ຊາວຄ້າຂາຍຈົ່ມເຄື່ອງຂາຍ ບໍ່ອອກ

ໄຊຍາ
2020.10.02
F-Boat-VT ການມາຕັ້ງຮ້ານຄ້າຂາຍ ກໍເຫັນວ່າບາງຕາ ແລະ ຜູ້ຄົນທີ່ມາທ່ຽວ ກໍບໍ່ແອອັດກັນປານໃດ. ຮູບຖ່າຍ ວັນທີ 2 ຕຸລາ 2020. (TS)
RFA

ປີນີ້ການຈັດງານບຸນອອກພັນສາ ປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ແມ່ນຈັດຂື້ນ ຖ້າມກາງ ຜົລກະທົບຂອງພຍາດໂຄວິດ-19 ເຊີ່ງທາງຄະນະກັມມະການຈັດງານ ຢັ້ງຢືນວ່າເປັນການຈັດສະຫຼອງຕາມຮີດຄອງ ແລະ ຈັດບໍ່ໃຫຍ່ຄືກັບປີ ຜ່ານມາ ໃນນັ້ນກໍໄດ້ຫຼຸດຈຳນວນເຮືອເຂົ້າແຂ່ງຂັນ ແລະ ກຳນົດສະຖານທີ່ຄ້າຂາຍລົງຕື່ມ. ຕໍ່ກັບບັນຫາ ດັ່ງກ່າວຊາວຄ້າຂາຍ ທີ່ເຂົ້າມາ ວາງສີນຄ້າໃນງານກໍພົບ ກັບບັນຫາການເກັບຄ່າເຊົ່າແພງ.

ດັ່ງແມ່ຄ້າຂາຍເສື້ອຜ້າທີ່ເຊົ່າ ຢູ່ສວນເຈົ້າອະນຸວົງ ໄດ້ກ່າວຕໍ່ເອເຊັຽເສຣີ ເມືອວັນທີ 02 ຕຸລາວ່າ: ປີນີ້ຄ່າເຊົ່າແພງຫຼາຍ ຕົກລອກລະ 3,7 ລ້ານ ກີບຕໍ່ງານ ແລະ ຍັງເກັບຄ່າເຊົ່າບໍ່ເທົ່າກັນຮ້ານ ທີ່ຢູ່ທາງຂ້າງກັບ ເກັບ 2 ລ້ານກີບ.

"ແຕ່ລະບຸຕກໍຂາຍ ແຕ່ຣາຄາບໍ່ເທົ່າກັນ, ແຕ່ຂນາດວ່າເຈົ້າຂອງດຽວກັນ ເອື້ອຍຂາຍ 3 ລ້ານ 7 ແສນ 50 ພັນກີບ ຄົນຂ້າງໆຢູ່ຕິດກັນຂາຍ 2 ລ້ານ ໃຫ້ເຂົາເຈົ້າ ເອື້ອຍລະບໍ່ເຂົ້າໃຈ ໂຕຂໍ້ນີ້ມັນຄືບໍ່ມີພາກສ່ວນ ເຂົາເຈົ້າກ່ຽວຂ້ອງແບບວ່າ ມາກວດສອບອີ່ຫຍັງບໍ່, ບໍ່ໄດ້ຂາຍໜ້າທີ່ຈະ ມາຄືນໃຫ້ເຮົານໍາ ແລ້ວຊ່ວງວິກິດຈັ່ງຊີ້ຫັ້ນນ່າ ແບບບໍ່ຍຸຕິທັມຫັ້ນ່າ."

ຂນະທີ່ແມ່ຄ້າອີກຄົນນຶ່ງທີ່ເຊົ່າຢູ່ສວນເຈົ້າອະນຸວົງ ຂາຍເສື້ອຜ້າເດັກນ້ອຍ ແຕ່ກັບຂາຍບໍ່ໄດ້ດີ ເຖີງແມ່ນວ່າຈະຫຼຸດຣາຄາສີນຄ້າ 50% ແລ້ວ ກໍຕາມ. ເຊີ່ງຂາຍມາສອງມື້ໄດ້ເງິນ 5 ແສນກີບ ບໍ່ພໍຈ່າຍຄ່າເຊົ່າ 2,5 ລ້ານກີບ.

"ຄ່າທີ່ກໍແພງ 2 ລ້ານ 5 ແສນກີບ ແລະມັນບໍ່ມີນະໂຍບາຍຍັງບໍ່ຮູ້ຊິ ເວົ້າຂໍ້ເສັຍເກືອບ 90% ຫັ້ນແຫຼະ ເພາະວ່າປີນີບໍ່ມີລູກຄ້າ ເລີຍຄືມື້ຄືນ ເນາະ ພະຍຸເຂົ້າບໍ່ໄດ້ ຂາຍເຄື່ອງຄ້າຍໆ ຄືວ່າມາເສັຍຄາທີ່ລ້າໆ ຫຼຸດ 50% ກໍຍັງບໍ່ມີໃຜ."

ຍານາງໄດ້ກ່າວຕື່ມວ່າຢາກໃຫ້ພາກສ່ວນກ່ຽວຂ້ອງ ຫຼຼຸດຄ່າເຊົ່າທີ່ໃຫ້ແມ່ຄ້າ ຄືກັນເນື່ອງຈາກ ວ່າໂຕເອງເຄີຍໄປຕັ້ງຮ້ານເຊົ່າຂາຍເຄື່ອງຢູ່ ງານບຸນທາດຫຼວງຈ່າຍຄ່າເຊົ່າຮ້ານ 1 ລ້ານ ປາຍກີບ ຍ້ອນພາກສ່ວນ ກ່ຽວຂ້ອງ ຫຼຸດຄ່າເຊົ່າຮ້ານ ໃຫ້ຊາວຄ້າຂາຍ ທີ່ມີໃບອະນຸຍາດ ຂາຍເຄື່ອງ.

ສ່ວນຊາວຄ້າຂາຍເຄື່ອງນອນ ເວົ້າວ່າປີນີ້ຈ່າຍຄ່າເຊົ່າຮ້ານ 4 ລ້ານກີບ ຖືວ່າບໍ່ແພງສ່ວນຜູ້ຢູ່ຮ້ານທາງຂ້າງກໍຈ່າຍຄືກັນ ເນື່ອງຈາກປີຜ່ານມາ ເຊົ່າຮ້ານຢູ່ລອກເກົ່າ ຈ່າຍເຖີງ 6-7 ລ້ານກີບ ຕໍ່ງານບຸນ.

"ເຮົາຈ່າຍແຮງແພງເຮົາຈ່າຍໃຫ້ 4 ລ້ານພຸ້ນ ເພາະວ່າເຮົາເລືອກກ່ອນ ໝູ່ມັນຂື້ນກັບວ່າເຮົາເລືອກກ່ອນເດ້ ເຮົາໄດ້ເລືອກກ່ອນ ກໍຕ້ອງ ແພງກ່ອນ ແຫຼະບໍ່ມີຄົນຊື້ນີ້ບໍ່ ເຮົາກໍເບີ່ງຕາມ ສະພາບອາກາດນ່າ ເຮົາຊິ ເວົ້າໃຫ້ເຂົາບໍ່ໄດ້ເດ້. ເພາະວ່າເຮົາກໍລົງຫຼາຍປີແລ້ວ ຄົນມັນກໍ ຈະຫຼາຍມື້ສຸດທ້າຍ ບັງເອີນມື້ວານນີ້ ຝົນຕົກເຮົາກໍບໍ່ໄດ້ຂາຍ ຄືກັນປີກາຍນີ້ນ່າຮູ້ສຶກ 6-7ລ້ານ ຮູ້ສຶກມັນຖືກແຕ່ລະປີ."

ຕໍ່ກັບເຣື່ອງນີ້ເຈົ້າໜ້າທີ່ ສວນເຈົ້າອະນຸວົງ ທີ່ຮັບຜິດຊອບໃຫ້ເຊົ່າ ຮ້ານຂາຍເຄື່ອງໃນງານບຸນ ກ່າວວ່າ ຈະໃຫ້ຫຼຸດຣາຄາຄ່າເຊົ່າໃຫ້ຊາວ ຄ້າຂາຍທີ່ມາເຮັດສັນຍາເຊົ່າບໍ່ໄດ້ ເນື່ອງຈາກຫ້ອງ ການສວນໄດ້ຕົກລົງ ເຊົ່າກັນທີ່ໃນຣາຄາທີ່ຕົກລົງກັນ ແຕ່ທຳອິດແລ້ວ. ປີນີ້ຖືວ່າ ຫ້ອງການສວນ ສັມປະທານ ໂດຍຣາຍຮັບ ທີ່ໄດ້ຈາກການເກັບຄ່າເຊົ່າ ຕ້ອງໄດ້ຈ່າຍ ພັນທະໃຫ້ຫ້ອງການປົກຄອງ ເມືອງຈັນທະບູລີ ຈຳນວນ 600 ລ້ານກີບ.

"ຕັ້ງແຕ່ທຳອິດພໍໃຈ ໃນຣາຄານີ້ແລ້ວເນາະພວກເຮົາ ຈື່ງໄດ້ຊີືບົດນໍາກັນ ຫັ້ນນ່າແລ້ວພວກເຮົາຊິມາລົມ ຂໍຫຼຸດອີກບາດສຸດທ້າຍ ຈົນຈົບ ແລ້ວງານນີ້ ກໍບໍ່ໄດ້ເພາະວ່າເຮົາ ໄດ້ສະຫຼຸບບັນຊີ ຊິສົ່ງໃຫ້ຫົວໜ້າໄປແລ້ວ ເພາະວ່າໂຕນີ້ພວກເຮົາ ຕ້ອງໄດ້ໄປຖອກພັນທະໃຫ້ເມືອງ ເພີ່ນຄືກັນພໍໄດ້ມາພວກເຮົາ ກໍບໍໍ່ໄດ້ອີຫຍັງນະ ໃຫ້ເພີ່ນກໍ 600 ລ້ານກີບ ຖ້າວ່ານ້ອງໄດ້ ຍ່າງເລາະຢູ່ແຖວ ຄອກຣົດ ເນາະມັນຈະລໍ ເຕັມເລີຍມັນຈະເປັນວ່າງໆເລີຍ."

ທາງດ້ານເຈົ້າໜ້າທີ່ເມືອງຈັນທະບູລີ ທີ່ເປັນເຈົ້າພາບຈັດງານບຸນຊ່ວງເຮືອ ປີນີ້ກ່າວວ່າຍັງບໍ່ຮູ້ ກ່ຽວກັບບັນຫາທີ່ເກີດຂື້ນ ແລະມອບໃຫ້ຜູ້ ສຳປະທານຮັບຜິດຊອບ. ແຕ່ຖ້າຊາວຄ້າຂາຍຄິດ ວ່າຣາຄາແພງ ກໍບໍ່ຕ້ອງເຊົ່າແຕ່ເທື່ອທຳອິດ.

"ທຳມະດາແຫຼະ ກໍມີອັນຂື້ນອັນລົງຫັ້ນແຫຼະ ຍັງບໍ່ຮູ້ນໍາເຂົາເຈົ້ານ່າ ມອບໃຫ້ສວນມັນຕັ້ງ ເປັນຄັນມັນແພງກໍບໍ່ຕ້ອງຊື້ກໍແລ້ວໄປ ອັນຊື້ມາ ແລ້ວ ແລ້ວຈົ່ມວ່າແພງບໍ່ແມ່ນ ອັນນີ້ 2 ຝ່າຍຕົກລົງກັນເດ້."

ງານບຸນອອກພັນສາປະວໍຣະນາ ແລະ ງານຊ່ວງເຮືອ ປະເພນີ ທີ່ທ່າວັດຈັນປີນີ້ ແມ່ນຈັດນ້ອຍລົງ ໂດຍທາງເມືອງຈັນທະບູລີ ເຈົ້າພາບ ຈັດແຂ່ງເຮືອນ້ອຍ 12 ສີພາຍ ແລະ ຫຼຸດການຈັດ ງານຈາກ 5 ວັນ ເຫຼືອ 3 ວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.