ຕົ້ງກໍ່ສ້າງຢືນຢັນວ່າຖືກລັດ ຍິງ

ໄມຊູລີ
2015.02.26
F-Tong ຕົງ ກໍ່ສ້າງ ນັກທຸຣະກິດ ລາວ ຢືນຢັນ ການຖືກລັດ ຍິງ
Citizen Journalist

ຕົ້ງ ກໍ່ສ້າງ ຫລື ຫອມສົມບັດ ຢືນຢັນ ວ່າ ມີຄົນ ລັດຍິງ ແທ້, ແຕ່ ກໍບໍ່ຄິດ ບໍ່ຝັນ ວ່າ ມັນຈະ ໝາຍ ຫັກລ້າງ ກັນໄດ້ ໂຫດຮ້າຍ ເຖິງ ພຽງນີ້. ຕໍ່ມາ ໃນ ວັນທີ 22 ກຸມພາ, ຕົ້ງ ຫອມສົມບັດ (ກໍ່ສ້າງ) ຈຶ່ງ ຂຽນ ຂໍ້ຄວາມ ລົງໃນ ເຟັສບຸກ ສ່ວນຕົວ ເພື່ອ ຢືນຢັນ ວ່າ ຂ່າວທີ່ ອອກຢູ່ໃນ ໂທລະໂຄ່ງ ແມ່ນ ເປັນ ຄວາມຈິງ. ຕົ້ງ ເວົ້າວ່າ:

ຜ່ານມາ ຂ້າພະເຈົ້າ ກໍເປັນ ນັກ ທຸຣະກິດ ຜູ້ນຶ່ງ ທີ່ ປະສົບ ຜົນສຳເຣັດ ແດ່ ໃນ ຣະຍະ ຜ່ານມາ ແຕ່ ການເຮັດ ທຸຣະກິດ ມັນ ກໍບໍ່ງ່າຍ, ກວ່າຈະໄດ້ ເງິນ ມາ ແຕ່ລະກີບ. ຜ່ານມາ ຈົນ ມາເຖິງ ປັດຈຸບັນ ຂ້າພະເຈົ້າ ກໍເປັນຄົນ ທີ່ຮູ້ຈັກ ແລະ ມີ ຊຶ່ສຽຽ ໃນສັງຄົມ ພໍ ສົມຄວນ, ຂ້າພະເຈົ້າ ເປັນຄົນ ມັກ ຊ່ອຍເຫລືອ ສັງຄົມ ມັກອອກ ສັງຄົມ. ການ ເຮັດ ທຸຣະກິດ ແຕ່ລະຢ່າງ ເຖິ່ງວ່າ ມັນຈະ ຫຍຸ້ງຍາກ ແຕ່ ກໍ່ຜ່ານ ມາ ໄດ້ ແລະ ກໍ ປະສົບ ຜົນສຳເຣັດ ໃນ ຂັ້ນນຶ່ງ. ໃນ ຣະຍະ ສອງ-ສາມ ປີ ຜ່ານມາ ກໍ່ມີ ກຸ່ມຄົນ ທີ່ ຫວັງຮ້າຍ ຕໍ່ ຂ້າພະເຈົ້າ ມາລອດ ໂດຍ ກ່າວຫາ ວ່າ ຂ້າພະເຈົ້າ ຄ້າຂາຍ ສິ່ງ ຜິດ ກົດຫມາຍ, ຖືກຈັບກຸມ, ຢູ່ ປະເທດ ນີ້ ປະເທດ ນັ້ນ, ແລະ ຖືກ ຂ້າຕາຍ ແລ້ວ, ແຕ່ ຂ່າວນັ້ນ ກໍຄ່ອຍ ງຽບ ຫາຍໄປ. ຈົນມາຮອດ ວັນທີ 20 ເດຶອນ ກຸມພາ 2015 ບໍ່ຄິດ ບໍ່ຝັນວ່າ ຈິດໃຈ ຂອງຄົນ ມັນຈະ ໂຫດຮ້າຍ ເຖິງ ພຽງນີ້, ແຕ່ ຂ້າພະເຈົ້າ ກໍ ອະໂຫສິກັມ ໃຫ້ ຜູ້ປອງຮ້າຍ ຂ້າພະເຈົ້າ.

ຕົ້ງ ກໍ່ສ້າງ ເປັນລູກ ບຸນທັມ ຂອງ ພົນໂທ ດວງໃຈ ພິຈິດ ອະດີດ ກັມມະການ ກົມ ການເມືອງ ສູນກາງ ພັກ ແລະ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ, ທີ່ ເສັຽຊີວິດ ໃນ ອຸບັດຕິເຫດ ເຮືອບິນ ຕົກ ຢູ່ ແຂວງ ຊຽງຂວາງ ໃນ ປີ ທີ່ ຜ່ານມາ. ຕົງ ກໍ່ສ້າງ ອາຍຸ ປະມານ 40 ປີ ທີ່ ເຮັດ ທຸຣະກິດ ກໍ່ສ້າງ ແລະ ສ່ວນຫລາຍ ໄດ້ຮັບ ສໍາປະທານ ກໍ່ສ້າງ ຈາກ ກອງທັບ ປະຊາຊົນ ລາວ ຍ້ອນວ່າ ຄວາມ ໃກ້ຊິດ ກັບ ທະຫານ ເປັນ ກໍຣະນີ ພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.