ຂ.ຈໍາປາສັກເພີ່ມຄວາມຮູ້ ຕ້ານ ຄ້າມະນຸດ
2018.01.02
ກົມສົ່ງເສີມການທ່ອງທ່ຽວ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ຈັດກອງປະຊຸມອົບຮົມ ການສະກັດກັ້ນ ຕ້ານ ການຄ້າມະນຸດ ໃນວັນທີ 26 ແລະ 27 ທັນວາ 2017 ຢູ່ແຂວງຈໍາປາສັກ, ໂດຍມີເຈົ້າໜ້າທີ່ ທ່ອງທ່ຽວ ຈາກພາກຣັຖບານ ແລະພາກ ທຸຣະກິດ 4 ແຂວງພາກໃຕ້ ຄື ຈໍາປາສັກ ສາຣະວັນ ເຊກອງ ແລະອັດຕະປື ເຂົ້າຮ່ວມ.
ຂ່າວສານປະເທດລາວ ຣາຍງານວ່າ ກອງປະຊຸມ ຝຶກອົບຮົມຄັ້ງນີ້ມີເປົ້າໝາຍ ຊ່ວຍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ກັບການຕ້ານ ການຄ້າມະນຸດ ແລະໃນອຸດສາຫະກັມ ການທ່ອງທ່ຽວ ໃຫ້ມີຣະດັບຄວາມຮູ້ຂຶ້ນຕື່ມ ໃນການຄ້າມະນຸດ ຈາກ ແຂວງພາກໃຕ້ ຂອງລາວ ໄປຍັງ ປະເທດໄທ. ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ດ່ານສາກົລວັງເຕົ່າ ແລ້ວແມ່ນວ່າຫລຸດໜ້ອຍລົງ ຍ້ອນການໂຄສະນາ ຕ້ານການຄ້າມະນຸດ ຢູ່ແຖບຊາຍແດນ:
"ສະກັດຢູ່ດ່ານສາກົລ ວັງເຕົ່າ ທີ່ມີແບບກໍາລັງສິໄປ ເຮົາເຝົ້າຣະວັງຢູ່ແຖບຊາຍແດນ ເຮົາໂຄສະນາໃຫ້ຄວາມຮູ້ ແຈກແຜ່ນພາບເຕືອນ ຫລື ໃຫ້ຄວາມຮູ້ກ່ອນສິມີການເຂົ້າໄປ ຖ້າເປັນເດັກກໍ ສິມີການປະຕິເສດ ການເຂົ້າເມືອງ."
ເຖິງຢ່າງໃດກໍຕາມ ໃນກອງປະຊຸມ ຝຶກອົບຮົມນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ນໍາສເນີຮູບພາບແບບຕ່າງໆ ຂອງການຄ້າມະນຸດ ທີ່ຮວມທັງມີ ການບັງຄັບໃຫ້ແຕ່ງດອງ, ໃຫ້ເປັນໂສເພນີ, ບັງຄັບໃຫ້ເຮັດວຽກໜັກ ແລະພຶດຕິກັມຕ່າງໆ ທີ່ຄ້າຍຄືກັນກັບວ່າ ໃຊ້ຄົນແບບຂ້າທາດ.
ການຄ້າມະນຸດ ເປັນການຣະເມີດສົນທິສັນຍາ ຕ້ານການຄ້າມະນຸດ ຂອງສະຫະປະຊາຊາດ, ສໍາລັບຢູ່ສປປ ລາວ, ພວກຄ້າມະນຸດ ຈະຖືກ ລົງໂທດຕາມກົດໝາຍອາຍາ ມາດຕຣາ 89, ຖືກຈໍາຄຸກແຕ່ 5 ປີ ເຖິງຕລອດຊີວິດ ຫລືໂທດປະຫານຊີວິດ. ພ້ອມກັນນັ້ນກໍຖືກປັບໃໝອີກ ແຕ່ 10 ລ້ານກີບ ເຖິງ 1 ພັນລ້ານກີບ ນໍາດ້ວຍ.