ຫຼວງພຣະບາງ ຫ້າມໃຊ້ເງິນຕຣາ ຕ່າງປະເທດ ຊື້-ຂາຍ ສິນຄ້າ
2022.06.23

ໃນວັນທີ່ 21 ມິຖຸນາ 2022 ຜແນກອຸດສາຫະກັມ ແລະການຄ້າ ແຂວງຫຼວງພຣະບາງ ແຈ້ງການ ເຖິງບັນດາຜູ້ປະກອບການ ຫົວໜ່ວຍທຸຣະກິຈຕ່າງໆ ທີ່ຢູ່ພາຍໃນແຂວງ ຫ້າມຊື້-ຂາຍ ຫຼືໂຄສະນາສິນຄ້າ ເປັນເງິນຕຣາ ຕ່າງປະເທດ ຕ້ອງຕິດລາຄາຊື້-ຂາຍສິນຄ້າ ຫຼືໂຄສະນາ ເປັນເງິນກີບເທົ່ານັ້ນ ສາເຫດຍ້ອນວ່າ ຈະຫຼຸດອັດຕຣາເງິນເຟີ້ໃນລາວ ໃຫ້ເງິນກີບມາແຂງຄ່າຂຶ້ນໄດ້.
ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ 23 ມິຖຸນາ ນີ້ວ່າ:
“ອີງໃສ່ກົດໝາຍສະພາແຫ່ງຊາດ ເພິ່ນອອກມາ ການຂາຍ ບໍ່ໃຫ້ຂາຍເປັນເງິນຕຣາ ຕ່າງປະເທດ ຂາຍເຄື່ອງ ໃຫ້ຕິດລາຄາເປັນເງິນກີບ ຍ້ອນວ່າ ເອົາເງິນຕຣາ ຕ່າງປະເທດ ໄປເຮັດແນວນັ້ນ ແນວນີ້ເນາະ ຈຶ່ງເຮັດໃຫ້ເງິນກີບເຟີ້ ຈະເອົາເງິນຕຣາ ມາຊື້ ກໍຕ້ອງໄປແລກປ່ຽນ ນໍາທະນາຄານ ປະເທດອື່ນໆ ກໍເປັນແນວນັ້ນ ໝົດທົ່ວໂລກຫັ້ນນ່າ.”
ທ່ານກ່າວຕື່ມວ່າ ກ່ຽວກັບແຈ້ງການດັ່ງກ່າວ ຈະມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງຕິດຕາມກວດກາ ບັນດາຮ້ານຄ້າ ແລະຫົວໜ່ວຍທຸຣະກິຈຕ່າງໆ ຢູ່ພາຍໃນແຂວງ ເປັນປະຈໍາ ແລະຖ້າຫາກພົບວ່າ ມີຜູ້ບໍ່ປະຕິບັດຕາມ ຫຼືລະເມີດກົດໝາຍດັ່ງກ່າວ ແມ່ນຈະຖືກປັບໃໝ ເປັນເງິນຈໍານວນ 1 ລ້ານກີບ ຕໍ່ຄັ້ງ.
“ເພິ່ນກະສົມທົບກັບການຄ້າ ລົງກວດກາແຕ່ລະຮ້ານ ເຈົ້າໜ້າທີ່ຕໍາຣວດເສຖກິຈ ເພິ່ນກໍຕ້ອງໄປປະຕິບັດ ຕາມໜ້າທີ່ຫັ້ນແຫຼະ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ປະຊາຊົນ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກໍໄດ້ກ່າວວ່າ ເຫັນດີນໍາກັບທາງການ ທີ່ຫ້າມຊື້-ຂາຍສິນຄ້າ ເປັນເງິນຕຣາ ຕ່າງປະເທດ ແຕ່ທາງການ ຕ້ອງປະຕິບັດຢ່າງຈິງຈັງ ເພາະບາງເທື່ອ ມີບາງຮ້ານເອົາປຽບລູກຄ້າ ເຊັ່ນ: ຂາຍເຄື່ອງເປັນເງິນບາດ ເຊິ່ງປັດຈຸບັນນີ້ ເງິນບາດກໍມີລາຄາສູງຫຼາຍ ແລ້ວລູກຄ້າບໍ່ເງິນບາດຈ່າຍ ແຕ່ດ້ວຍຄວາມທີ່ຢາກໄດ້ເຄື່ອງນັ້ນ ລູກຄ້າກໍຕ້ອງຍອມຈ່າຍ ເປັນເງິນກີບໃນລາຄາທີ່ສູງ.
“ມາຄວບຄຸມຜູ້ຊື້ນີ້ ມັນເປັນໄປບໍ່ໄດ້ ຖ້າສົມມຸດວ່າ ຮ້ານຄ້າເນາະ ເຂົາເຈົ້າວ່າ ລາຄາ 100 ບາດ ບໍ່ມີເງິນບາດ ແລ້ວບາດນີ້ ຜູ້ຂາຍສິນຄ້າເລີຍວ່າ ຖ້າມບໍ່ມີເງິນບາດ ເຈົ້າຕ້ອງຄູນ ອັດຕຣາທະນາຄານ ຈະເອົາເທົ່ານັ້ນເທົ່ານີ້ ບາດນີ້ ເຮົາຕ້ອງການເຄື່ອງ ເຮົາກໍຕ້ອງຈໍາເປັນ ໄດ້ຄູນອັດຕຣາສູງ.”
ຂະນະທີ່ ຜູ້ປະກອບການ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກໍໄດ້ກ່າວວ່າ ການຫ້າມໃຊ້ເງິນຕຣາຕ່າງປະເທດ ສໍາລັບແຂວງຫຼວງພຣະບາງ ທີ່ເປັນເມືອງທ່ອງທ່ຽວ ກໍຍັງບໍ່ສາມາດປະຕິບັດໄດ້ແທ້ ເພາະບາງເທື່ອລູກຄ້າ ບໍ່ມີເງິນກີບ ບໍ່ຢາກໄປແລກກັບທະນາຄານ ຢາກຈ່າຍເປັນເງິນບາດແທນ ທາງຕົນກໍໄດ້ຮັບ ແຕ່ກໍຄິດຕາມອັດຕຣາ ແລກປ່ຽນຕາມເຣດ ຂອງທະນາຄານ.
“ອັນນີ້ຍາກ ສົມມຸດຄ່າຫ້ອງເຮົາ ຄືນລະ 3 ແສນ 5 ເນາະ ເຂົາເຈົ້າຈະອອກ ເປັນມື້ສຸດທ້າຍແລ້ວ ເຂົາເຈົ້າຊິກັບບ້ານແລ້ວຊິນ່າ ເຂົາເຈົ້າບໍ່ຢາກໄປແລກເງິນຫຼາຍຊິນ່າ ລູກຄ້າບໍ່ມີເງິນກີບ ຢາກຈ່າຍເປັນເງິນບາດ ເຮົາກໍໄດ້ເຣດ ຕາມທະນາຄານໃຫ້ ເພາະວ່າ ເຂົາເຈົ້າກັບບ້ານ ກະເຈົ້າກະເງິນກະເຫຼືອບໍ່ໄດ້ໃຊ້ຊິນ່າ.”
ດ້ານຜູ້ປະກອບການ ໃນແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ສໍາລັບເຣື່ອງດັ່ງກ່າວນີ້ ກໍຍັງເປັນໄປໄດ້ຍາກຢູ່ ບາງເທື່ອລູກຄ້າ ຈະມາຈ່າຍເປັນເງິນບາດ ກໍຮັບ ເງິນໂດລ້າຣ໌ກໍຮັບໝົດ ໂດຍຄິດໄລ່ຕາມອັດຕຣາແລກປ່ຽນໂຕຈິງ ຂອງທະນາຄານເຊັ່ນກັນ.
“ມັນເຮັດບໍ່ໄດ້ດອກ ມີກີບກໍເອົາກີບ ຄັນມີບາດກໍເອົາບາດ ມີໂດລ້າຣ໌ ກະເອົາໂດລ້າຣ໌ຊິນ່າ ຊື້ໄດ້ຄືກັນ ເງິນຫຍັງກະໄດ້.”
ຢ່າງໃດກໍຕາມ ຍານາງ ຂັນແກ້ວ ຫຼ້າມະມີເງົາ ຫົວໜ້າກົມນະໂຍບາຍເງິນຕຣາ ທະນາຄານກາງ ໄດ້ກ່າວໃນພິທີຖແລງຂ່າວ ກ່ຽວກັບການຖືຄອງເງິນຕຣາ ຕ່າງປະເທດ ໃນວັນທີ່ 15 ມິຖຸນາ 2022 ທີ່ຜ່ານມາ ທີ່ຫ້ອງປະຊຸມ ຂອງທະນາຄານກາງ ວ່າ ຊາວລາວ ສາມາດຮັບເງິນສະກຸນ ຕ່າງປະເທດ ຈາກຕົ້ນທາງ ທີ່ໂອນຜ່່ານລະບົບ MoneyGram ໄດ້ຕາມປົກກະຕິ ອີກທັງຍັງມີສິທ ໃນການຖືຄອງເງິນຕຣາຕ່າງປະເທດ ໃນຮູບແບບເງິນສົດ, ເງິນຝາກ ກັບທະນາຄານທຸຣະກິຈໃນລາວໄດ້, ມີສິທຮັບດອກເບັ້ຍເງິນຝາກ, ມີສິທຖອນເງິນ ຈາກບັນຊີທະນາຄານຂອງຕົນເອງ ທັງສະກຸນເງິນກີບ ແລະເງິນຕຣາຕ່າງປະເທດໄດ້. ຜູ້ຖືຄອງເງິນຕຣາຕ່າງປະເທດ ຕ້ອງໄດ້ແລກປ່ຽນເປັນເງິນກີບກ່ອນ ເພື່ອນໍາໄປຊໍາລະສະສາງ ຫຼືໃຊ້ຈ່າຍຕ່າງໆ ພາຍໃນປະເທດໄດ້, ອີງຕາມກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕຣາຕ່າງປະເທດ ມາດຕຣາ 49 ຜູ້ໃດຕິດປະກາດ ໂຄສະນາ ລາຄາຊື້-ຂາຍສິນຄ້າໃນລາວ ເປັນເງິນຕຣາຕ່າງປະເທດ ຈະຖືກປັບໃໝ 1 ລ້ານກີບ ຕໍ່ຄັ້ງ.