ຣົດບັນທຸກໄມ້ຈາກລາວຖືກຍຶດ

ມະນີຈັນ
2015.04.13
F-default2 ຣົດບັນທຸກໄມ້ ຈາກລາວ ຖືກຍຶດ ຢູ່ວຽດນາມ
RFA

ເຈົ້າໜ້າທີ່ ຕໍາຣວດ ແຂວງ Nghe An ພາກກາງ ວຽດນາມ ຍຶດ ຣົດ ບັນທຸກ ຂົນເຄື່ອງ ທີ່ ຕິດປ້າຍ ທະບຽນ ລາວ 8 ຄັນ ທີ່ ຖືກ ຕ້ອງ ສົງໄສ ວ່າ ບັນທຸກ ໄມ້ ຜິດ ກົດໝາຍ ທີ່ ຈອດຢູ່ ແຄມທາງ ຫລວງ ແຫ່ງຊາດ ເລກ 7 ໃນ ເຂດເມືອງ Chuong Duong ເວລາ 10 ໂມງ ກາງຄືນ ຂອງ ວັນທີ 31 ມີນາ 2015. ຕາມ ຣາຍງານ ຂ່າວ ຂອງ ທາງການ ວຽດນາມ Thanh Nien.

ການຍຶດ ຣົດບັນທຸກ ນັ້ນ ມີຂຶ້ນ ພາຍຫລັງ ເຈົ້າໜ້າທີ່ ຕໍາຣວດ ວຽດນາມ ໄດ້ ຮັບ ຣາຍງານ ແລ້ວ ກໍ ໄປລໍຖ້າ ຢູ່ ໃກ້ເຂດ ດັ່ງກ່າວ ນັ້ນ. ເມື່ອ ເຈົ້າໜ້າທີ່ ຂໍເບິ່ງ ເອກສານ ຕ່າງໆ ພວກ ຂັບຣົດ ຂົນໄມ້ ຊຶ່ງ ເປັນ ຄົນລາວ ກໍບໍ່ຍອມ ໃຫ້ຄວາມ ຮ່ວມມື.

ມື້ຕໍ່ມາ ທາງ ເຈົ້າໜ້າທີ່ ວຽດນາມ ກໍນໍາຣົດ ທຸກຄັນ ທີ່ ຂົນໄມ້ ນັ້ນ ໄປຍັງ ສະຖານີ ຣົດບັສ ທີ່ ຢູ່ໃກ້ ເມືອງ Do Luong ແລະ ຂນະນີ້ ຢູ່ໃນ ຣະຫວ່າງ ການ ສືບສວນ ສອບສວນ. ເຈົ້າໜ້າທີ່ ເວົ້າວ່າ ຣົດທັງ 8 ຄັນ ນັ້ນ ໄດ້ ບັນທຸກ ໄມ້ທ່ອນ ຈາກ ລາວ ເຂົ້າໄປ ວຽດນາມ ໂດຍ ຜ່ານ ດ່ານ ຊາຍແດນ Nam Can ໃນ ແຂວງ Nge An ທີ່ ຕິດກັບ ຊາຍແດນ ແຂວງ ຊຽງຂວາງ ແລະ ແຂວງ ບໍຣິຄໍາໄຊ ຂອງ ລາວ.

ຮອງ ຫົວໜ້າ ຝ່າຍ ກວດກາ ຜແນກ ຄົມມະນາຄົມ ແຂວງ ງິ ອັນ Phan Huy Chuong ກ່າວວ່າ ຂນະນີ້ ມີຣົດແກ່ ໄມ້ທ່ອນ ຫລາຍ ສິບ ຄັນ ທີ່ ຈອດລີ້ ຢູ່ຕາມ ເສັ້ນທາງ ນ້ອຍ ຢູ່ ນອກ ທາງຫລວງ ເລກ 7 ເພື່ອ ລອດຈາກ ສາຍຕາ ຂອງ ເຈົ້າໜ້າທີ່. ທ່ານວ່າ ໄດ້ ສົ່ງ ເຈົ້າໜ້າທີ່ ໄປ ປະຈໍາການ ຢູ່ຕາມ ທາງຫລວງ ເສັ້ນ ນັ້ນ ເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.