ລາວ ເກັບເງິນ ຈາກນັກທ່ອງທ່ຽວ ເພີ່ມອີກ 1 ໂດລາ
2018.10.05
ນັບຕັ້ງແຕ່ ຕົ້ນເດືອນຕຸລານີ້ ເປັນຕົ້ນໄປ ທາງການລາວ ໄດ້ເຣີ່ມເກັບເງິນ ຈາກນັກທ່ອງທ່ຽວຕ່າງປະເທສ ທີ່ເຂົ້າມາລາວ ເພີ່ມຂຶ້ນ ຄົນລະ 1 ໂດລາສະຫະຣັຖ ເພື່ອເອົາເຂົ້າກອງທຶນທ່ອງທ່ຽວລາວ ແລະ ພັທນາ ແຫຼ່ງທ່ອງທ່ຽວ. ກ່ຽວກັບການເກັບເງິນເພີ່ມ ທີ່ວ່ານີ້ ນັກທ່ອງທ່ຽວໄທ ເວົ້າວ່າ ຖ້າເກັບເງິນ ເພີ່ມຂຶ້ນອີກ ກໍຢາກໃຫ້ມີຄວາມໂປ່ງໃສແດ່:
"ຖ້າວ່າເກັບໄປແລ້ວ ກໍອອກໃບຮັບເງິນໃຫ້ ແລະ ນຳເງິນໄປໃຊ້ເປັນປໂຍດແທ້ຈິງ ກໍບໍ່ມີບັນຫາ ແຕ່ວ່າ ທີ່ຜ່ານມາ ເບິ່ງຄືວ່າ ບໍ່ແມ່ນດ່ານສາກົນ ໂຕຢ່າງ ດ່ານວັງເຕົ່າ-ຊ່ອງເມັກ ບາງເທື່ອ ກໍເກັບ 50 ບາດ, 60 ບາດ, ຮ້ອຍບາດ ແຕ່ບໍ່ໄດ້ອອກ ໃບຮັບເງິນໃຫ້ເລີຍ."
ທ່ານກ່າວຕື່ມວ່າ ຄົນໄທ ບໍ່ໄດ້ເສັຽ ຄ່າວີຊາກໍຈິງ ແຕ່ເມື່ອເຂົ້າ ປະເທດລາວແລ້ວ ຈະຖືກເຈົ້າໜ້າທີ່ ເກັບເງິນຄ່າເຂົ້າ, ຄ່າເອກສານ ແລະ ຄ່າອື່ນໆ ທີ່ບໍ່ຮູ້ວ່າ ເປັນຄ່າ ຫຍັງແທ້. ແຕ່ກໍຍອມຈ່າຍໃຫ້ ເພາະໄດ້ເສັຽ ເວລາເດີນທາງມາແລ້ວ. ຜູ້ປະກອບການໂຮງແຮມ ແຫ່ງນຶ່ງໃນລາວ ເວົ້າວ່າ ການເກັບເງິນເພີ່ມຈະບໍ່ເປັນ ການດີ ຕໍ່ການທ່ອງທ່ຽວລາວ:
"ເຄີຍຜ່ານມາ ເຮົາກໍເກັບຊໍ່ານັ້ນ ຖ້າເຮົາໄປເກັບເພີ່ມອັນນີ້ ແມ່ນບໍ່ເຫັນດີນໍາ ປານໃດເດີ້ ທີ່ຈະເກັບເພີ່ມ ຄັນຖ້າວ່າ ເພີ່ນເອົາມາ ພັທນາ ແຫຼ່ງທ່ອງທ່ຽວແທ້ ກໍດີເນາະ ບາດນີ້ ມາເກັບເງິນແບບນີ້ເນາະ ເວລາທ່ຽວ ສະຖານທີ່ທ່ອງທ່ຽວ ຂະເຈົ້າພັດ ເກັບເງິນອີກຕ່າງຫາກ ນັກທ່ອງທ່ຽວ ຂະເຈົ້າ ຄິດວ່າ ໜ້າຈະບໍ່ພໍໃຈ ລະກາມັນຈະຜົລກະທົບ ຕໍ່ນັກທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວຫຼຸດລົງຕີ້."
ແຕ່ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ສປປລາວ ກ່າວວ່າ ກົດຣະບຽບດັ່ງກ່າວ ໄດ້ຖືກວາງອອກ ມາຕັ້ງແຕ່ ເດືອນເມສາ ປີກາຍແລ້ວ ພຽງແຕ່ວ່າ ຍັງບໍ່ໄດ້ນໍາໃຊ້ ຢ່າງເຂັ້ມງວດເທົ່ານັ້ນ:
"ຍ້ອນວ່າ ມັນຕ້ອງເປັນ ເອກພາບກັນ ທົ່ວປະເທດ ບາງບ່ອນເກັບ ບາງບ່ອນບໍ່ເກັບເລີຍ ເຮັດໃຫ້ນັກທ່ອງທ່ຽວຫັ້ນ ມີຂໍ້ສົງສັຍ ແລະ ມີຄວາມຫຍຸ້ງຍາກ ໃນການເກັບເງິນ ເພາະວ່າ ບາງແຂວງ ທີ່ມີແຫຼ່ງທ່ອງທ່ຽວ ຫຼືວ່າ ມີຊາຍແດນ ບາງແຂວງກໍບໍ່ມີ ກໍ່ເຮັດໃຫ້ ບໍ່ເປັນ ເອກພາບກັນ ບາງແຂວງແລ້ວ ບໍ່ມີການເກັບ."
ນາງ ຄຳໄມ ເພັງສະຫວັດ, ຮອງຫົວໜ້າ ຜແນກການເງິນ ກະຊວງຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ, ກ່າວວ່າ ກອງທຶນການທ່ອງທ່ຽວນີ້ ຖືກຈັດຂຶ້ນ ຕາມການແຈ້ງການຂອງຣັຖບານ ເລກທີ 119 ເມື່ອເດືອນເມສາ ປີ 2017 ຜ່ານມາ.