ຊາວລາວນິຍົມສິນຄ້າຢູ່ ໜອງຄາຍ

ຊາວ ນະຄອນ ຫລວງ ວຽງຈັນ ຫລາຍພັນ ຄົນ ພາກັນ ທຽວໄປຊື້ ສິນຄ້າ ເຄື່ອງໃຊ້ສອຍ ຢູ່ ໜອງຄາຍ ໃນມື້ພັກ ຫລື ທ້າຍ ສັປດາ.

ຊາວລາວນິຍົມສິນຄ້າຢູ່ ໜອງຄາຍ RFA

 

ສັງຄົມ ອອນລາຍ ນະຄອນຫລວງ ວຽງຈັນ ພາກັນ ວິພາກ ວິຈານ ຢ່າງໜາຫູ ແລະ ຫລາຍຄົນ ກໍຮຽກຮ້ອງ ໃຫ້ ທາງການ ລາວ ວາງມາຕການ ສະກັດກັ້ນ ພວກຫົວ ນອກ ທີ່ ນິຍົມ ໄປຊື້ເຄື່ອງ ຢູ່ປະເທດ ເພື່ອນບ້ານ ແລະ ໃຊ້ຈ່າຍ ແບບຟຸມເຟືອຍ ທີ່ເປັນການ ບັນທອນ ເສຖກິດ ຂອງຊາດ.

ຫນັງສືພິມ ຜູ້ຈັດການ ອອນລາຍ ຂອງໄທ ອອກບົດ ຣາຍງານວ່າ ມີຄົນລາວ ຢ່າງ ຫລວງຫລາຍ ພາກັນ ໄປເລາະ ຫ້າງ ຊັພສິນຄ້າ ຊື້ ສີ່ງຂອງ ຢູ່ເມືອງໄທ ໃນມື້ພັກ ຫລື ທ້າຍສັປດາ ຊຶ່ງ ສ່ວນຫລາຍ ຈະເປັນຊາວ ນະຄອນ ຫລວງ ວຽງຈັນ ທີ່ນິຍົມ ພາກັນໄປ ຫນອງຄາຍ ຫລື ອຸດອນ.

ເປັນຫຍັງ ຄົນລາວ ຈື່ງນິຍົມ ໄປຊື້ ສີ່ງຂອງ ຢູ່ເມືອງໄທ ຊຶ່ງ ເປັນຄຳຖາມ ທີ່ຫລາຍຄົນ ຕອບຍາກ ຍ້ອນວ່າ ເຄື່ອງໃຊ້ສອຍ ຕ່າງໆ ໃນລາວ ຣາຄາສູງ ຫລື ຂາດຕລາດ ຫລືວ່າ ຍ້ອນຢາກ ໄປທ່ຽວຊົມ ຫ້າງ ຊັພສິນຄ້າ ທີ່ ຫລຸຫລາ ໃນໄທ ຊຶ່ງ ຢູ່ສປປລາວ ຍັງບໍ່ມີ ແຖມເປັນການ ພັກຜ່ອນ ທ້າຍສັປດາ ຫລືບໍ່ ກໍເປັນການ ພາ ຄອບຄົວ ຫລື ຫມູ່ພວກ ໄປທ່ຽວ ຕ່າງແດນ.

ພຶດຕິກັມ ດັ່ງກ່າວ ເປັນການ ບັ່ນທອນ ເສຖກິດ ຂອງຊາດ ເຮັດໃຫ້ ເງີນຕຣາ ຮົ່ວໄຫລ ອອກ ນອກປະເທດ ສື່ສັງຄົມລາວ ເວົ້າວ່າ ກຸ່ມ ທີ່ອອກໄປ ຣື້ນເຣີງ ສຳຣານ ໃນໄທ ສ່ວນໃຫຍ່ ຈະເປັນ ຄອບຄົວ ລູກຫລານ ຂອງ ຜູ້ທີ່ມີ ອຳນາດ ແລະ ຜູ້ມີເງີນ ໃນລາວ ຫລື ເຈົ້າຫນ້າທີ່ ຣັຖ ທີ່ ສໍ້ຣາສ ບັງຫລວງ ບໍ່ດັ່ງນັ້ນ ຈະເຮັດບໍ່ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org