ສິນຄ້າແຜ່ນແພ ລາວ ຈະທຽບສາກົນ
ກອງປະຊຸມ ສະຫະພັນ ອຸດສາຫະກັມ ຕັດຫຍິບ ອາຊຽນ ຄັ້ງທີ 32 ທີ່ສປປລາວ ເປັນເຈົ້າພາບ ໄດ້ຫາລືກັນ ກ່ຽວກັບ ການສົ່ງເສີມ ຂແນງຕັດຫຍິບ ຂອງບັນດາ ປະເທດອາຊຽນ ໃຫ້ເທົ່າທຽມ ສາກົນ ແລະ ຮັບປະກັນ ທັງຄຸນນະພາບ ແລະ ປະຣິມານ. ໃນຂະນະດຽວກັນ ສປປລາວ ກໍຕັ້ງເປົ້າໝາຍ ມູນຄ່າ ສົ່ງສິນຄ້າ ປະເພດເສື້ອຜ້າ ອອກໃຫ້ໄດ້ 500 ລ້ານ ໂດລາ ສະຫະຣັຖ ຕໍ່ປີ, ແຕ່ຄວາມຕ້ອງການ ແຮງງານ ຫລາຍສິບ ພັນຄົນນັ້ນ ເປັນສິ່ງທີ່ ທ້າທາຍ ທີ່ສຸດ. ສເນີໂດຍ : ຈເຣີນສຸຂ