ເຂົ້ານາປີ-ນາແຊງ ບໍ່ໄດ້ຕາມຄາດໝາຍ
2013.02.13

ເຈົ້າຫນ້າທີ່ ກະສີກັມ ແລະ ປ່າໄມ້ລາວ ທ່ານນື່ງ ເວົ້າວ່າ ການເຮັດນາແຊງ ທີ່ ແຂວງວຽງຈັນ ປີນີ້ ຫລຸດເປົ້າຫມາຍ ທີ່ວາງໄວ້ ເພາະຜລິດໄດ້ ພຽງແຕ່ ຮ້ອຍລະ 80% ຂອງເນື້ອທີ່ ເທົ່ານັ້ນ. ສາເຫດນື່ງ ກໍແມ່ນການ ໃຊ້ພັນເຂົ້າ ບໍ່ດີ ແລະສອງ ກໍແມ່ນນໍ້າ ບໍ່ພຽງພໍ ທີ່ຈະສົ່ງເຂົ້ານາ. ທ່ານກ່າວ ໃນຕອນນື່ງວ່າ:
"ບາງເມືອງກໍລື່ນ ບາງເມືອງກໍຫລຸດ ກໍມີບັນຫາ ສຳລັບນາປີ ແລະ ນາແຊງ ນີ້ຫນ່າ ເພາະເຂົາ ໃຊ້ຫລາກຫລາຍ ແນວພັນ ມັນເລີຍເຮັດໃຫ້ ກະທົບເຖິງ ຄຸນນະພາບ ການຂາຍ ມັນເລີຍເປັນ ເຂົ້າປົນ ເມັດສັ້ນ ເມັດຍາວ ມັນບໍ່ ໃຊ້ເຂົ້າ ຊນິດດຽວກັນ ມັນຫລາຍ ແນວພັນ".
ທ່ານກ່າວ ຕໍ່ໄປວ່າ ເປົ້າຫມາຍ ໃນການປູກເຂົ້າ ນາແຊງ ໃນປີນີ້ ທີ່ ແຂວງວຽງຈັນ ແມ່ນແນ່ໃສ່ 20 ພັນ ກວ່າເຮັກຕາ ແຕ່ສາມາດ ປູກໄດ້ພຽງແຕ່ 17 ພັນ ເຮັກຕາ ຫລືປະມານ 84% ເທົ່ານັ້ນ ຖືວ່່າຫລຸດຈາກ ແຜນການ ທີ່ໄດ້ກຳນົດ ໄວ້ຫລາຍ. ຖ້າຄິດໄລ່ 1 ເຮັກຕາ ຜລິດເຂົ້າໄດ້ 3 ໂຕນ ກໍສະແດງວ່າ ໃນປີນີ້ ແຂວງວຽງຈັນ ສາມາດເກັບກ່ຽວ ເຂົ້ານາແຊງ ໄດ້ປະມານ 52 ພັນໂຕນ.
ສາເຫດອື່ນໆ ທີ່ບໍ່ສາມາດ ຜລິດໄດ້ ຕາມທີ່ຄາດໄວ້ ກໍແມ່ນວ່າ 1-ຫລັງຈາກ ເກັບກ່ຽວ ເຂົ້ານາປີ ໃນປີທີ່ຜ່ານມາ ຣາຄາເຂົ້າ ຕົກຕໍ່າ ເຮັດໃຫ້ຊາວ ກະສີກອນ ບໍ່ຢາກປູກເຂົ້າ ຫັນໄປເຮັດ ອາຊີບ ແນວອື່ນ. 2-ຊາວກະສີກອນ ລາວ ຫລາຍຄົນ ຫນີໄປເຮັດວຽກ ທີ່ປະເທດໄທ ເພາະຄ່າຈ້າງສູງ ແລ້ວບໍ່ກັບຄືນ ໄປປູກເຂົ້າ ທີ່ບ້ານຂອງຕົນ. 3-ອ່າງເກັບນ້ຳ ແລະ ການຊົລປະທານ ໃນເຂດປູກຝັງ ບໍ່ໄດ້ ມາຕຖານ ບາງແຫ່ງ ກໍຂາດນໍ້າ. 4-ຊາວນາ ຫັນໄປປູກ ພືຊແນວອື່ນ ແລະ ພື້ນທີ່ນາ ໃນຫລາຍແຫ່ງ ຖືກສຳປະທານ ໃນໂຄງການ ຂອງ ຣັຖບານ ແລະ 5-ຊາວກະສິກອນ ຂາດຄວາມຮູ້ ແລະ ຄວາມຊຳນານ ໃນການປູກເຂົ້າ ພັນໃຫມ່.