29 ຄອບຄົວຕ້ອງໂຍກຍ້າຍເພື່ອ ສ້າງຕຶກ
2014.09.16
ຈາກການ ເປິດເຜີຍ ຂອງ ຊາວລາວ ຜູ້ ບໍ່ປະສົງ ອອກຊື່ ເວົ້າຕໍ່ ເອເຊັຽເສຣີ ວ່າ ປັຈຈຸບັນ ຊາວບ້ານ ຈໍານວນ 29 ຄອບຄົວ ຢູ່ບ້ານ ແກ້ວສໍາພັນ ເມືອງປາກເຊ ແຂວງ ຈໍາປາສັກ ຖືກ ເຈົ້າໜ້າທີ່ ສັ່ງໃຫ້ຍ້າຍ ອອກຈາກ ທີ່ຢູ່ ອາສັຍ ຂອງຕົນ ເນື່ອງຈາກ ທາງການ ຈະໃຊ້ ດິນ ເຂດນັ້ນ ກໍ່ສ້າງ ຕຶກອາຄານ ແລະ ຫ້ອງການ ຂອງ ນັກລົງທຶນ ແຕ່ ຊາວບ້ານ ບໍ່ຍອມຍ້າຍ ອອກຈາກ ທີ່ດິນນັ້ນ ຈົນກວ່າ ຈະໄດ້ຮັບ ຄ່າຊົດເຊີຍ ທີ່ ເໝາະສົມ. ເພື່ອ ຄວາມ ກະຈ່າງແຈ້ງ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ລາວ ຢູ່ແຂວງ ຈໍາປາສັກ ເພື່ອ ຂໍຣາຍ ຣະອຽດ ຊຶ່ງ ເຈົ້າໜ້າທີ່ ກໍຕອບວ່າເ
ດິນທີ່ ຊາວບ້ານ ອາສັຍຢູ່ ປັຈຈຸບັນ ນີ້ ແມ່ນດິນ ຂອງຣັດ ເຖີງວ່າ ພວກເຂົາໄດ້ ອາສັຍຢູ່ ມາດົນນານ ແລ້ວກໍຕາມ ແຕ່ບໍ່ມີ ໃບຕາດິນ ດັ່ງນັ້ນ ຈິ່ງຖຶວ່າ ເປັນ ຂອງຣັດ ສ່ວນເຣຶ້ອງ ທີ່ວ່າມີ ເຈົ້າໜ້າທີ່ ໄປບັງຄັບ ໃຫ້ ຊາວບ້ານ ຍ້າຍອອກຈາກ ທີ່ດິນນັ້ນ ບໍ່ເປັນ ຄວາມຈິງ ພຽງແຕ່ວ່າ ພຍາຍາມ ໂອ້ລົມ ເຈຣະຈາ ຫາ ທາງອອກ ຊ່ວຍກັນ ດັ່ງ ເຈົ້າໜ້ທີ່ ເວົ້າວ່າ:
“ບໍ່ໄດ້ຖືກຍຶດ ດອກ ອາດຈະ ໂຍກຍ້າຍ ປະຊາຊົນ ນີ້ ພັກຣັຖ ກໍຍັງ ຄົ້ນຄວ້າ ຫາ ທາງອອກຢູ່ ບ່ອນປູກ ບ່ອນຫຍັງ ບ່ອນອັນ ນັ້ນນະ".
ທ່ານເວົ້າ ຕື່ມວ່າ ຕໍ່ບັນຫານີ້ ເທື່ອຫລ້າສຸດ ຕາມເຂົ້າໃຈ ຊາວບ້ານ ເວົ້າວ່າ ຈະຍອມອອກ ຈາກທີ່ດິນ ກໍຕໍ່ເມື່ອ ພວກ ເຂົາເຈົ້າ ໄດ້ຮັບ ຄ່າຊົດເຊີຍ ຢ່າງສົມເຫດ ສົມຜົນ ແລະ ທຸກຄົນ ພໍໃຈ ແຕ່ມາຮອດ ປັຈຈຸບັນ ບໍ່ຮູ້ວ່າ ຊາວບ້ານຈະ ໄດ້ຮັບຄ່າ ຊົດເຊີຍ ແນວໃດ ອັນນີ້ ຕ້ອງ ລໍຖ້າທາງ ຄນະ ຮັບຜິດຊອບ ພາຍຫລັງ ມີການ ປຶກສາຫາຣື ຢ່າງ ຄັກແນ່ ເສັຍກ່ອນ.
ຢ່າງໃດ ກໍຕາມ ກ່ອນໜ້ານີ້ ຊາວບ້ານ 40 ຄອບຄົວ ຢູ່ບ້ານ ໂພນສວັນ ເມືອງ ປາກເຊ ກໍຖຶກຍ້າຍ ອອກຈາກ ທີ່ດິນ ເພື່ອໃຫ້ ໂຄງການ ສ້າງສູນ ການຄ້າ ຂອງ ນັກລົງ ທຶນ ເບື້ອງຕົ້ນ ຊາວບ້ານ ບໍ່ຍອມ ຍ້າຍອອກ ແຕ່ເມື່ອໄດ້ ຄ່າຊົດເຊີຍ ທີ່ ສົມເຫດ ສົມຜົນ ໃນທີ່ສຸດ ຊາວ ບ້ານ ກໍຍອມ ມອບດິນໃຫ້ ທາງ ໂຄງການ.