ຜືນແຜ່ນດິນຄວນເປັນບ່ອນ ລ້ຽງດູ ປະຊາຊົນ

ບໍຣິສັດ ຕ່າງປະເທດ ກໍາລັງ ຍາດຊິງກັນ ເຂົ້າມາ ລາວ ແລະ ປະເທດ ກໍາລັງ ພັທນາອື່ນໆ ເພື່ອຈັບຈອງ ທີ່ດິນ ແລະ ມີສິດ ໃນແຫລ່ງ ຊັພຍາກອນ ຕ່າງໆ ຈາກ ຣັຖບານ ຂອງ ປະເທດ ນັ້ນໆ.

ມາດາມ Anne-sophie-Gindroz ຜູ້ຂຽນບົດຄວາມ ກ່ຽວກັບ ການພັທນາ ໃນສປປລາວ csw.org

 

ບໍຣິສັດ ຕ່າງປະເທດ ກໍາລັງ ຍາດຊິງກັນ ເຂົ້າມາ ລາວ ແລະ ປະເທດ ກໍາລັງ ພັທນາອື່ນໆ ເພື່ອຈັບຈອງ ທີ່ດິນ ແລະ ມີສິດ ໃນແຫລ່ງ ຊັພຍາກອນ ຕ່າງໆ ຈາກ ຣັຖບານ ຂອງ ປະເທດ ນັ້ນໆ. ຕາມບົດຂຽນຂອງມາດາມ Anne-Sophie Gindroz ອະດີດຫົວໜ້າ ອົງການ HELVETAS ຈາກປະເທດ Sweden ປະຈໍາລາວ ທີ່ຖືກ ເນຣະເທດ ຈາກ ສປປລາວ ກ່ອນໜ້າ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ.

ຢູ່ສປປລາວ ຣັຖບານກໍຮັບຮູ້ວ່າ ທີ່ດິນທີ່ໃຫ້ສັມປະທານ ແກ່ຕ່າງປະເທດ ມີຮອດ 1 ລ້ານ 1 ແສນເຮັກຕາ ໃນທ້າຍປີ 2012 ຊຶ່ງຫລາຍ ກວ່າ ເນື້ອທີ່ດິນ ທີ່ແບ່ງໃຫ້ ປູກຝັງ ໂດຍສະເພາະ ປູກເຂົ້າທັງໝົດຂອງລາວ. ຕົວເລກທີ່ດິນໃຫ້ສັມປະທານ ທີ່ບໍ່ເປັນທາງການ ຄາດວ່າມີ ຫລາຍກວ່ານັ້ນ ຕັ້ງ 3 ເທົ່າ. ການໃຫ້ ສັມປະທານ ດັ່ງກ່າວຊ່ວຍໃຫ້ມີ ຕົວເລກທາງເສຖກິດ ທີ່ໜ້າພຶງພໍໃຈ. ຜົລຜລິດຮວມຍອດ ພາຍໃນ GDP ເຕີບໂຕ 8 ເປີເຊັນ ໂດຍສະເລັ່ຽ ໃນ 2-3 ປີຫລັງມານີ້. ແຕ່ເຣື່ອງການພັທນາ ທາງເສຖກິດ ຄວນຖື ເອົາ ປະຊາຊົນ ເປັນໃຈກາງ ແລະປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແຕ່ບໍ່ແມ່ນ ຈະເອົາໄປຈາກ ປະຊາຊົນ.

ສິ່ງເຫຼົ່ານີ້ ເປັນວຽກງານ ຂອງທ່ານ ສົມບັດ ສົມພອນ ຜູ້ໄດ້ ຊຸກຍູ້ ເພື່ອການພັທນາ ໂດຍໃຫ້ຄວາມສໍາຄັນ ແກ່ປະຊາຊົນ ແລະປົກປ້ອງ ສະພາບແວດລ້ອມ ຊຶ່ງຊາວລາວ ເພິ່ງພາ ໃນການຄອງຊີພ. ທ່ານ ສົມບັດ ໄດ້ເປີດ ສະຖານທີ່ ເພື່ອໃຫ້ ປະຊາຊົນ ສາມາດ ແລກປ່ຽນ ປະສົພການ ແລະສົນທະນາ ກັນບໍ່ພຽງແຕ່ ເຣື່ອງການເຕີບໂຕ ທາງເສຖກິດ ເທົ່ານັ້ນ ແຕ່ຍັງມີທັງ ເຣື່ອງ ຄວາມສຸກຄວາມທຸກ ຄວາມຂຸ່ນ ຂ້ອງໝອງໃຈຂອງປະຊາຊົນນໍາອີກ.

ໃນຂນະທີ່ມີ ການຮຽກຮ້ອງໃຫ້ ມີການອະພິປາຍກັນ ຫລາຍຂຶ້ນ ແລະ ກວ້າງຂວາງອອກ ໃນການພັທນາ ຢູ່ສປປລາວ ແລະບ່ອນອື່ນໆນັ້ນ ກຸ່ມຄນະທີ່ຊ່ວຍໃຫ້ປະຊາຊົນ ມີຄວາມຄິດຄວາມເຫັນ ຕ່າງໆນັ້ນ ກໍຕົກຢູ່ໃນ ສະພາບຖືກຂົ່ມຂູ່ ແລະສຽງຄັດຄ້ານຕ່າງໆນັ້ນ ກໍຖືກປິດປາກ ແລະ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ກໍສາມາດ ເປັນຫລັກຖານ ທີ່ໜ້າເສົ້າ ຂອງເຫດການ ດັ່ງກ່າວນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org