ກັມມະກອນ ພະນັກງານ ຫ້າງຮ້ານ ວ່າຊ່ອຍແດ່

ອະວາຣີ
2021.05.22
ກັມມະກອນ ພະນັກງານ ຫ້າງຮ້ານ ວ່າຊ່ອຍແດ່ ຢູ່ ນະຄອນຫຼວງວຽງຈັນ ຜູ້ຄົນກໍເລີ່ມອອກມາໃຊ້ຊີວິດ ຕາມປົກກະຕິແດ່ແລ້ວ.
RFA

ອົງການອາຫານ ແລະ ການກະເສດ ທີ່ເປັນອົງການນຶ່ງ ຂອງສະຫະປະຊາຊາດ ຣາຍງານວ່າ ຍ້ອນໄດ້ຮັບຜົນກະທົບຈາກການ ຣະບາດຂອງໂຄວິດ-19, ປະເທດລາວ ມີຄົນຫວ່າງງານ ໃນກາງປີກາຍທັງໝົດ 3 ແສນ 50 ພັນຄົນ ໃນນັ້ນ ປະມານສອງແສນຄົນ ແມ່ນຄົນງານລາວ ທີ່ເດີນທາງກັບຈາກປະເທດໄທ.

ແນ່ນອນວ່າ ປັດຈຸບັນ ຄົນງານເຫລົ່ານີ້ ກໍຍັງຫວ່າງງານຢູ່ ແລະຈຳນວນຄົນຫວ່າງງານ ກໍອາດເພິ້ມຂຶ້ນ ເພາະໂຄວິດ-19 ຍິ່ງ ຣະບາດແຮງຢູ່ລາວ, ທຸກແຂວງ ປິດບ້ານປິດເມືອງ, ແລະ ທຸຣະກິດ ໂຮງຈັກໂຮງງານຫລາຍແຫ່ງ ກໍຖືກປິດເຊັ່ນດຽວກັນ.

ບໍ່ພຽງແຕ່ຄົນຫວ່າງງານ, ປະຊາຊົນທົ່ວໄປ ກໍໄດ້ຮັບຜົນກະທົບຢ່າງໜັກ ຂາດຣາຍໄດ້ ຣາຍຮັບ ບໍ່ມີເງິນຊື້ກິນແລະຈ່າຍຄ່ານ້ຳ ຄ່າໄຟ. ຊາວລາວຄົນນຶ່ງ ທີ່ຫາກໍຫວ່າງງານ ຈົ່ມຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 27 ເມສາ 2021 ນີ້ວ່າ ເຂົາບໍ່ມີເງິນຈຳເປັນຕ້ອງ ຂາຍຄຳ ເພື່ອໃຊ້ໜີ້ ແລະ ຈ່າຍຄ່ານ້ຳຄ່າໄຟ:

“ຊ່ວງໂຄວິດ ກໍສາຫັດຢູ່ ບໍ່ມີເງິນ ກະເອົາຄຳໄປຂາຍ ຊື້ມາ ມັນກໍຂາດທຶນບໍ່ຫລາຍ ຂາດທຶນດ້າມແສນສອງແສນ ເອົາໄປຊຳຣະໜີ້ ຄ່າທະນາຄານ ງວດນັ້ນງວດນີ້ ແດ່ຫັ່ນແຫລະ ຫລາຍໆຢ່າງ ຈ່າຍຄ່ານ້ຳຄ່າໄຟ ສ່ວນຫລາຍແມ່ນ ເອົາໄປໃຊ້ໜີ້ຫລາຍກ່ອນ.”

ຜູ້ຫວ່າງງານອີກຄົນນຶ່ງ ຢູ່ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ຣັຖບານ ຫລຸດຄ່ານ້ຳຄ່າໄຟ ເພາະປະຊາຊົນ ບໍ່ໄດ້ເຮັດວຽກ:

“ປີນີ້ຖືກວ່າຣະບາດຫລາຍ ກໍຢາກໃຫ້ທາງວິຊາການ ທາງໄຟຟ້າ ຫັ່ນແຫລະບວກລົບຄູນຫານ ຄວນຫລຸດຊ່ຳໃດແນວໃດ ມັນເໝາະ ມັນສົມ ມັນຄວນ ຫລຸດຜ່ອນໄດ້ຊ່ຳໃດ ປະຊາຊົນ ເຮົາກະພໍໃຈ.”

ຕໍ່ຄຳຮຽກຮ້ອງເຫລົ່ານັ້ນ ຕາມຣາຍງານ ຂອງ ວິທຍຸແຫ່ງຊາດລາວ ໃນມື້ນີ້ ວັນທີ່ 29 ເມສາ 2021, ຄະນະສະເພາະກິດດ້ານ ເສຖກິດ ໄດ້ປະຊຸມປຶກສາຫາລື ເພື່ອຫາທາງແກ້ໄຂ ຜົນກະທົບ ໃນໄລຍະການລະບາດ ຂອງພຍາດໂຄວິດ-19 ໃນຮອບທີ 2 ນີ້ ໂດຍໄດ້ປຶກສາຫາລືກັນ ກ່ຽວກັບວຽກງານນະໂຍບາຍ ດ້ານການເງິນ, ນະໂຍບາຍສິນເຊື່ອ, ນະໂຍບາຍ ດ້ານແຮງງານ, ການຄຸ້ມຄອງການຜລິດ, ລາຄາສິນ ຄ້າ, ການຈະຣາຈອນ ແລະຂົນສົ່ງສິນຄ້າ, ແລະ ນະໂຍບາຍດ້ານສັງຄົມ ລວມແລ້ວມີ 5 ບັນຫາ ທີ່ສຳຄັນສຳຄັນດັ່ງນີ້:

1. ໃນດ້ານນະໂຍບາຍການເງິນ ທາງການທີ່ກ່ຽວຂ້ອງ ຈະຄົ້ນຄວ້າຜ່ອນຜັນພາສີ-ອາກອນ ແລະ ເລື່ອນເວລາການຊຳລະພາສີ- ອາກອນ, ຄ່າທຳນຽມ ແລະ ອື່ນໆ ເພື່ອຫລຸດຜ່ອນ ພາລະການໃຊ້ຈ່າຍ ຂອງທຸຣະກິດ ແລະ ປະຊາຊົນທົ່ວໄປ.

2. ດ້ານນະໂຍບາຍສິນເຊື່ອ ທາງການ ຈະກວດກາຕື່ມບັນດາ ຫົວໜ່ວຍທຸຣະກິດ ທີ່ສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພຍາດດັ່ງກ່າວ ແລະ ຈະຊອກຫາທາງຊ່ວຍເຫລືອ ດ້ານສິນເຊື່ອເພີ່ມຕື່ມ, ພ້ອມທັງປຶກສາຫາລື ວຽກງານສນອງສິນເຊື່ອ ໃນໂຄງການຟື້ນຟູເສຖກິດ ແລະ ໂຄງການສົ່ງເສີມທຸຣະກິດ ຂນາດນ້ອຍ ແລະ ກາງ.

3. ໃນນະໂຍບາຍດ້ານແຮງງານ ທາງການ ຈະຄົ້ນຄວ້າ ວິທີການຊ່ວຍເຫລືອ ອຸດໜູນ ຜູ້ ທີ່ໄດ້ຮັບຜົນກະທົບ ຢູ່ໃນລະບົບປະກັນ ສັງຄົມ, ເກັບກຳຂໍ້ມູນຄົນງານ ທີ່ໄດ້ຮັບ ຜົນກະທົບ ຢູ່ນອກລະບົບໃນທົ່ວປະເທດ, ວາງແຜນຊ່ວຍເຫລືອ ແບບປະຊາສົງເຄາະ ຕາມເງື່ອນໄຂທີ່ມີ ແລະ ຈັດສັນຄົນຫວ່າງງານ ເຂົ້າສູ່ລະບົບການຈ້າງງານ.

4. ດ້ານການຄຸ້ມຄອງການຜລິດ ແລະລາຄາສິນຄ້າ, ຣັຖບານ ຈະພຍາຍາມອຳນວຍຄວາມສະດວກ ໃຫ້ແກ້ການຈະຣາຈອນ ແລະ ຂົນສົ່ງສິນຄ້າ ບໍ່ໃຫ້ອັ່ງອໍລະຫວ່າງ ແຂວງແລະແຂວງ, ພາຍໃນແຂວງຫາດ່ານສາກົນ ແລະ ແກ້ໄຂບັນຫາຄ່າບໍຣິການ ຂົນສົ່ງ ທີ່ແພງ.

5. ນະໂຍບາຍດ້ານສັງຄົມ ແລະປະຊາຊົນ, ຣັຖບານ ໄດ້ສະເໜີໃຫ້ຂະແໜງການ ທີ່ກ່ຽວຂ້ອງ ຄົ້ນຄວ້າຕື່ມວ່າມີນະໂຍບາຍຊ່ວຍ ສັງຄົມ ແລະ ປະຊາຊົນແນວໃດ ໃນການ ຫລຸດລາຄາໄຟຟ້າ, ຄ່ານ້ຳປະປາ, ຄ່າໂທລະສັບ, ອິນເຕີເນັດ, ການບໍຣິການຂີ້ເຫຍື້ອ ແລະອື່ນໆ.

ຕໍ່ສະພາບການການຣະບາດ ຄັ້ງໃຫຍ່ຂອງໂຄວິດ-19 ໃນປະເທດລາວເທື່ອນີ້ ປະຊາຊົນ ສ່ວນຫລາຍ ກໍໃຫ້ຄວາມຮ່ວມມືກັບ ຣັຖບານເປັນຢ່າງດີ, ພ້ອມກັນກັກໂຕຢູ່ເຮືອນ ບໍ່ຈຳເປັນ ກໍບໍ່ໄປໃສ ຖ້າຈະຊຸມແຊວສັງສັນ ຊາວລາວບາງຄົນ ກໍພຽງແຕ່ຊຸມແຊວ ກັນເປັນກຸ່ມ ນ້ອຍໆຢູ່ເຮືອນ ດັ່ງ ຊາວນະຄອນຫລວງວຽງຈັນຜູ້ນຶ່ງ ໄດ້ກ່າວວ່າ:

“ເຫັນຢູ່ໃນບ້ານໃນເຮືອນ ແຕ່ເຂົາກໍບໍ່ໄດ້ ເປີດເພັງເປີດ ຫຍັງດອກ ແຕ່ເຂົາກໍບໍໄດ້ຈະເປີດເພັງສຽງດັງ ກິນແລ້ວກໍສົນທະນາກັນ ຊື່ໆ. ປກສ ເພິ່ນກໍຫ້າມຢູ່ ບໍ່ໃຫ້ເຮັດ.”

ຄົນລາວອີກຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກໍກ່າວວ່າ ປັດຈຸບັນ ປະຊາຊົນ ຜູ້ໃດ ກໍຢ້ານ ຢ້ານຕິດໂຄວິດ-19 ບໍ່ມີຈິດໃຈຈະສັງສັນ ມ່ວນຊື່ນ:

“ບໍ່ຄອຍເຫັນດອກ ເບື່ອໜ່າຍໂຄວິດ ເບື່ອໜ່າຍສະຖານະການ ເຂົາກໍບໍ່ມີບັນຍາກາດ ແບບຫັ່ນດອກ ກິນກັບຄືນໃນຄອບຄົວເລັກໆ ນ້ອຍໆ ສ່ວນຫລາຍກົວ ຫລາຍ ມີແນວ ຄິດຢ້ານກົວ ບໍ່ຊະລາໃຈ.”

ຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ແລະຕຳແໜ່ງ ກໍຊີ້ແຈ້ງຕໍ່ວິທຍຸເອເຊັຍເສຣີວ່າ ບາງເທື່ອເຈົ້າໜ້າທີ່ ກໍກວດເຫັນ ປະຊາຊົນບາງກຸ່ມ ບາງຄົນ ແລະຢູ່ບາງບ່ອນບາງເຮືອນ ກໍຍັງຊຸມແຊວກັນຢູ່:

“ມີກໍສ່ວນນ້ອຍ ລົດນ້ອຍຖອຍລົງ ໄປຫລາຍ ກໍມີການໂຄສະນາ ກໍເຄີຍແຈ້ງເຄີຍເຕືອນ ຢູ່ບັນດາເມືອງ ກໍເຄີຍແຈ້ງເຄີຍເຕືອນ ຕລອດ.”

ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສງົບ ຢູ່ແຂວງສວັນນະເຂດ ກໍກ່າວກັບວິທຍຸເອເຊັຍເສຣີ ວ່າ ເຈົ້າໜ້າທີ່ປກສ ໂດຍສະເພາະຢູ່ໃນ ເມືອງ ກໍໄດ້ປະກາດຫ້າມການເຄື່ອນໄຫວຫລາຍຢ່າງ ແລະກໍໄດ້ຕິດຕາມກວດກາ ເປັນປະຈຳ:

“ມີຂໍ້ຫ້າມແລ້ວ ມັນມີຂໍ້ຫ້າມຈາກຂັ້ນເທິງ ກໍຕ້ອງໄດ້ປະຕິບັດຕາມ ມີການຫ້າມກໍຕ້ອງມີການກວດກາ ບໍ່ມີຜ່ານການກວດກາບໍ່ທັນມີ ເອົາການສຶກສາອົບຮົມກ່ອນ ໃຫ້ຢຸດໃຫ້ເຊົາ ເດັດຂາດ.”

ປັດຈຸບັນ ນະຄອນຫລວງວຽງຈັນ ແລະທັງໝົດ 17 ແຂວງຂອງລາວ ຖືກຫລອກດ່າວ ຫລືປິດໝົດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.