ເຂດເສຖກິດພິເສດ ຂອງລາວ

ອຸ່ນແກ້ວ ສຸກສະຫວັນ
2018.10.15
F-khong-island ທັມມະຊາດ ນໍ້າຕົກຕາດ ໃນຂົງເຂດ ສີ່ພັນດອນ
RFA

ທາງການລາວ ໄດ້ໃຫ້ສຳປະທານ ເຂດເສຖກິດພິເສດ ເພີ້ມຂຶ້ນ ຫລາຍກວ່າ 10 ແຫ່ງ ໂດຍມີເປົ້າໝາຍ ເພື່ອສົ່ງເສີມການລົງທຶນ ແລະ ສ້າງວຽກເຮັດ ງານທໍາໃຫ້ແກ່ ປະຊາຊົນທ້ອງຖິ່ນ.

ພິທີເຊັນສັນຍາ ໃຫ້ສຳປະທານ ເຂດເສຖກິດໃໝ່ ມະຫານະທີ ສີທັນດອນ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ ປີ 2018 ຢູ່ນະຄອນຫຼວງ ວຽງຈັນ ໂດຍມີຜູ້ຕາງໜ້າ ກະຊວງແຜນການ ແລະການລົງທຶນ ກັບບໍຣິສັດ ມະຫານະທີ ສີທັນດອນ Investment ຈໍາກັດ ຈາກ Hong Kong.

ໃນເວລາດຽວກັນ ກໍມີປະຊາຊົນ 147 ຄອບຄົວ ໃນ 6 ບ້ານ ຢູ່ເມືອງໂຂງ ແຂວງຈຳປາສັກ ຈະໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ໃນໄລຍະທີນຶ່ງ. ກ່ຽວກັບເລື້ອນີ້ ປະຊາຊົນ ຜູ້ທີ່ຖືກຜົນກະທົບ ບໍ່ພໍໃຈທີ່ບ້ານເຮືອນ ແລະທີ່ດິນ ຂອງເຂົາເຈົ້າຈະຖືກ ໂຄງການ, ດັ່ງ ປະຊາຊົນທ່ານນຶ່ງ ກ່າວວ່າ:

"ຢ້ານວ່າ ມັນຖືກຂອງເຂົາເຄີຍເຮັດປ້ຳນ້ຳມັນ ອີ່ຫຍັງ ຮ້ານຄ້າອີ່ຫຍັງ ບ່ອນເຮັດກິນເຮັດຢາກ ສົມມຸດວ່າ ຊິມາໃຫ້ເງິນໜ້ອຍ ເຂົາກໍບໍ່ພໍໃຈ ເຮົາກະບໍ່ຢາກໜີໄດ໋ເນາະ ບ່ອນເຮັດກິນເຮັດຢາກເນາະ ບ່ອນຖືກເຮືອນ ຖືກດິນກະມີ ປະຊາຊົນ ກະບໍ່ພໍໃຈເນາະ ຖືກໄຮ່ນາ ຕາກ້າ ສົມມຸດວ່າຖືກ ຊິໃຫ້ຫລາຍປານໃດ ສົມມຸດວ່າ ເຮົາກະບໍ່ຈັກເນາະ ບາດນີ້ ຄືເຮືອນ ຂ້າພະເຈົ້າ ສົມມຸດວ່າ ຢາກໄດ້ 5 ຕື້ ເຂົາຊິໃຫ້ບໍ່ ມັນເປັນຈັ່ງຊັ້ນໄດ໋ ຂອງເຮົາບໍ່ຢາກໜີ."

ໃນການປະເມີນເບື້ອງຕົ້ນ ມີ 6 ບ້ານ ທີ່ຈະໄດ້ຮັບຜົນກະທົບ ມີ ບ້ານຫີນສິ່ວ ບ້ານແສນໃຕ້ ບ້ານແສນເໜືອ ບ້ານເວີນຂາວ ບ້ານຂະເໝົາ ໂພນຈຳປາ ບ້ານທາງຄອນ. ນອກຈາກ 6 ບ້ານ ທີ່ຈະໄດ້ຮັບ ຜົນກະທົບ ໃນເບື້ອງຕົ້ນແລ້ວ, ຍັງມີອີກ 13 ບ້ານ ທີ່ຈະໄດ້ຮັບ ຜົນກະທົບ ຊຶ່ງໂຄງການກຳລັງ ເຮັດການສຳຣວດ ໃນຕອນນີ້ ລວມທັງໝົດ ແມ່ນ 19 ທີ່ຈະຖືກໂຄງການ.

ໂຄງການດັ່ງກ່າວ ມີມູນຄ່າປະມານ 9 ຕື້ໂດລາ ສະຫະຣັຖ ໂດຍທີ່ຣັຖບານລາວ ຖືຮຸ້ນ 20 ເປີເຊັນ ແລະ ບໍຣິສັດຖືຮຸ້ນ 80 ເປີເຊັນ, ອາຍຸສຳປະທານ 99 ປີ, ການກໍ່ສ້າງ ໂຄງການ ຣະຍະທີ 1 ຈະເລີ້ມ ໃນປີ 2021 ແລະ ຈະສໍາເຣັດໃນປີ 2050 ເອເຊັຽເສຣີ ພຍາຍາມຕິດຕໍ່ຫາ ທ່ານ ຄຳພັນ ນວນແສງສີ ປະທານຄນະກຳມະການ ເຂດເສຖກິດພິເສດ ແຂວງຈຳປາສັກ ເພື່ອຖາມຄວາມຄືບໜ້າ ກ່ຽວກັບເລື້ອງນີ້, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ຄຳເຫັນ ໃນເລື້ອງນີ້.

ແຕ່ຢູ່ໃນເຟສບຸກ ຂອງເຂດເສຖກິດໃໝ່ ມະຫານະທີ ສີທັນດອນ ໄດ້ໂຄສະນາວ່າ ໂຄງການຈະພຍາຍາມ ຫລີກລ້ຽງທີ່ສຸດ ເພື່ອບໍ່ໃຫ້ ໄປກວມ ຫລືຍາດແຍ່ງ ທີ່ດິນຂອງປະຊາຊົນ ຂອງຊາວກະສິກອນ ດຳເນີນການ ຈັດການໃຫ້ຖືກຕ້ອງ ແລະເໝາະສົມ ກ່ຽວກັບ ການຊົດເຊີຍ ແລະ ຍົກຍ້າຍຊາວກະສິກອນ ທີ່ໄດ້ຮັບຜົນກະທົບ.

ຜົນໄດ້ຮັບຈາກໂຄງການເຂດເສຖກິດໃໝ່ ສີທັນດອນ ຈະເປັນແນວໃດ ກໍຍັງບໍ່ທັນມີໃຜຮູ້ ເພາະວ່າ ມັນເປັນເລື້ອງຂອງອະນາຄົດ. ແຕ່ ຄືດັ່ງຄຳເຂົາເວົ້າວ່າ ຈະໄປໜ້າໃຫ້ເບິ່ງຫລັງ ທີ່ຜ່ານມາຣັຖບານ ໄດ້ໃຫ້ສຳປະທານ ເຂດເສຖກິດພິເສດ 10 ແຫ່ງ ແລະ ໄດ້ປະສົບ ກັບບັນຫາ ຫຍັງແດ່.

1.ເລີ້ມຈາກ ຈຸດທີນຶ່ງ ຄື ເຂດເສຖກິດພິເສດ ສາມລ່ຽມຄຳ:

ຖືກສ້າງຕັ້ງຂຶ້ນໃນປີ 2007 ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເນື້ອທີ່ດິນ ປະມານ 3 ພັນເຮັກຕາ ເພື່ອສ້າງເປັນສະຖານທີ່ທ່ອງທ່ຽວ ໂດຍມີຄາຊິໂນ ບ່ອນຫລິ້ນການພະນັນ ເປັນຈຸດດຶງດູດ ນັກສ່ຽງໂຊກ ຈາກປະເທດເພື່ອນບ້ານ.

ມີໂຄງການສ້າງສະໜາມບິນສາກົນ ຢູ່ເຂດເມືອງຕົ້ນເຜິ້ງ ແລະ ໄດ້ກວມເອົາທີ່ດິນ ຂອງປະຊາຊົນຢູ່ 6 ບ້ານ ໃນເນື້ອປະມານ 1 ພັນ ເຮັກຕາ ແລະຕໍ່ມາໂຄງການດັ່ງກ່າວ ຖືກຍົກເລີກໄປ ຫລັງຈາກທີ່ ຣັຖບານຊຸດໃໝ່ ເຂົ້າມາບໍຣິຫານ ຍ້ອນເຫັນວ່າ ໂຄງການດັ່ງກ່າວ ບໍ່ກຸ້ມຄ່າ.

ເຖິງຢ່າງໃດກໍຕາມ, ທາງການລາວ ກໍມີການຢືນຢັນວ່າ ໂຄງການເສຖກິດພິເສດ ສາມຫລ່ຽມຄຳ ສາມາດສ້າງວຽກເຮັດງານທຳ ໃຫ້ແກ່ ປະຊາຊົນທ້ອງດຖິ່ນ ໄດ້ເຖິງ 6 ພັນຄົນ.

ສິ່ງດັ່ງກ່າວໄດ້ສ້າງຄວາມແປກໃຈ ໃຫ້ແກ່ປະຊາຊົນ ຢູ່ເຂດທ້ອງຖິ່ນບໍ່ໜ້ອຍ ໂດຍສະເພາະ ປະຊາຊົນຢູ່ເຂດ ເມືອງຕົ້ນເຜີ້ງ ຍ້ອນວ່າ ເຂົາເຈົ້າເຫັນວ່າ ຈຳນວນຄົນລາວ ທີ່ເຮັດວຽກ ຢູ່ໃນເຂດດັ່ງກ່າວ ບໍ່ເກີນ 60 ຄົນ. ດັ່ງປະຊາຊົນ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວຕໍ່ເອເຊັຍ ເສຣີ ວ່າ

"ຫົກພັນຫັ້ນ ເປັນຈີນຕີ້ ຈີນກັບພະມ້າຕີ້ ຄົນລາວກະມີ ປະມານ 50, 60 ນີ້ລະເຂົາໄລ່ອອກ ກະຫລາຍລະເດ້ ມາເປີດຮັບສະໝັກໃໝ່ ມີຄົນຈີນ ຄົນພະມ້າ."

ນອກຈາກນີ້, ໃນຕົ້ນປີ 2018 ທາງການສະຫະຣັຖ ອາເມຣິກາ ໄດ້ປະກາດຂຶ້ນບັນຊີດຳ ຈ້າວເຫວີຍ ເຈົ້າຂອງໂຄງການ ເຂດເສຖກິດ ສາມລ່ຽມຄຳ ວ່າ ເປັນບຸກຄົນທີ່ພົວພັນ ກັບອາຊຍາກັມຂ້າມຊາດ ບໍ່ວ່າຈະເປັນການ ຄ້າຢາເສບຕິດ, ການຄ້າມະນຸດ, ແລະຄ້າສັດປ່າ, ແຕ່ໃນເວລາດຽວກັນ ຈ້າວເຫວີຍ ກໍໄດ້ອອກມາປະຕິເສດ ເລື້ອງດັ່ງກ່າວ.

2.ເຂດເສຖກິດສະເພາະບໍ່ເຕັນແດນງາມ:

ຣັຖບານ ໄດ້ໃຫ້ສຳປະທານແກ່ນັກລົງທຶນຈີນ ໃນປີ 2003 ແລະ ຖືກທາງການລາວ ແລະ ທາງການຈີນ ສັ່ງປິດໃນເດືອນພືສພາ ປີ 2011 ຍ້ອນວ່າ ເກີດມີການຄາຕກັນ, ການລັກພາຕົວ, ຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າ ບໍຣິການທາງເພດ.

ປັດຈຸບັນ ເຂດດັ່ງກ່າວ ກໍໄດ້ຖືກປະໄວ້ ໃຫ້ຮົກເຮື້ອ ແລະ ກຳລັງລໍຖ້າໃຫ້ ບໍຣິສັດອື່ນເຂົ້າມາ ສຳປະທານຕໍ່.

3.ເຂດເສຖກິດພິເສດ ບຶງທາດຫລວງ:

ຖືກສຳປະທານ ປີ 2011 ໃນເນື້ອທີ່ປະມານ 300 ເຮັກຕາ ກວມເອົາທີ່ດິນ ຂອງປະຊາຊົນ ຊຶ່ງໂຄງການດັ່ງກ່າວ ແມ່ນຣັຖບານໄດ້ໃຫ້ ນັກລົງທຶນຈີນ ເຂົ້າມາສຳປະທານ ແມ່ນເພື່ອແລກປ່ຽນ ກັບການທີ່ທາງການຈີນ ໄດ້ສ້າງສະໜາມກິລາແຫ່ງຊາດ ຫຼັກ 16 ເພື່ອຮັບຮອງ ການແຂ່ງຂັນ ກິລາ ຊີເກມ ໃນປີ 2009.

ປັດຈຸບັນ ສະໜາມກິລາດັ່ງກ່າວ ມີສະພາບຊຸດໂຊມ ເປ່ເພ ບາງຈຸດ ຍ້ອນຂາດການບຳລຸງຮັກສາ ໃນຂນະທີ່ ເຂດບຶງທາດຫລວງ ນັກລົງທຶນຈີນ ໄດ້ສ້າງເປັນຕຶກອາຄານການຄ້າ ແລະ ທີ່ຢູ່ອາໃສໃຫ້ຄົນມາເຊົ່າ.

4.ເຂດນິຄົມອຸດສາຫະກັມ ການຄ້າ-ວຽງຈັນ ໂນນທອງ ຖືກສ້າງຂຶ້ນໃນປີ 2011:

ຈົນມາເຖີງ ປີ 2016 ທີ່ຜ່ານມາ ມີກາໂຮງງານຂີ້ເຫຍື້ອ ເອເລັກໂທຼນິກ ຂອງບໍຣິສັດໂຮເກັງຂອງຈີນ ຢູ່ໃນເຂດນິຄົມອຸດສາຫະກັມ ດັ່ງກ່າວ ໄດ້ປ່ອຍນ້ຳເສັຍລົງໃສ່ ທີ່ດິນນາຂອງປະຊາຊົນ ເຮັດໃຫ້ເກີດກິ່ນເໝັນ ແລະຂິວ ໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ຢູ່ໃນເຂດ ໝູ່ບ້ານໃກ້ຄຽງ ຈົນເຮັດໃຫ້ຣັຖບານ ມີຄໍາສັ່ງໃຫ້ໂຮງງານ ດັ່ງກ່າວ ຢຸດການຜລິດ.

ນອກຈາກນີ້ ຍັງມີເຂດພັນທະນາ ກວມລວມເມືອງໄຊເຊດຖາ, ເຂດເສຖກິດສະເພາະ ວຽງຈັນ-ລ່ອງແທງ, ເຂດເສຖກິດສະເພາະ ດົງໂພສີ, ເຂດເສຖກິດສະເພາະ ພູຂຽວ, ເຂດເສຖກິດສະເພາະ ທ່າແຂກ ຊຶ່ງທັງໝົດນີ້ ກວມເອົາທີ່ດິນທຳກິນ ຂອງປະຊາຊົນ ທ້ອງຖິ່ນ.

ບັນດາທ່ານ ເຂດເສຖກິດໃໝ່ ມະຫານະທີ ສີທັນດອນ ຈະເປັນການສ້າງວຽກເຮັດງານທຳ ໃຫ້ແກ່ ປະຊາຊົນທ້ອງຖິ່ນ ຫລື ຈະເປັນການ ທຳລາຍ ວຽກເຮັດງານທຳ ຂອງປະຊາຊົນ ນັ້ນກາຍເປັນຄຳຖາມ ທີ່ຈະຕ້ອງຫາຄຳຕອບ ກັນອີກຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.