20 ຄົນເສັຽຊີວິດຍ້ອນນໍ້າຖ້ວມ ຢູ່ລາວ
ຢ່າງໜ້ອຍ ມີ 20 ເສັຽຊີວິດ ຍ້ອນພັຍນໍ້າຖ້ວມ ຢ່າງໄວວາ ຢູ່ສປປລາວ. ຕາມຣາຍງານ ຂອງ ເຈົ້າໜ້າທີ່ ສະຫະປະຊາຊາດ ປະຈໍາລາວ ເມື່ອວັນທີ 18 ສິງຫາ 2013 ນີ້.
-
2013-08-30 -
-
-
Your browser doesn’t support HTML5 audio
ຢ່າງໜ້ອຍ ມີ 20 ເສັຽຊີວິດ ຍ້ອນພັຍນໍ້າຖ້ວມ ຢ່າງໄວວາ ຢູ່ສປປລາວ. ຕາມຣາຍງານ ຂອງ ເຈົ້າໜ້າທີ່ ສະຫະປະຊາຊາດ ປະຈໍາລາວ ເມື່ອວັນທີ 18 ສິງຫາ 2013 ນີ້. ແລະວ່າຍັງມີ ປະຊາຊົນ ອີກຈໍານວນຫລາຍ ບໍ່ມີນໍ້າສະອາດດື່ມ, ຖົນນສາຍຕ່າງໆ ຖືກຕັດຂາດ ແລະ ຜົລຜລິດໄດ້ຮັບຄວາມເສັຽຫາຍ.
ຝົນ ຊຶ່ງມາພ້ອມກັບພາຍຸໃຕ້ຝຸ່ນ ທີ່ພັດຜ່ານເຂົ້າລາວ ຣະຫວ່າງເດືອນ ມີຖຸນາ ຫາເດືອນ ກໍຣະກະດາ ສ້າງຄວາມກະທົບກະເທືອນ ໃຫ້ແກ່ ປະຊາຊົນປະມານ 116 ພັນຄົນ ໃນ 17 ແຂວງແລະທົ່ງນາເສັຽຫາຍ 14 ພັນເຮັກຕາ. ສະຫະປະຊາຊາດເຕືອນ ເມື່ອປີກາຍວ່າ ສປປລາວ ຊຶ່ງມີພົລເມືອງ 6 ລ້ານ 4 ແສນຄົນນັ້ນ ອາດຈະປະເຊີນກັບ ພັຍພິບັດທັມຊາດ ຫລາຍເພີ່ມຂຶ້ນ ຍ້ອນການປ່ຽນແປງ ຂອງດິນຟ້າອາກາດ ແລະຈໍາເປັນຕ້ອງມີການຕຣຽມປ້ອງກັນ ໃຫ້ດີຂຶ້ນ. ອົງການ ສະຫະປະຊາຊາດ ເວົ້າວ່າ ໃນອີກຫລາຍເດືອນ ຂ້າງໜ້າ ລາວຈໍາເປັນຕ້ອງໄດ້ ກໍ່ສ້າງໂຄງຮ່າງ ທີ່ໄດ້ຮັບຄວາມເສັຽຫາຍ ນັ້ນ ຄືນໃໝ່.