ຄົນງານລາວຈາກມາເລເຊັຽ ອີກ 32 ຄົນຖືກຈັບ ຢູ່ໄທຍ

2020.12.22
ຄົນງານລາວຈາກມາເລເຊັຽ ອີກ 32 ຄົນຖືກຈັບ ຢູ່ໄທຍ ວັນທີ 22 ທັນວາ, ຄົນງານລາວ 32 ຄົນ ທີ່ໄດ້ພາກັນຈ້າງເຮືອ ຂ້າມນໍ້າ ສຸໄຫງໂກລົກ ຈາກປະເທດ ມາເລເຊັຽ, ຂ້າມມາ ຝັ່ງໄທຍ ເພື່ອໃຫ້ເຈົ້າໜ້າທີ່ຈັບ
ຈາກເພສ: ແອັຕຊາຍແດນໃຕ້

ໃນວັນທີ 22 ທັນວາ, ເວລາປະມານ 5 ໂມງເຊົ້າ ຄົນງານລາວທັງໝົດ 32 ຄົນ ທີ່ໄດ້ພາກັນຈ້າງເຮືອຂ້າມນໍ້າສຸໄຫງໂກລົກ ຈາກ ປະເທດມາເລເຊັຽ ເພື່ອຂ້າມມາຝັ່ງໄທຍ ແລະ ພາກັນຍ່າງຜ່ານປ່າ ປະມານ 2 ກິໂລແມັດ.

ເມື່ອຮອດເຂດບ້ານມູໂນະ ແຂວງນະຣາທິວາດ ປະເທດໄທຍ ເຂົາເຈົ້າໄດ້ຮ້ອງຂໍໃຫ້ຊາວບ້ານ ໃຫ້ໄປບອກເຈົ້າໜ້າທີ່ມາເອົາໂຕ ພວກເຂົາໄປ ເພື່ອຜັກດັນໃຫ້ເຂົາເຈົ້າກັບຄືນ ປະເທດລາວ, ຫຼັງຈາກນັ້ນ ເຈົ້າໜ້າທີ່ທະຫານ ກໍໄດ້ນໍາໂຕເຂົາເຈົ້າ ໄປຫ້ອງການ ຕໍາຣວດເມືອງຕາກໃບ. ເຈົ້າໜ້າທີ່ຕໍາຣວດເມືອງຕາກໃບ ໄດ້ກ່າວໃນວັນທີ 22 ທັນວາ ວ່າ:

ເຂົາເດີນທາງລັດເລາະ ຕາມເສັ້ນທາງປ່າ ແລ້ວມາຂໍຄວາມ ຊ່ວຍເຫຼືອຈາກຊາວບ້ານ ເພາະວ່າ ມາເລເຊັຽ ເຂົາຜັກດັນຊ່ວງນີ້, ເຂົາຢູ່ບໍ່ໄດ້ ສ່ວນໃຫຍ່ຊາວປະມົງ, ໄປເຖິງ ກໍມີຊາວບ້ານແຈ້ງ ຫາເຈົ້າໜ້າທີ່ທະຫານ, ທະຫານ ກໍເອົາຣົດບັນທຸກໄປຮັບມາ ຢູ່ຫ້ອງການຕໍາຣວດຕາກໃບ ຈາກ ບ້ານມູໂນະ ມາຫ້ອງການຕໍາຣວດເມືອງຕາກໃບ ມີໄລຍະທາງປະມານ 15 ກິໂລແມັດ.

ປັດຈຸບັນ ຄົນງານລາວທັງໝົດ 32 ຄົນ ຍັງຖືກກັກໂຕ ຢູ່ຫ້ອງການຕໍາຣວດຕາກໃບ, ເພື່ອລໍຖ້າໃຫ້ເຈົ້າໜ້າທີ່ສາທາຣະນະສຸຂ ເຂົ້າມາກວດເຊື້ອໂຄວິດ, ໃນມື້ນີ້ ວັນທີ 23 ທັນວາ.

ຄົນງານລາວທີ່ຖືກຈັບໃນຄັ້ງນີ້, ໄດ້ພາກັນຕັດສິນໃຈເດີນທາງ ມາຈາກປະເທດມາເລເຊັຽ, ເຂົ້າມາປະເທດໄທຍ ຍ້ອນວ່າເຂົາເຈົ້າ ເປັນຄົນງານທີ່ຕົກຄ້າງ ຢູ່ປະເທດມາເຊັຽ ແລະ ບໍ່ສາມາດລົງຊື່ຢູ່ ປະເທດມາເຊັຽ ເພື່ອເດີນທາງກັບມາປະເທດລາວໄດ້.

ອີງຕາມຂໍ້ມູນຈາກສື່ມວນຊົນໄທຍ, ຄົນງານລາວທີ່ຖືກຈັບນັ້ນ ເຂົາເຈົ້າມີພາສປອດ, ຫຼືໜັງສືເດີນທາງ ແຕ່ບໍ່ມີວີຊາຈໍ້າເຂົ້າປະເທດ ໄທຍ. ນອກຈາກນີ້ ໃນວັນທີ 7 ທັນວາ 2020 ທີ່ ຜ່ານມາ ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງຫາດໃຫຍ່ ແຂວງສົງຂາ ປະເທດໄທຍ ໄດ້ຈັບໂຕ ຄົນງານລາວ ຈໍານວນ 20 ຄົນ ທີ່ລັກລອບຂ້າມຊາຍແດນ ໄປຈາກປະເທດມາເລເຊັຽ ຢູ່ສະຖານນີ ຂົນສົ່ງຫາດໃຫຍ່.

ຄົນລາວ 20 ຄົນ ທີ່ເຮັດວຽກຢູ່ປະເທດ ມາເລເຊັຽ, ທີ່ເດີນທາງລັກເຂົ້າມາປະເທດໄທຍ ຜ່ານເສັ້ນທາງທໍາມະຊາດ, ຖືກຈັບໂຕໄດ້ ຢູ່ສະຖານນີຂົນສົ່ງເມືອງຫາດໃຫຍ່ ໃນຂນະທີ່ ເຂົາເຈົ້າກໍາລັງກຽມ ຈະຂຶ້ນລົດເມ ເດີນທາງເຂົ້າບາງກອກ.

ຄົນລາວທີ່ຖືກຈັບໄດ້, ບໍ່ໄດ້ຜ່ານການກວດໂຄວິດ19 ກ່ອນຈະເດີນທາງເຂົ້າປະເທດໄທຍ, ແລະ ເຂົາເຈົ້າຖືກກັກໂຕຢູ່ຫ້ອງການ ຕມ ເມືອງສົງຂາ. ເຈົ້າໜ້າທີ່ຕໍາຣວດກ່າວວ່າ ຫຼັງຈາກສືບສອນສອບສວນແລ້ວ, ຄົນງານລາວທີ່ມາຈາກມາເລເຊັຽບອກວ່າ, ພວກເຂົາເຈົ້າ ບໍ່ມີວຽກເຮັດ ຢູ່ປະເທດມາເລເຊັຽ ດົນແລ້ວ ຍ້ອນຜົນກະທົບຂອງໂຄວິດ19, ເຂົາເຈົ້າຈຶ່ງ ຮວມໂຕກັນ, ຈ້າງນາຍໜ້າທີ່ເປັນຄົນ ມາເລເຊັຽ ຄົນລະ 8,000 ບາດ, ໃຫ້ພາຂີ່ເຮືອຂ້າມນໍ້າມາສົ່ງຢູ່ ເມືອງສຸໄຫງໂກລົກ, ເພື່ອທີ່ຈະເດີນທາງຕໍ່ໄປແຂວງໜອງຄາຍ ແລະຂ້າມນໍ້າຂອງ ມາຝັ່ງລາວ.

ອີງຕາມເຈົ້າໜ້າທີ່ກວດຄົນເຂົ້າເມືອງສຸໄຫງໂກລົກ, ຖ້າຂະບວນການຕັດສິນຂອງສານ ສິ້ນສຸດລົງ, ຄົນງານລາວ 20 ຄົນ ຈ່າຍຄ່າປັບໃໝ ຫຼື ຖືກຄຸກຕາມກໍານົດແລ້ວ ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ກໍຈະມາດໍາເນີນການສົ່ງໂຕ ເຂົາເຈົ້າກັບຄືນປະເທດ.

ອີງຕາມລາຍງານຂ່າວຈາກສື່ມວນຊົນໄທຍ:

• ໃນວັນທີ 7 ທັນວາ 2020, ມີຄົນງານລາວ 20 ຄົນ ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກຈັບຢູ່ ແຂວງສົງຂາ.

• ໃນວັນທີ 16 ທັນວາ, ມີຄົນງານລາວ 20 ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກຈັບຢູ່ ແຂວງນະຣາທິວາດ.

• ໃນວັນທີ 22 ທັນວາ, ມີຄົນງານລາວ 32 ທີ່ເດີນທາງມາຈາກປະເທດ ມາເລເຊັຽ ຖືກຈັບຢູ່ແຂວງນະຣາທິວາດ.

ຫຼ້າສຸດ ຄົນງານລາວຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ຄົນງານລາວ 20 ຄົນ ທີ່ຖືກຈັບຢູ່ ແຂວງສົງຊາ ໄດ້ຖືກສົ່ງໂຕກັບຄືນມາ ປະເທດລາວ ໂດຍຜ່ານດ່ານແຂວງໜອງຄາຍ ໃນວັນທີ 17 ທັນວາ ແລະ ປັດຈຸນບັນ ເຂົາເຈົ້າກໍາລັງຖືກກັກໂຕຢູ່ສູນ ຢູ່ ນະຄອນຫລວງວຽງຈັນ. ມີຄົນງານລາວທີ່ເດີນທາງຈາກ ປະເທດ ມາເລເຊັຽ ແລະ ຖືກເຈົ້າໜ້າທີ່ໄທຍ ຈັບໄດ້ ທັງໝົດ 72 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.