122 ຄອບຄົວບໍ່ພໍໃຈຄ່າ ຊົດເຊີຍ
2017.10.06
ມາເຖິງປັດຈຸບັນ ຊາວນະຄອນຫລວງວຽງຈັນ 122 ຄອບຄົວ ທີ່ທາງການລາວ ຍຶດເອົາດິນ 167 ຕອນ ຕາມເສັ້ນທາງ 450 ປີ ມາຕັ້ງແຕ່ ປີ 2010 ນັ້ນຍັງບໍ່ຍອມໄປເອົາ ຄ່າຊົດເຊີຍ ນັ້ນເທື່ອຍ້ອນ ບໍ່ພໍໃຈກັບຄ່າຊົດເຊີຍ ທີ່ທາງການສເນີໃຫ້ ເພາະເຫັນວ່າບໍ່ຍຸຕິທັມ ເຖິງແມ່ນວ່າ ປະຊາຊົນ 200 ປາຍຄອບຄົວ ໄດ້ຮັບເອົາໄປແລ້ວ ກໍຕາມ. ແຕ່ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລ້ວແມ່ນວ່າ ເຖິງແນວໃດ ປະຊາຊົນ ກໍຕ້ອງໄດ້ເອົາ ຕາມຣາຄາ ທີ່ທາງການເພີ່ນ ກຳນົດໃຫ້. ດັ່ງທີ່ທ່ານເວົ້າ ໃນມື້ວັນທີ 5 ຕຸລາ ນີ້ວ່າ:
"ກະປະມານນັ້ນແຫລະ ລາຄາມັນບໍ່ສົມສ່ວນເບາະ ທັມມະດາມັນ ກະໄດ້ແລ້ວ ທາງພາກລັດ ກໍຍັງເລັ່ງຢູ່ ກະຕ້ອງໄດ້ເອົາ ຫັ້ນແຫລະ".
ທ່ານບໍ່ຮູ້ຄັກແນ່ວ່າ ປະຊາຊົນທີ່ຍັງບໍ່ຍອມຮັບເອົາ ຄ່າຊົດເຊີຍທີ່ດິນ ທີ່ໄດ້ສູນເສັຍ ໃຫ້ທາງການໄປນັ້ນ ແມ່ນຢູ່ເຂດໃດແດ່, ເມືອງໃດແດ່. ແຕ່ມາຮອດ ທຸກມື້ນີ້ ທາງການ ກໍຍັງເປີດໂອກາດ ໃຫ້ພວກເຂົາເຈົ້າ ນຳເອົາໃບຕາດິນ ມາຮັບເອົາ ຄ່າຊົດເຊີຍນັ້ນຢູ່ ແລະບໍ່ໄດ້ ກຳນົດວ່າ ຈະເປີດໂອກາດໃຫ້ ປະຊາຊົນ ທີ່ຍັງບໍ່ຍອມ ຮັບເອົາເງິນ ຄ່າຊົດເຊີຍ ຈາກທາງການນັ້ນ ໄປຮອດມື້ໃດ.
ທ່ານ ແກ້ວວິພາວັນ ອະໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວຕໍ່ ໜັງສືພິມວຽງຈັນທາມສ ໃນມື້ວັນທີ 4 ຕຸລາ 2017 ນີ້ວ່າ ຄອບຄົວທີ່ໄດ້ຮັບ ຜົລກະທົບນັ້ນ ສາມາດນຳເອົາ ເອກສານ ການຄອບຄອງທີ່ດິນ ມາໃຫ້ເຈົ້າໜ້າທີ່ ກວດກາ, ເມື່ອເອກສານນັ້ນ ກວດກາ ຜ່ານແລ້ວ ກໍຈະໄດ້ຮັບຄ່າຊົດເຊີຍ. ສ່ວນວ່າ ສາເຫດທີ່ເຮັດໃຫ້ ປະຊາຊົນຍັງ ບໍ່ຍອມຮັບ ເອົາເງິນຄ່າ ຊົດເຊີນນັ້ນ ທ່ານບໍ່ຮູ້ຈັກຄັກແນ່.
ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ຄະນະກັມການກ່ຽວຂ້ອງ ໃນການຊົດເຊີຍ ທີ່ດິນປະຊາຊົນ ທີ່ນະຄອນຫລວງວຽງຈັນ, ແຕ່ເຈົ້າໜ້າທີ່ ບໍ່ສາມາດ ໃຫ້ສຳພາດ ທາງໂທຣະສັບ ໄດ້.
ຄ່າຊົດເຊີຍທີ່ດິນ ປະຊາຊົນຕາມແຄມຖນົນ 450 ປີ ທາງການ ສປປລາວ ກຳນົດໃຫ້ໃນຣາຄາ ຕັ້ງແຕ່ 15 ພັນກີບ ຫາ 5 ແສນກີບຕໍ່ ຕາລາງແມັດ ບວກກັບອີກ 30% ຂອງ ມູນຄ່າທີ່ດິນ ໃນຂະນະ ທີ່ທາງການ ຕັ້ງຣາຄາຂາຍໃຫ້ ນັກລົງທຶນເຖິງ 120 ໂດລາ ຫາ 150 ໂດລາ ຕໍ່ຕາລາງແມັດ. ປັດຈຸບັນນີ້ ບໍຣິເວນແຄມຖນົນ 450 ປີ ເລີ້ມມີໂຄງການ ພັທນາ ຂອງນັກລົງທຶນ ແດ່ແລ້ວ.