດຮ້ານແບບຖາວອນ ແລະຈະຈັບຄົນໄປໃຊ້ບໍຣິການ ເລາະຫລີ້ນຕາມຮ້ານບັນເທີງ ແລະເຮັດບົດບັນທຶກ:
"ອັນແຄມທາງ ກໍຍັງບໍ່ມີໃຜກິນແລ້ວ ມີແຕ່ຊື້ແລ້ວກັບມາກິນຢູ່ບ້ານ ສ່ວນຫລາຍບໍ່ມີໃຜນັ່ງແລ້ວ. ຮ້ານກິນດື່ມ ຮ້ານຫຍັງກໍໂຈະໝົດ ຕາມຄໍາສັ່ງນາຍຍົກຮັກສາ ໝົດແຫລະ ພວກຂີ້ລັກພ້ອມ ຮ້ານໃດເປີດ ເພິ່ນກໍຕັກເຕືອນ."
ໃນຂນະນີ້ ຮ້ານບັນເທີງ ຮ້ານກິນດື່ມ ທັງຢູ່ເຂດນະຄອນຫລວງວຽງຈັນ ແລະແຂວງອື່ນໆທົ່ວປະເທດລາວ ແມ່ນຢຸດບໍຣິການຊົ່ວຄາວແລ້ວ.