ຊາວນະຄອນຫຼວງລໍຖ້າ ຄ່າ ຊົດເຊີຍ
2018.06.20
ຊາວບ້ານຜູ້ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເຂດນະຄອນຫຼວງວຽງຈັນ ຍັງລໍຖ້າການຊົດເຊີຍ ຈາກທາງການ ຢູ່ ພາຍຫຼັງທີ່ຮູ້ວ່າທາງການ ຈະເຣີ້ມຊົດເຊີຍຜູ້ທີ່ໄດ້ຮັບ ຜົນກະທົບໃນເຂດພາກເໜືອ ນັບແຕ່ທ້າຍເດືອນ ມິຖຸນາ ປີ 2018 ນີ້ ເປັນຕົ້ນໄປ, ແຕ່ຊາວບ້ານໃນເຂດ ເມືອງນາຊາຍທອງ ແລະເມືອງໄຊທານີ ຍັງບໍ່ໄດ້ຮັບການແຈ້ງບອກ ຈາກພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຊົດເຊີຍ ນັ້ນເທື່ອ. ດັ່ງຜູ້ໄດ້ຮັບຜົນກະທົບທ່ານນຶ່ງ ໃນເຂດນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ:
"ທາງບ້ານເຮົາຍັງບໍ່ທັນໄດ້ແຈ້ງ ຍັງໆ ບັນຊີບັນເຊຍັງບໍ່ທັນໄດ້ແຈ້ງ ທັມດາເພິ່ນກະວ່າຈັ້ງຊັ້ນຫລະ ຕາມໄດ້ຍິນຂ່າວຕາມກະແສຮູ້ຍິນ. ໂຕຈິງແທ້ມັນຊິເປັນແນວໃດ ເຮົາກະຍັງບໍ່ທັນໄດ້ຮູ້ ເພາະວ່າເຮົາຍັງບໍ່ທັນໄດ້ຮັບຊາບຫັ້ນນ່າ ກະຍັງລໍຖ້າຢູ່ຫັ້ນຫລະ ຍັງລໍຖ້າຢູ່ ໂຕຖືກ ເຮືອນພໍ່ລຸງ ກະມັນເໝິດຫຼັງເລີຍເດ້ ເໝິດດິນເລີຍ."
ຊາວບ້ານທ່ານນີ້ກ່າວຕື່ມວ່າ ຊາວບ້ານຫຼາຍຄົນໃນເຂດໝູ່ບ້ານທ່ານ ແມ່ນຢູ່ສືບມື້ສືບວັນໄປຢ່າງເສັຽເວລາ ຊິໃຫ້ຍ້າຍ ຫຼືບໍ່ໃຫ້ຍ້າຍ ແນວໃດ ພາກສ່ວນກ່ຽວຂ້ອງ ກໍ່ຍັງບໍ່ລົງມາແຈ້ງໃຫ້ ປະຊາຊົນຮູ້ນຳ.
ໃນຂນະດຽວກັນ ເຈົ້າໜ້າທີ່ຂັ້ນເມືອງ ຂອງເມືອງໄຊທານີ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ໄດ້ຮັບການຕິດຕໍ່ ຈາກ ພາກສ່ວນທີ່ກ່ຽວຂ້ອງຢູ່ ແຕ່ເພິ່ນກຳລັງຫາເວລາລົງມາພົບ ແລະອະທິບາຍໃຫ້ປະຊາຊົນເຂົ້າໃຈ ການຊົດເຊີຍນີ້ຢູ່.
"ຍັງບໍ່ທັນໄດ້ລົງມາອະທິບາຍຢູ່ ເພິ່ນກາໂທຫາຢູ່ ແຕ່ວ່າເພິ່ນຍັງຄາວຽກບໍ່ທັນໄດ້ລົງມາແຈ້ງໃຫ້ ປະຊາຊົນໄດ້ຮັບຮູ້ເທື່ອເນາະ ຍັງບໍ່ທັນໄດ້ ເພາະວ່າຂະເຈົ້າ ກາລໍຖ້າເງິນຊົດເຊີຍ ບໍ່ຮູ້ຈັກວ່າເພິ່ນຊິຊົດເຊີຍແນວໃດແດ່ ແຕ່ວ່າພໍປະມານໄດ້ກາຄື ແຕ່ກ່ອນຂະເຈົ້າລົງມາສຳຣວດ ເຮືອນຂະເຈົ້າກາໄລ່ຕ່າງຫາກ, ດິນໄລ່ຕ່າງຫາກ ຫັ້ນນ່າ ແຕ່ລະປະເພດດິນ."
ປະຈຸບັນ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນເຂດຊານເມືອງນະຄອນຫຼວງວຽງຈັນ ກໍ່ມີຄວາມຄືບໜ້າຫຼາຍສົມຄວນ ຊຶ່ງການກໍ່ສ້າງເສົາຕໍໝໍ້ ຂົວໃຫຍ່ນໍ້າຄອນ ທີ່ເປັນຂົວຍາວທີ່ສຸດ ຂອງໂຄງການ 7,5 ກິໂລແມັດ ໄດ້ສຳເຣັດການກໍ່ສ້າງໄປແລ້ວ ເມື່ອວັນທີ 14 ມີຖຸນາ ທີ່ຜ່ານມາ ຊຶ່ງກວມເອົາເຂດບ້ານຊັບ, ບ້ານນາຄູນ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ແລະ ກໍ່ມີການບຸກເບີກ ແລວເສັ້ນທາງລົດໄຟມາຮອດ ເຂດບ້ານ ດົງຊຽງດີ ຕໍ່ໃສ່ບ້ານໜອງວຽງຄຳ ແລະບ້ານນາທົ່ມ ເມືອງໄຊທານີ ເປັນທີ່ຮຽບຮ້ອຍແລ້ວ.
ເຖິງແນວໃດກໍ່ຕາມ ເມື່ອອາທິດຜ່ານມາ ທ່ານ ບຸນຈັນ ສີນທະວົງ ຣັຖມົນຕຣີ ກະຊວງໂຍທາທິການແລະຂົນສົ່ງ ໄດ້ຣາຍງານຕໍ່ກອງປະຊຸມ ສະພາ ວ່າສຳລັບມູນຄ່າຊົດເຊີຍ ທັງໝົດທີ່ສັງລວມໄດ້ ຈາກຄນະກັມມະການ ໄກ່ເກັ່ຍຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ມູນຄ່າການ ກໍ່ສ້າງ ທີ່ເຊື່ອມຕໍ່ເຂົ້າ 11 ສະຖານີ ທີ່ີ່ຣັຖບານຮັບຜິດຊອບຊົດເຊີຍ ໃຫ້ປະຊາຊົນທັງໝົດ 2,492 ຕື້ກີບ ຈະເຣີ້ມເບີກຈ່າຍ ໃນທ້າຍເດືອນ ມີຖຸນາ ປີ 2018 ເປັນຕົ້ນໄປ.