ຊາວເມືອງວັງວຽງກັງວົນ ຢ້ານເສັຽ ທີ່ດິນ

ພູວົງສ໌
2019.01.16
ສະຖານທີ່ທ່ອງທ່ຽວ ຖໍ້າຈັງ ເມືອງວັງວຽງ ດໍາເນີນການ ໂດຍນັກລົງທຶນຈີນ
RFA/SS

ພາຍຫຼັງທີ່ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງໄປສຳຣວຈທີ່ດິນ ເຂດລ້ອງນ້ຳກວ້າງ, ເມືອງວັງວຽງ ແຂວງວຽງຈັນ ເມື່ອທ້າຍປີ 2018 ທີ່ຜ່ານມາ, ຊາວບ້ານໃນເຂດດັ່ງກ່າວ ທີ່ມີປະມານ 32 ບ້ານ ພາກັນຮູ້ສຶກຕົກໃຈຢ່າງແຮງ ເພາະຢ້ານຈະສູນເສັຽທີ່ດິນ ແລະ ເຮືອນຊານ ໃຫ້ກັບ ທາງການ ຄືດັ່ງທີ່ເຄີຍເກີດຂຶ້ນມາແລ້ວ ໃນຫຼາຍພື້ນທີ່ຕາມແຂວງຕ່າງໆ. ໃນຄັ້ງນີ້ ຖືເປັນຄັ້ງທີ 4 ແລ້ວ ທີ່ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງໄປ ສຳຣວຈເນື້ອທີ່ດິນ ຕາມໝູ່ບ້ານ ທີ່ອາຈນອນຢູ່ໃນພື້ນທີ່ ທີ່ຄາດວ່ານັກລົງທຶນຈີນ ຈະຂໍອະນຸຍາດ ຈາກອຳນາດການປົກຄອງແຂວງວຽງຈັນ ເພື່ອສັມປະທານພັທນາ ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ຕາມແຄມນ້ຳຊອງເບື້ອງຕາເວັນຕົກ.

ຍ້ອນມີເຈົ້າໜ້າທີ່ກ່ຽວຂ້ອງມາສຳຣວຈພື້ນທີ່ແນວນັ້ນ, ຊາວບ້ານຫຼາຍຄົນຈຶ່ງບໍ່ຄ່ອຍເຫັນດີ ແລະ ຮູ້ສຶກເປັນກັງວົນໃຈທີ່ສຸດ ຢ້ານວ່າຈະຕ້ອງ ໄດ້ຍ້າຍເຮືອນຍ້າຍຊານ ຄືທີ່ໄດ້ຍິນມາໃນແຂວງອື່ນໆ. ດັ່ງຊາວບ້ານໃນເຂດບ້ານຫ້ວຍແຍ້, ເມືອງວັງວຽງ ແຂວງວຽງຈັນ ນາງນຶ່ງໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ຈຸເອື້ອຍກະເປັນປະຊາຊົນບ້ານຫ້ວຍແຍ້ນີ້ ກະເຫັນຂະເຈົ້າມາຈົດຕາມຕົ້ນໄມ້ຕົ້ນຫຍັງນ່າ. ໄທບ້ານກະມີແຕ່ວ່າບໍ່ໃຫ້ຊີ້ແຫຼະ, ຂະເຈົ້າເວົ້າ ຫັ້ນນ່າ, ໃຫ້ລະຊິໄປຢູ່ໃສ? ບໍ່ໃຫ້ມີແຕ່ຂະເຈົ້າວ່າຊີ້. ຈົດກະຈົດ, ແຕ່ບໍ່ໃຫ້. ມີແຕ່ມາຈົດວ່າຕົ້ນໄມ້ຈັກຕົ້ນ ໃນເຮືອນນີ້ ເຮືອນນີ້ ຕັ້ງທໍ່ໃດ ຄູນທໍ່ໃດ ຊີ້ນ່າ. ມີແຕ່ຂະເຈົ້າລົງມາເກັບກໍາເບັ້ຽໄມ້ ລະກະເຮືອນຊານທໍ່ນັ້ນ, ຍັງບໍ່ມີໃຜໄດ້ເຊັນຫຍັງດອກ."

ຊາວບ້ານໃນເມືອງວັງວຽງອີກທ່ານນຶ່ງ ກໍເວົ້າໃນທຳນອງດຽວກັນວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງມາສຳຣວຈພື້ນທີ່ເຂດບ້ານຂອງຕົນ ພ້ອມມີເອກກະສານ ໃຫ້ເຊັນຮັບຮູ້ໃນການສຳຣວຈທີ່ດິນ, ແຕ່ຊາວບ້ານສ່ວນໃຫຍ່ ກໍບໍ່ຍອມເຊັນຮັບຮູ້ໃດໆ ເຖິງວ່າຈະມີ ບາງຄອບຄົວ ເຊັນກໍຕາມ ກໍເປັນພຽງສ່ວນໜ້ອຍເທົ່ານັ້ນ. ເຣື້ອງດັ່ງກ່າວ, ໄດ້ເຮັດໃຫ້ປະຊາຊົນໃນກຸ່ມບ້ານ ເຂດລ້ອງນ້ຳກວ້າງ ຫຼາຍພັນຄອບຄົວ ຮູ້ສຶກຕື່ນຕົກໃຈທີ່ສຸດ ຢ້ານສູນເສັຽດິນປູກຝັງ ແລະ ດິນປຸກສ້າງ ໃຫ້ນັກລົງທຶນຈີນ.

“ບາງຄອບຄົວກະເຊັນ, ແຕ່ເຮືອນນີ້ບໍ່ໄດ້ເຊັນ ມີແຕ່ຂະເຈົ້າມາແທກ ອັນແທກຄວາມກວ້າງຄວາມຍາວ ຂອງດິນຫັ້ນ ຕົ້ນໄມ້ຕົ້ນຕອກຊື່ໆ ມາງວດສຸດທ້າຍຫວ່າງກີ້ນີ້ນ່າ. ມີບາງຄອບຄົວກະເຊັນ ຄືຂ້າງໆນີ້, ແຕ່ອ້າຍບໍ່ໄດ້ເຊັນ. ມີແຕ່ແນະນໍາວ່າ ຢາກແທກ ກະແທກໄປໂລດ ມີແຕ່ຮັບຮູ້ວ່າແທກໄດ໋ ບໍ່ໄດ້ເຊັນຮັບຮູ້ວ່າ ແນວນັ້ນແນວນີ້ ບໍ່ໄດ້ເຊັນເກາະ ອ້າຍບໍ່ເຊັນ. ເຂດຫ້ວຍແຍ້ ຮອດ ນ້ຳແປ ເນາະ ຂະເຈົ້າມາ ສຳຣວຈຫັ້ນນ່າ. ແຕ່ວ່າປະຊາຊົນກະບໍ່ເຫັນດີຫັ້ນແຫຼະເນາະ ການພັທນາຂອງຈີນ ເຂົ້າມາແນວນີ້ ຫັ້ນນ່າ."

ຊາວບ້ານອີກທ່ານນຶ່ງ, ກໍກ່າວໃນທຳນອງຮູ້ສຶກຄ້ອຍໃຈວ່າ ຖ້າໂຄງການນີ້ເກີດຂຶ້ນແທ້ ຫຼາຍໆຄົນ ລວມທັງໂຕທ່ານເອງ ກໍຄົງຮູ້ສຶກເຈັບ ເສັ້ນປະສາດ ພໍສົມຄວນ ຍ້ອນເຂົ້າໃຈດີວ່າ ຄ່າຊົດເຊີຍທີ່ຈະໄດ້ຮັບໃນຣາຄາຣັຖ ຄົງຈະໄດ້ໜ້ອຍ ແລະ ບໍ່ສົມຄູ່ກັບ ຄວາມເປັນຈິງ.

“ສົມມຸດວ່າເພິ່ນໄລ່ ໄລ່ຣາຄາຣັຖຫັ້ນນ່າ ກະວ່າຣາຄາຖືກວ່າຊັ້ນໄປ໋. ຄັນວ່າຂາຍແທ້ຫັ້ນກະ ມັນກະແພງຫັ້ນລະ ດິນແຖວນັ້ນຫັ້ນເນາະ. ຍົກໂຕຢ່າງຄືດິນຂ້າພະເຈົ້າຫັ້ນ ຂະເຈົ້າກະໃຫ້ 2 ແສນປາຍ, ຊີ້ນ່າ. ຄັນຕີເປັນເງິນກີບ ມັນກະເປັນຕື້ 2 ຕື້ແລ້ວ. ສົມມຸດໂຄງການເພິ່ນ ມາເອົາ ກະຊິໄດ້ທໍ່ໃດເນາະ ຣາຄາຣັຖ, ໄດ້ໜ້ອຍດຽວນຶ່ງ. ແຕ່ວ່າຄັນໂຄງການນີ້ເກີດຂຶ້ນອີ່ຫຼີ ກະຊິມີຫຼາຍຄົນຫັ້ນແຫຼະ ເຈັບເສັ້ນ ຫຼືວ່າ ເສັຽເສັ້ນຍ້ອນ ຜູ້ທີ່ຂະເຈົ້າມີດິນ ທີ່ວ່າຊື້ມາແພງເນາະ. ບາງຄົນກະຊື້ແພງ ຫາກໍ່ຢູ່ໄດ້ 2-3 ປີ."

ກ່ຽວກັບເຣື້ອງນີ້, ຄນະນຳແຂວງວຽງຈັນ ຍັງບໍ່ທັນອອກມາຊີ້ແຈງຢ່າງເປັນທາງການເທື່ອ ຕໍ່ຂໍ້ຂັດຂ້ອງໝອງໃຈຂອງປະຊາຊົນໃນເຂດດັ່ງກ່າວ ວ່າໂຄງການພັທນາແຫຼ່ງທ່ຽວທ່ອງ ເບື້ອງຕາເວັນຕົກແຄມສາຍນ້ຳຊອງ, ເມືອງວັງວຽງ ແຂວງວຽງຈັນ ໄດ້ດຳເນີນໄປຮອດໃສແລ້ວ ແລະ ຈະສືບຕໍ່ໄປແນວໃດ.

ຢ່າງໃດກໍ່ດີ, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງຫ້ອງການປົກຄອງແຂວງວຽງຈັນ ເມື່ອຕົ້ນເດືອນມົກກະຣາ 2019 ນີ້, ເຊິ່ງ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ຊີ້ແຈງໃນເບື້ອງຕົ້ນວ່າໂຄງການດັ່ງກ່າວ ຍັງຢູ່ໃນຂັ້ນຕອນສຳຣວຈພື້ນທີ່ຢູ່, ແຕ່ກໍຍັງບໍ່ເປັນທີ່ ຈະແຈ້ງເທື່ອວ່າ ຈະເກີດຂຶ້ນ ຫຼືບໍ່, ແຕ່ຖ້າເກີດຂຶ້ນແທ້ ກໍຈະເປັນໂຄງການທີ່ປະຊາຊົນມີສ່ວນຮ່ວມ ແລະ ບໍ່ແຕະຕ້ອງດິນຂອງປະຊາຊົນ. ທ່ານວ່າ:

“ບໍຣິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດ ເນາະມາສເນີ, ແຕ່ພາຍຫຼັງທີ່ສຶກສາສຳຣວຈ ແຫຼ່ງທ່ອງທ່ຽວຢູ່ເຂດ ພາກຕາເວັນຕົກ ຂອງສາຍນ້ຳຊອງຫັ້ນນ່າ. ລະຂະເຈົ້າກະໄປສຶກສາສຳຣວຈໂຕຈິງຊື່ໆ ຍັງບໍ່ທັນໄດ້ວ່າຊິເຮັດຫຍັງແທ້? ຍັງຊິວ່າກຳນົດ ເອົາເຂດໃດ? ແຕ່ວ່າ ຄັນວ່າໂຄງການໄດ້ຮັບການພັທນາ, ດິນດອນຕອນຫຍ້າ ຫຼືວ່າອັນປະຊາຊົນທີ່ ທຳການຜລິດ ແລະ ມີທີ່ຢູ່ອາໃສ ໃນເຂດນັ້ນ ຫັ້ນນ່າ ກະຍັງຊິຮັກສາຄື ເກົ່າຄອງເດີມ, ເພິ່ນກະຊິເຮັດການທ່ອງທ່ຽວ ແບບມີສ່ວນຮ່ວມ ຂອງປະຊາຊົນຫັ້ນແລ້ວ."

ນັ້ນແມ່ນຄຳຊີ້ແຈງຂອງເຈົ້າໜ້າທີ່ກ່ຽວຂ້ອງໃນແຂວງວຽງຈັນ.

ປະຈຸບັນ, ໂຄງການດັ່ງກ່າວກຳລັງຢູ່ໃນຂັ້ນຕອນສຳຣວຈພື້ນທີ່ ໃນເຂດບ້ານຕ່າງໆຕາມລ້ອງນ້ຳກວ້າງ ແລະ ແຄມສາຍນ້ຳຊອງ ເບື້ອງ ຕາເວັນຕົກ ເມືອງວັງວຽງ ທີ່ກວມເອົາ 32 ບ້ານ, ເຊິ່ງເປັນພຽງການສຳຣວຈເທົ່ານັ້ນ ໃນໄລຍະເວລາ 18 ເດືອນ ພາຍຫຼັງທີ່ບໍຣິສັດ ຜູ້ພັທນາໂຄງການ, ໂດຍແມ່ນບໍຣິສັດທີ່ປຶກສາ ດ້ານການລົງທຶນ ແລະກໍ່ສ້າງເຂື່ອນໄຟຟ້າຈຳກັດ ໄດ້ສເນີຜ່ານອຳນາດການປົກຄອງ ແຂວງວຽງຈັນ. ນອກຈາກນີ້ແລ້ວ, ນັບແຕ່ທ້າຍປີ 2017 ເປັນຕົ້ນມາ, ເຈົ້າໜ້າທີ່ຂັ້ນເມືອງ ໄດ້ໂຈະ ການພິຈາຣະນາ ແລະ ອອກ ໃບຕາດິນໃຫ້ແກ່ປະຊາຊົນ ໃນເຂດລ້ອງນ້ຳກວ້າງ ແລະ ຫ້າມປະຊາຊົນພັທນາທີ່ດິນ ໃນເຂດດັ່ງກ່າວ ເວັ້ນເສັຽແຕ່ໄດ້ຮັບ ອະນຸຍາດ ຈາກເຈົ້າໜ້າທີ່ກ່ຽວຂ້ອງ ເທົ່ານັ້ນ, ອີງຕາມຄວາມເວົ້າຂອງຊາວບ້ານໃນເຂດ ລ້ອງນ້ຳກວ້າງ.

ຫຼ້າສຸດນີ້, ປະຊາຊົນສ່ວນໃຫຍ່ໃນຫຼາຍບ້ານ ເຂດເມືອງວັງວຽງ ອັນປະກອບດ້ວຍບ້ານໂພນເງິນ, ນາຄູນ, ຫ້ວຍແຍ້, ນາທອງ, ນ້ຳແປ, ນາບົວ, ບ້ານມ່ວງ, ບ້ານງິ້ວ, ນາໂພ, ໂພນໄຊ, ແລະນາໄຊ ພ້ອມໃຈກັນບໍ່ຍອມເຊັນຮັບຮູ້ ການເຂົ້າມາສຳຣວຈພື້ນທີ່ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ພ້ອມທັງຮຽກຮ້ອງໃຫ້ ອຳນາດການປົກຄອງຂັ້ນແຂວງ ແລະ ຂັ້ນສູນກາງ ເບິ່ງຄືນຜົລກະທົບທີ່ອາຈເກີດຂຶ້ນ ຕໍ່ປະຊາຊົນ ແລະ ທັມມະຊາດໃນເຂດເມືອງວັງວຽງ ໃນໄລຍະຍາວ, ເຊິ່ງເຂດດັ່ງກ່າວ ຖືເປັນແຫຼ່ງຣາຍຮັບອັນສຳຄັນ ຂອງປະຊາຊົນ ແລະ ທັງເປັນອູ່ເຂົ້າອູ່ປາ ໃຫ້ປະຊາຊົນພາຍໃນແຂວງວຽງຈັນ ຫຼາຍກວ່າທີ່ຈະຄຳນຶງເຖິງຣາຍຮັບທີ່ ຈະເຂົ້າງົບປະມານແຂວງ ແລະ ການພັທນາທີ່ບໍ່ສອດຄ່ອງ ກັບຫຼັກການ ການພັທນາທີ່ຍືນຍົງ ເພາະປະຈຸບັນທັມມະຊາດໃນເມືອງ ວັງວຽງ, ໂດຍສະເພາະແຄມສາຍນ້ຳຊອງ ກໍຖືກອຸດສາຫະກັມ ການທ່ອງທ່ຽວ ທຳຣາຍໄປຫຼາຍຈົນໜ້າຕົກໃຈແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.