ຈໍານວນຄົນງານລາວ ທີ່ລັກໄປເຮັດວຽກຢູ່ປະເທດເພື່ອນບ້ານ ແບບບໍ່ຖືກຕ້ອງຕາມກົດໝາຍ ຍັງມີຫຼາຍ. ກະຊວງແຮງງານແລະສວັດດິການ ເປິດເຜີຍວ່າ ນັບແຕ່ຕົ້ນປີ 2018 ມາເຖິງປັຈຈຸບັນ ມີຄົນລາວລັກ ໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ເກືອບ 47 ພັນຄົນ ຊຶ່ງໃນນັ້ນ 60% ເປັນແມ່ຍິງ ແລະມີແມ່ຍິງ ເດັກນ້ອຍ ທີ່ມີອາຍຸຕໍ່າກ່ວາ 18 ປີຢູ່ດ້ວຍ. ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ນະຄອນຫລວງວຽງຈັນ ທ່ານນຶ່ງ ອະທິບາຍ ວ່າ:
“15, 16, 17, ນີ້ໄປແລ້ວລະ ຝັ່ງໄທນີ້ ບາງຄົນຮຽນບໍ່ທັນຈົບ ກໍເອີ ພໍ່ແມ່ນີ້ ກໍຢາກໃຫ້ໄປຫາເງິນແລ້ວ ໄປແລ້ວ ໄປເຮັດວຽກນໍາຮ້ານ ອາຫານ ໄປເຮັດພວກກັມມະກອນ ແນວນີ້ນະ ທີ່ຖຶກຕົວະກໍມີ ໄປໂດຍຄວາມສມັກໃຈແຫຼະ ສ່ວນຫຼາຍເນາະ ເຂົາຈະໄປເອງ ໄປຊອກຫາ ເງິນຊ່ວຍຄອບຄົວ ຊີ້ນະ ເຂົາກໍບໍ່ໄດ້ວ່າ ຈະໄປເຮັດວຽກເຮັດງານ ເຂົາກໍວ່າ ເອີ ຈະໄປຢາມພິ່ຢາມນ້ອງ ຫຼືວ່າໄປຫຼິ້ນໄປທ່ຽວເຂົາກໍໄປ ເຮັດວຽກ ເຮົາກໍຫ້າມເຂົາ ບໍ່ໄດ້ເນາະ.”
ທ່ານວ່າ ຕົວເລກ ຜູ້ລັກລອບ ໄປເຮັດວຽກ ຢູ່ ປະເທດເພື່ອນບ້ານ ຕາມທີ່ກະຊວງແຮງງານ ເກັບກໍາຂໍ້ມູນໄດ້ນັ້ນ ມີທັງໝົດ 46,893 ຄົນ ໃນນັ້ນເປັນແມ່ຍິງ 26,167 ຄົນ ຫຼື 60%ຈາກຈໍານວນ ຂອງຜູ້ລັກລອບທັງໝົດ ແລະວ່າ ສ່ວນໃຫຍ່ ຜູ້ລັກລອບຈະໄປ ປະເທດໄທ ໂດຍໃຊ້ Passport ໄປໃນນາມ ນັກທ່ອງທ່ຽວ ຫຼືຕິດຕາມຍາດຕິພີ່ນ້ອງ ແຕ່ເມືອໄປຮອດແລ້ວ ກໍລັກເຮັດວຽກຕາມຮ້ານອາຫານ ຫຼືຕາມ ສະຖານທີ່ບັນເທີງ ໃນແຂວງຕ່າງໆຂອງໄທ.
ສໍາລັບແຂວງສວັນນະເຂດ ເຈົ້າໜ້າທີ່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າປີນີ້ ເຖິງແມ່ນວ່າປະຊາຊົນລາວ ທີ່ລັກລອບໄປເຮັດວຽກ ຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທ ຈະຫລຸດລົງ ຈາກປີກ່ອນໆກໍຕາມ ແຕ່ກໍຍັງຖືວ່າ ຫລາຍຢູ່:
”ຈັງວ່າ ລັກລອບຂ້າມໄປນີ້ ຄັນວ່ານະກໍຍັງຫລາຍ ສະຖິຕິທີ່ເຮົາສໍາຣວດໄດ້ ຕົກປີກ່ອນໆຫັ້ນ ທີ່ເຮົາເກັບກໍາໄດ້ 2 ໝື່ນປາຍແຕ່ສະເພາະ ປີນີ້ ຖືວ່າມີແຕ່ໝື່ນປາຍ ແຕ່ຄັນວ່າໄປນີ້ ກໍຍັງຫລາຍຢູ່ ຍັງລໍຖ້າແຕ່ລະເມືອງສົ່ງມາ ກໍໜ້າຈະເພີ້ມໄປອີກ ຈະໂດດ ສູງຂຶ້ນ.”
ເມື່ອສັປດາຜ່ານມາ ຄນະຣັຖມົນຕຣີກະຊວງແຮງງານ ແລະຄນະກັມມະທິການ ການຄ້າມະນຸດຣະດັບຊາດ ກໍໄດ້ຫາຣືກັນໃນກອງປະຊຸມ ວ່າຈະຊອກວິທີປ້ອງກັນ ແລະແກ້ໄຂບັນຫາ ນີ້ໃຫ້ຕົກໄປ ໂດຍເນັ້ນໃສ່ ການເຂົ້າມາຕົວະຍົວະ ຄົນລາວໄປ ຕ່າງປະເທດຈະເຣີ້ມປະຕິບັດ ແຕ່ເດືອນນີ້ ເປັນຕົ້ນໄປ.