ການທ່ອງທ່ຽວຢູ່ລາວ ຍັງຄືບຄານ
ຜູ້ປະກອບການ ດ້ານການທ່ອງທ່ຽວ ເຫັນວ່າ ຍັງບໍ່ງ່າຍ ທີ່ ການທ່ອງທ່ຽວລາວ ຈະກັບຄືນມາສູ່ ສະພາບປົກກະຕິ ໃນປີ 2021 ແລະ ນັກວິຊາການເຫັນວ່າ ຫຼາຍປະເທດອ້ອມຂ້າງ ຍັງຣະມັດຣະວັງ ຕໍ່ ກັນຫຼາຍຂຶ້ນ ເພາະໂຄວິດ-19 ຍັງຣະບາດໜັກຢູ່.
-
ພູວົງສ໌
2021-01-07 -
-
-
Your browser doesn’t support HTML5 audio
ເຖິງວ່າປີ 2020 ທີ່ ຜ່ານມາ, ຈະເປັນປີທີ່ໜັກໜ່ວງທີ່ສຸດ ສຳລັບຜູ້ປະກອບການ ດ້ານການທ່ອງທ່ຽວໃນລາວ, ແຕ່ຫຼາຍຄົນກໍ ສັງເກດວ່າ ໃນປີ 2021 ນີ້, ກໍຄົງບໍ່ຕ່າງຈາກປີກາຍ ເນື່ອງຈາກການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ຍັງບໍ່ເບົາບາງລົງ ເຖິງວ່າຈະມີວັກຊີນອອກມາແລ້ວກໍຕາມ. ຫຼາຍຄົນເຊື່ອວ່າ ການເປີດດ່ານຊາຍແດນ ເພື່ອໃຫ້ມີການທ່ອງທ່ຽວ ແບບປົກກະຕິ ກໍຍັງຈະບໍ່ເກີດຂຶ້ນງ່າຍ.
ຜູ້ປະກອບການ ບໍຣິການນຳທ່ອງ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມົກກະຣາ ວ່າ ໃນປີ 2021 ນີ້, ຍັງບໍ່ເຫັນສັນຍານທີ່ດີຂຶ້ນເລີຍ ແລະ ມີທ່າທີວ່າ ພາກການທ່ອງທ່ຽວໃນລາວ ຍັງຈະໄດ້ຮັບຜົລກະທົບຢູ່ຕໍ່ໄປ ຈົນໝົດປີ ເນື່ອງຈາກການແຜ່ຣະບາດ ຂອງປະເທດເພື່ອນບ້ານ ຍັງຮຸນແຮງຢູ່ ຈຶ່ງເຮັດໃຫ້ຄົງບໍ່ງ່າຍ ທີ່ຈະມີການເປີດດ່ານຊາຍແດນ.
“ຖ້າສົມທຽບ ຣະຫວ່າງປີທີ່ແລ້ວ ກັບປີນີ້ ແນວໂນ້ມນີ້ ອາຈມີຜົລກະທົບທີ່ຍາວຫັ້ນແຫຼະ. ພຸ້ນແຫຼະ, ນອກຈາກທີ່ວ່າ ມັນເຂົ້າມາສູ່ ປົກກະຕິ ຄາດວ່າປະມານປາຍປີ ຖ້າທຸກຢ່າງກັບມາສູ່ປົກກະຕິ ມັນຈະກັບມາໄດ້ເໝືອນເດີມ. ແຕ່ຖ້າໃນຕອນນີ້ ຄືແນວໂນ້ມກະຄື ມັນຄືປີທີ່ແລ້ວລະແຫຼະ, ມັນຄ້າຍໆກັນເລີຍແຫຼະ. ຍັງບໍ່ມີສັນຍານ ເພາະວ່າບັນຫາໂຕນີ້ ມັນເຣື່ອງຊາຍແດນ ຄົນເຂົ້າຄົນອອກ ບໍ່ໄດ້ເດ. ປີນີ້, ຖ້າສະຖານະການບໍ່ມາເປັນປົກກະຕິນີ້ ກະຄົງຈະລຳບາກອີກຍາວ.”
ຜູ້ປະກອບການ ຮ້ານອາຫານ ທີ່ເມືອງວັງວຽງ ແຂວງວຽງຈັນ ກໍກ່າວໃນທຳນອງດຽວກັນວ່າ ຕາບໃດທີ່ການແຜ່ຣະບາດ ຍັງບໍ່ສາມາດຖືກເຮັດໃຫ້ຫຼຸດລົງໄດ້ ແລະ ດ່ານຊາຍແດນ ຍັງບໍ່ເປີດຢ່າງເປັນປົກກະຕິ ການທ່ອງທ່ຽວໃນລາວ ກໍຍັງຄົງ ຕ້ອງໄດ້ຮັບຜົລກະທົບຕໍ່ໄປ ແລະ ຜູ້ປະກອບການຫຼາຍຄົນ ຕ້ອງປິດກິຈການລົງໄປ.
“ບໍ່ຮູ້ແຫຼະ ໂຄວິດ-19 ມັນກະຍັງບໍ່ເຊົາເນາະ, ເຂົາກະຍັງບໍ່ໄດ້ເປີດເດດຽວນີ້ກະດາຍ ຈັກຊິເປີດມື້ໃດ ຈັກຊິມີມື້ເດີ ປະເທດອື່ນເຂົາຍັງເປັນຫຼາຍໆ, ມັນກະບໍ່ຮູ້ແຫຼະ ອັນນີ້ນ່າ ງົມເຂັມໃນມະຫາສມຸດພຸ້ນລະ. ຄືຊິບໍ່ງ່າຍລະ ຖ້າວ່າພຍາດນີ້ບໍ່ເຊົາ, ຖ້າເຊົາ ກະຊິຄືນປົກກະຕິໄດ້ ກະປະມານ 2-3 ປີພຸ້ນລະ ປະມານນັ້ນ. ເຂົາເຈົ້າກະປິດຫຼາຍ ປິດຫຼາຍເພາະວ່າ ຄືເກົາຫຼີ ເຂົາເຈົ້າກະປິດເລີຍ ເຂົາເຈົ້າກັບບ້ານເລີຍ. ຄືຮ້ານນວດ ຮ້ານອາຫານ ບາງໄລຍະ ເຂົາເຈົ້າກະບໍ່ໄດ້ສົມມາພາຄວນ ເຂົາກະປິດ, ຄັນທັມມະດາບໍ່ປິດ ກະຄືປີດຫັ້ນແຫຼະ. ກະບາງຄົນ ໄທເຮືອນເຂົາກະເຝົ້າເອງ, ເຮັດເອງ ກະຊິເຮັດແນວເດີ ບໍ່ໄດ້ເອົາພະນັກງານ, ງົດໄປ.”
ຜູ້ໃຫ້ບໍຣິການຣົດຕູ້ນຳທ່ຽວ ວຽງຈັນ-ວັງວຽງ ກໍກ່າວເຊັ່ນດຽວກັນວ່າ ໃນປີ 2021 ຄົງເປັນໄປໄດ້ຍາກ ທີ່ພາກການທ່ອງທ່ຽວ ຈະກັບມາຄືເກົ່າ ແລະ ຈະອາສັຍແຕ່ການທ່ອງທ່ຽວ ເພື່ອລ້ຽງຊີພ ກໍຄົງບໍ່ໄດ້ແລ້ວ ຫຼາຍຄົນຈຶ່ງຕ້ອງຫາເຮັດວຽກເສີມໄປນຳ ເປັນຕົ້ນການແມ່ນການປູກຜັກ, ລ້ຽງສັດ ແລະ ຄ້າຂາຍອື່ນໆໄປນຳ.
“ໂອ່! ປີ 2021 ນີ້ ຄືຊິຍັງບໍ່ທັນກັບມາງ່າຍດອກ ເພາະວ່າສະພາບຂອງໂຕນີ້ ໂຄວິດນີ້ ມັນເຂົ້າໄທຍຫຼາຍໂພດ. ຊາເຮົາປະເມີນນີ້ ຄືຊິແມ່ນໝົດປີ 2021 ພຸ້ນແຫຼະ, ໄລຍະນີ້ມັນຄັບຂັນຫຼາຍ. ເອີ່, ມັນກະໄດ້ທັມໃຈໜ້ອຍນຶ່ງ ເຮັດສວນເຮັດຮົ້ວໄປນຳ, ຄ້າຂາຍໄປນຳ. ອາສັຍແຕ່ທ່ອງທ່ຽວ ມັນຄື ມັນບໍ່ຄ່ອຍຈະມີລະ.”
ເຈົ້າຂອງຮ້ານອາຫານ ທີ່ແຂວງຫຼວງພຣະບາງ ກໍໄດ້ໃຫ້ທັສນະວ່າຄົງບໍ່ງ່າຍທີ່ປີ 2021 ນີ້ພາກທ່ອງທ່ຽວ ໃນແຂວງຫຼວງພຣະບາງ ຈະສາມາດກັບມາໄດ້ຄືເກົ່າ ຍ້ອນໂຄວິດ-19 ຍັງຣະບາດແຮງຢູ່ ແລະ ຖ້າບໍ່ມີນັກທ່ອງທ່ຽວຕ່າງປະເທດ ຫຼາຍຄົນກໍຄົງຕ້ອງໄດ້ຍຸຕິ ກິຈການ ແລະ ຫຼາຍຄົນຕ້ອງໄດ້ປັບພະນັກງານອອກ ແລະ ມີການປັບເງິນເດືອນພະນັກງານ ເນື່ອງຈາກບໍ່ມີລູກຄ້າຄືແຕ່ກ່ອນ.
“ຈາກເຮົາເບິ່ງຂ່າວ ຈາກປະເທດເພື່ອນບ້ານເນາະ ເຂົາກະຄືວ່າ ພຍາດມັນແຮ່ງຣະບາດຂຶ້ນຕິ໋ກໆເນາະ. ແຕ່ມັນອາຈສຳລັບ ນັກທ່ອງທ່ຽວພາຍໃນເຮົາ ມັນກະຄົງທີ່ແບບເກົ່ານີ້ແຫຼະ ບໍ່ໄດ້ວ່າ ຊິໃຫ້ມັນດີຂຶ້ນກວ່າເກົ່າ. ຖ້າບໍ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ມັນກະບໍ່ດີກວ່ານີ້ແລ້ວ. ຄິດວ່າຍັງບໍ່ງ່າຍເນາະ ເພາະວ່າມັນ ຄືວ່າດ່ານບໍ່ມັນເປີດເນາະ ນັກທ່ອງທ່ຽວຕ່າງປະເທດ ບໍ່ທັນໄດ້ເຂົ້າມາ. ສະນັ້ນນີ້, ຊິໃຫ້ມັນກັບມາເປັນຄືເກົ່າ ມັນອາຈໃຊ້ເວລາແດ່ໜ້ອຍນຶ່ງເນາະ ຈົນກວ່າ ພຍາດມັນຈະຢຸດລົງພຸ້ນແຫຼະ. ປີກາຍນີ້ ກະຕັ້ງແຕ່ເດືອນ 3 ເນາະ ຂ້ອຍກະປິດຮ້ານມາຕັ້ງແຕ່ເດືອນ 3, ຈົນກວ່າຫາກະເປີດອາທິດແລ້ວນີ້. ພະນັກງານຈາກ 3 ກະເອົາອອກໄປ ເຮົາກະຢຸດໄປ ເຫຼືອເອົາຜູ້ດຽວເນາະ ເງິນເດືອນເຮົາກະມີການປັບເນາະ.”
ຂະນະດຽວກັນ, ນັກເສຖສາຕລາວ ທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ຂອງທ່ານ ສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກ່ຽວກັບທິດທາງ ຂອງການທ່ອງທ່ຽວໃນລາວ ໃນປີນີ້ວ່າ ຄົງຈະເປັນເຣື່ອງທີ່ຫຍຸ້ງຍາກຕໍ່ໄປ ເນື່ອງຈາກຍັງມີການຣະບາດ ຂອງໂຄວິດ-19 ຢ່າງແຜ່ຫຼາຍຢູ່ ແລະ ຜູ້ຄົນ ຍັງຣະມັດຣະວັງ ກັບການເດີນທາງ ລວມທັງຫຼາຍປະເທດ ຍັງມີມາຕການທີ່ເຂັ້ມງວດ ຕໍ່ການ ເຂົ້າ-ອອກປະເທດ.
“ຕ້ອງໃຊ້ເວລາອີກເຫິງ ເພາະວ່າດຽວນີ້ ມັນກໍຣະນີການຕິດເຊື້ອຫຼາຍຂຶ້ນ ທີ່ເຫັນຢູ່ເມືອງໄທຍ ທີ່ຕິດກັບລາວນີ້ເນາະ ແລະ ພະມ້າ ນີ້ກະມີກໍຣະນີການຕິດເຊື້ອຫຼາຍຂຶ້ນ ໄທຍເຂົາກໍຕ້ອງຣະວັງ, ເຊິ່ງເຮັດໃຫ້ແຕ່ລະປະເທດນີ້ ມີມາຕການ ສຳລັບການປ້ອງກັນນີ້ສູງຂຶ້ນ, ມີຄວາມຣະມັດຣະວັງຫຼາຍຂຶ້ນ. ຄົນເຂົາເຈົ້າຍັງມີຄວາມຫວາດກົວ ແລະ ການທີ່ເຂົາກະອອກເດີນທາງ ແບບປົກກະຕິຫັ້ນ ກະຄຶດວ່າ ຕ້ອງໃຊ້ເວລາຫຼາຍ. ແຕ່ລະປະເທດນີ້, ພະຍາຍາມປົກປ້ອງປະເທດ ແລະ ປະຊາກອນ ຂອງໂຕເອງ ຈາກການແຜ່ຣະບາດ ຂອງ ເຊື້ອພຍາດນີ້ຊື່ໆ ເພາະສະນັ້ນ, ມາຕການຕ່າງໆ ແມ່ນສຳລັບເພື່ອຫຼຸດຜ່ອນຄວາມສ່ຽງຊື່ໆ ປ້ອງກັນບໍ່ໃຫ້ມີການ ແຜ່ຣະບາດພຍາດ.”
ທັງໝົດນັ້ນ, ແມ່ນຫຼາກຫຼາຍທັສນະ ກ່ຽວກັບທິດທາງ ຂອງການທ່ອງທ່ຽວໃນລາວ ໃນປີ 2021, ເຊິ່ງຫຼາຍຄົນຕ່າງກໍເວົ້າເປັນສຽງ ດຽວກັນວ່າ ຄົງຈະຕ້ອງທັມໃຈ ແລະ ສູ້ຊົນຕໍ່ໄປ ເຖິງວ່າຈະຍັງບໍ່ມີສັນຍານໃດໆ ທີ່ຈະເຮັດໃຫ້ທຸຣະກິຈໃນຂແນງນີ້ ດີຂຶ້ນໃນປີນີ້ ກໍຕາມ.