ນັກທຸຣະກິດ ອອສເຕຣລຽນ ເປັນນຶ່ງ ໃນ ດອກງິ້ວຄໍາ
2018.02.02

ທາງການສະຫະຣັຖອະເມຣິກາ ກ່າວຫາ ນັກທຸຣະກິດ ອອສເຕຣລຽນ ວ່າເປັນໂຕ ການສໍາຄັນ ໃນການບໍຣິຫານ ໂຮງຄາຊີໂນ ຄິ້ງໂຣມັນ ຢູ່ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ ຊຶ່ງເຕັມໄປດ້ວຍການ ກໍ່ອາຊຍາກັມ ຕ່າງໆເປັນຕົ້ນການ ຟອກເງິນ, ການຄ້າສັດປ່າ, ຢາເສບຕິດ ແລະ ການຄ້າມະນຸດ.
ກະຊວງການຄັງ ຂອງສະຫະຣັຖອະເມຣິກາ ກ່າວຫາ ທ່ານ Eberahim Abbas ປັດຈຸບັນເປັນຫົວໜ້າ ຮັກສາຄວາມປອດພັຍ ແລະເປັນ ອາດີດ ຜູ້ຈັດການໂຮງຄາຊີໂນ ຄິ້ງໂຣມັນ ແລະທັງເປັນຜູ້ຕາງໜ້າ “ອົງການອາຊຍາກັມຂ້າມຊາດ” ຂອງ ທ້າວ Zhao Wei ທີ່ເປັນຄົນຈີນ, ເຈົ້າຂອງໂຮງຄາຊີໂນ ນັ້ນນໍາດ້ວຍ.
ໃນອາທິດນີ້ ມາດາມ Sigal Mandelker ເຈົ້າໜ້າທີ່ຣະດັບສູງ ຝ່າຍຕ້ານການກໍ່ການຮ້າຍ ແລະສືບສວນດ້ານການເງິນ ກະຊວງການຄັັງ ສະຫະຣັຖອະເມຣິກາ ກ່າວຫາແກັງ ” “ທີ່ກໍ່ອາຊຍາກັມຜິດກົດໝາຍ ຢູ່ໂຮງຄາຊີໂນດັ່ງກ່າວ ຮວມທັງການຄ້າມະນຸດ ແລະການບັງຄັບ ເດັກນ້ອຍແມ່ຍິງ ໃຫ້ເປັນໂສເພນີ, ການຄ້າຢາເສບຕິດ ແລະການຄ້າສັດປ່າ”.
ຢ່າງໃດກໍຕາມ ທ່ານ Eberahim Abbas ກໍຍັງບໍ່ທັນຖືກຕັ້ງຂໍ້ຫາຄະດີ ອາຍາ ຢ່າງເປັນທາງການ ໃດໆນັ້ນເທື່ອ. ທ່ານ Abbas ແມ່ນນຶ່ງ ໃນຈໍານວນ 4 ຄົນ ແລະ 3 ບໍຣິສັດ ຊຶ່ງພົວພັນກັບໂຮງຄາຊີໂນ ທີ່ຖືກລົງໂທດ ທາງເສຖກິດ ເຊັ່ນ ຫ້າມບໍ່ໃຫ້ຄົນ ອາເມຣິກັນ ພົວພັນ ແລະເຮັດທຸຣະກິດ ກັບຄົນອອສເຕຣລຽນ ຜູ້ນີ້.