ຈີນເຂົ້າວຽງຈັນສ້າງ ບັນຫາທ້ອງຖິ່ນ

ຊາວຈີນ ຫຼັ່ງໄຫຼ ເຂົ້າສູ່ ນະຄອນຫຼວງ ວຽງຈັນ ເຮັດໃຫ້ມີ ຜົນສະທ້ອນ ຕໍ່ທີ່ຢູ່ ອາສັຍ ຂອງຜູ້ຄົນ ຢ່າງຫຼວງຫຼາຽ.
ວຽງໄຊ
2013.01.29
F-chinese ຮ້ານຄ້າ ຊາວຈີນ ທີ່ຂາຽ ອຸປກອນ ເຄື່ອງໃຊ້ ໄຟຟ້າ ໃນເຂດ ບ້ານໜອງດ້ວງ ເມືອງ ຈັນທະບຸລີ ນະຄອນຫຼວງ ວຽງຈັນ. ຖ່າຽພາບ ເມື່ອວັນທີ 29 ມົກກະຣາ 2013
RFA/Lanxang

ພາຽຫຼັງທີ່ ສປຈີນ ໄດ້ກາຽເປັນ ຜູ້ລົງທຶນ ອັນດັບທີ 1 ໃນ ສປປລາວ ຫວ່າງປີ 2 ປີມານີ້, ໄດ້ເຮັດໃຫ້ ມີການກໍ່ສ້າງ ຕ່າງໆ ຂອງ ນັກລົງທຶນຈີນ ທົ່ວຕົວເມືອງ ໃຫ່ຽຕ່າງໆ ໃນນະຄອນຫຼວງ ວຽງຈັນ ເຮັດໃຫ້ມີ ຄວາມຕ້ອງການ ແຮງງານ ກັມມະກອນ ຢ່າງຫລວງຫລາຍ. ສະນັ້ນ ການເຄື່ອນຍ້າຽ ຂອງ ແຮງງານ ທັງ ນັກວິຊາການ, ກັມມະກອນ, ແລະ ພໍ່ຄ້າແມ່ຄ້າ ທີ່ເປັນຄົນຈີນ ຈຶ່ງຕາມມາ ຢ່າງຫຼວງຫຼາຽ ເຊັ່ນກັນ. ກໍຣະນີ ດັ່ງກ່າວ ໄດ້ເຮັດໃຫ້ ທີ່ຢູ່ອາສັຍ, ໂດຽສະເພາະ ເຮືອນເຊົ່າ ເປັນທີ່ຕ້ອງການ ຢ່າງສູງ ເຊັ່ນ: ໃນເຂດບ້ານ ໜອງດ້ວງ ເມືອງ ສີໂຄດຕະບອງ ເຊິ່ງເປັນເຂດ ທີ່ມີ ຕະຫຼາດຈີນ ແລະ ຮ້ານຄ້ານ້ອຽໃຫ່ຽ ຂອງຊາວຈີນ ເປັນຈຳນວນ ຫຼວງຫຼາຽ.

ປະຈຸບັນ ເຂດດັ່ງກ່າວ ໄດ້ກາຽເປັນ ເມືອງຈີນ ຂະໜາດນ້ອຽ ໄປໃນຕົວ ເນື່ອງຈາກວ່າ ອ້ອມແອ້ມ ແຖບນັ້ນ ມີແຕ່ຄົນຈີນ, ເຖິງເປັນເຮືອນ ຄົນລາວ ມາກ່ອນ ແຕ່ຄົນຈີນ ກໍຂໍເຊົ່າຈົນ ເກືອບໝົດ ເພື່ອເປັນ ທີ່ຢູ່ອາສັຍ ແລະ ເປີດເປັນ ຮ້ານອາຫານ ຫຼື ຮ້ານຄ້າໄປ ພ້ອມໆກັນ. ດັ່ງຊາວບ້ານ ໃນເຂດບ້ານ ໜອງດ້ວງ ຜູ້ບໍ່ປະສົງ ອອກຊື່ ຜູ້ໜຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ຕອນໜຶ່ງວ່າ:

"ດຽວນີ້, ຄົນຈີນ ເຕັມໄປໝົດ ເຂົາເຈົ້າມາເຊົ່າ ຢູ່ຈົນ ເກືອບແລ້ວ, ຄົນລາວ ຜູ້ເປັນເຈົ້າຂອງ ເຮືອນ ແມ່ນໄດ້ ຍ້າຽອອກໄປ ຢູ່ບ່ອນອື່ນ, ເຮືອນທີ່ໃຫ້ ຄົນຈີນເຊົ່າ ກໍເກັບຄ່າ ເຊົ່າເປັນປີ".

ການຫຼັ່ງໄຫຼ ຂອງຊາວຈີນ ເຂົ້າມາສູ່ ນະຄອນຫຼວງ ວຽງຈັນ ເລີ່ມເປັນທີ່ ຄຸ້ນຫູ ຄຸ້ນຕາ ຂອງຊາວລາວ ແດ່ແລ້ວ ບໍ່ແມ່ນແຕ່ ເຂດບ້ານ ໜອງດ້ວງ ເທົ່ານັ້ນ, ເຂດບ້ານອື່ນໆ ກໍເປັນເຊັ່ນກັນ ຖ້າຫາກບ້ານໃດ ມີໂຄງການ ສຳປະທານ ໂດຽນັກລົງທຶນ ຈີນ ຫຼື ມີຫ້າງຮ້ານ ຂອງຈີນ ກໍຈະມີ ຊາວຈີນ ໄປອາສັຍຢູ່ ທີ່ນັ້ນເປັນ ຈຳນວນ ຫຼວງຫຼາຽໂລດ.

ແນ່ນອນ, ຖ້າຫາກຄົນຈີນ ເຂົ້າມາ ອາສັຍຢູ່ຫຼາຽ ຊາວລາວ ກໍຈຳໃຈ ຕ້ອງໄດ້ຍ້າຽ ອອກໄປຢູ່ ສະຖານທີ່ໃໝ່ ເພາະວິທີການ ດຳລົງຊີວິດ, ພາສາ, ແລ ະວັທນະທັມ ຂອງຄົນຈີນ ຕ່າງຈາກ ຄົນລາວ ແລະ ເປັນເລື່ອງທີ່ ລຳບາກໃຈ ຫຼາຽ ສຳລັບຄົນລາວ ທີ່ຈະປັບຕົວ ເຂົ້າກັບ ຊຸມຊົນ ຄົນຈີນ ທີ່ມາໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.