ນໍ້າຂອງລົດຄ້າຂາຍ ລໍາບາກ
2013.01.25

ທຸກມື້ນີ້ ນໍ້າຂອງບົກແຫ້ງ ລົງຫລາຍ ໃນເຂດຕລາດນັດ ເມືອງທ່າອຸເທນ ແຂວງ ນະຄອນພະນົມ ກົງກັນຂ້າມກັບ ແຂວງ ຄໍາມ່ວນ ນໍ້າຂອງບົກລົງ ຈົນເປັນຫາດຊາຍ ເຮັດໃຫ້ການເດີນ ເຮືອ ຫຍຸ້ງຍາກ ຕ້ອງໄດ້ເວັ້ນ ໂຄ້ງໄກ ແລະ ການຄ້າຂາຍ ຂອງຊາວບ້ານ ລາວ-ໄທ ກໍໄດ້ຮັບ ຄວາມຫຍຸ້ງຍາກ. ດັ່ງທ່ານ ສະໝານ ສາຫັດ ຜູ້ຈັດການ ການເດີນເຮືອໄທ ຂ້າມຝັ່ງລາວ ໄດ້ກ່າວ:
"ນໍ້າຂອງບົກລົງ ຫລາຍເຈົ້າ ເດືອນກຸມພາ ເດືອນມີນາ ຍິ່ງຈະບົກລົງ ກ່ວານີ້ ປີ້ໂດຍສານ ທາງເຮືອ ກໍແພງຂື້ນ ເພາະມັນ ເປັນຫາດຊາຍ ເຮືອຕ້ອງເວີ້ງໄກ ເຮັດໃຫ້ຄ່າໃຊ້ຈ່າຍ ການເດີນ ເຮືອ ສູງຂື້ນ".
ຂໍ້ມູນລ້າສຸດ ຂອງກົມນໍ້າໄທ ເປີດເຜີຽວ່າ ລະດັບນໍ້າຂອງ ລະຫ່ວາງ ນະຄອນພະນົມ ກັບ ແຂວງຄໍາມ່ວນ ແທກໄດ້ປະມານ 1.71m ຣະດັບ ຄວາມຊັນຝັ່ງ 12.70 m. ແມ່ຄ້າ-ພໍ່ຄ້າ ຊາວລາວ ລະຫ່ວາງ ຫີນບູນ ກັບ ທ່າອຸເທນ ທີ່ເດີນທາງເຮືອ ໄປ-ມາ ຊື້ຂາຍກັບຝັ່ງໄທ ໃນຕລາດນັດ ໄດ້ຮັບຄວາມ ຫຍຸ່ງຍາກ ຕອນກັບເມື່ອ ຝັ່ງລາວ ຍ້ອນວ່າ ເຮືອ ຕ້ອງຈອດໄກຈາກ ຝັ່ງຫລາຍ ເຄື່ອງຂອງກໍຕ້ອງ ຈ້າງຄົນ ຂົນຂື້ນຝັ່ງ ຍ່າງກໍໄກ.
ທ່ານວ່າ ຕລາດນັດ ຫລື ຊາວໄທມັກເອີ້ນວ່າ ຈຸດຜ່ອນປົນ ຢູ່ທ່າອຸເທນ ມີຄວາມສໍາຄັນ ຫລາຍທາງດ້ານ ເສຖກິດ ສໍາລັບ ຊາວບ້ານ ໃນເຂດ ເມືອງຫີນບູນ ຂອງລາວ. ຊາວບ້ານຈາກ ຝັ່ງລາວ ນໍາເອົາເຄື່ອງຂອງ ມາຂາຍ ໃນຕລາດແຫ່ງນັ້ນ ແລະ ຂາກັບ ເຂົາເຈົ້າ ກໍຊື້ເຄື່ອງ ຂອງຈາກຝັ່ງໄທ ໄປໃຊ້ ຫລືຂາຍຕໍ່ ຢູ່ຝັ່ງລາວຕໍ່ ເຮັດໃຫ້ເງິນ ໝູນວຽນ ແຕ່ລະວັນ ບໍ່ຕໍ່າກ່ວາ 4-5 ລ້ານບາດ.