ເຈົ້າໜ້າທີ່ ຄະນະ ກັມມະການ ຄຸ້ມຄອງ ເຂດເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ແຫ່ງຊາດ ຜູ້ຂໍສະຫງວນຊື່ທ່ານນຶ່ງເປີດເຜີຍ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ວ່າ ເມື່ອບໍ່ດົນມານີ້ ອໍານາດ ການປົກຄອງ ນະຄອນຫລວງ ວຽງຈັນ ມີຄໍາສັ່ງຫ້າມ ປະຊາຊົນ ຊື້-ຂາຍ ຫຼື ໂອນ ກັມມະສິດ ທີ່ດິນ ຊຶ່ງຢູ່ໃນເຂດ 8 ບ້ານ ຂອງ ເມືອງໄຊເສດຖາ ໂດຍໃຫ້ ເຫດຜົລວ່າ ທີ່ດິນຢູ່ໃນເຂດ ດັ່ງກ່າວ ເປັນສ່ວນນຶ່ງ ຂອງເຂດ ການລົງທຶນ ພັທນາ ເຂດເສຖກິດ ສະເພາະ ບຶງທາດຫລວງ ຊຶ່ງ ຣັຖບາລລາວ ໄດ້ ອະນຸມັດ ໃຫ້ ບໍຣິສັດ ພັທນາ ອະສັງຫາ ລິມະຊັພ ຫວ່ານເພິງ ຊຽງ ໄຮ ຂອງຈີນ ໄປແລ້ວ.
ຕາມຄໍາສັ່ງ ດັ່ງກ່າວ ສໍາລັບ 8 ບ້ານ ຊຶ່ງມີທັງ ບ້ານ ຫົວຂົວ, ບ້ານ ໂນນສະຫວ່າງ ແລະ ບ້ານ ໂພນພະເນົານັ້ນ ປະຊາຊົນ ຈະບໍ່ໄດ້ ຮັບການ ພິຈາຣະນາ ໃຫ້ສິດ ໃນທີ່ດິນ ແລະ ສິ່ງປຸກສ້າງ ບໍ່ວ່າຈະມີມາ ໄດ້ດົນປານໃດ ແລະ ຖືກຕ້ອງ ຕາມກົດໝາຍ ຫລືບໍ່ ກໍຕາມ. ປະຊາຊົນ ມີພຽງແຕ່ສິດ ທີ່ຈະໄດ້ຮັບ ຄ່າຊົດເຊີຍ ທີ່ດິນ ແລະ ຊັບສິນ ທີ່ຕ້ອງສູນເສັຍ ໃຫ້ພວກ ນັກລົງທຶນຈີນ ທີ່ໄດ້ ສໍາປະທານ ເຂດ ບຶງທາດຫລວງ ເທົ່ານັ້ນ. ໂຄງການ ດັ່ງກ່າວ ປະສົບກັບ ບັນຫາຊັກຊ້າ ມາໂດຍຕລອດ ຍ້ອນວ່າ ຈະຕ້ອງໄດ້ ເວນຄືນທີ່ດິນ ປະຊາຊົນ 435 ຄອບຄົວ. ແຕ່ມາເຖິງ ປັດຈຸບັນ ກໍຍັງມີ ປະຊາຊົນ ຫລາຍກວ່າ 100 ຄອບຄົວ ບໍ່ຍອມຍ້າຍອອກ ຈາກທີ່ດິນ ຂອງ ພວກເຂົາເຈົ້າ ເພາະ ບໍ່ພໍໃຈ ຕໍ່ການຊົດເຊີຍ ຄ່າທີ່ດີນ ທີ່ຕໍ່າກວ່າ ຄວາມເປັນຈິງ ຫລາຍສິບເທົ່າ.
ເຂດເສຖກິດ ສະເພາະ ບຶງທາດຫລວງ ຂອງຈີນ ກວມເອົາເນື້ອທີ່ 365 ເຮັກຕາ, ຈະໃຊ້ເງິນ ລົງທຶນ 1,600 ລ້ານ ໂດລາ ສະຫະຣັດ ຫລື ຫລາຍກວ່າ 12,800 ຕື້ກີບ ແລະວ່າ ຈະສ້າງໃຫ້ແລ້ວ ໃນປີ 2030 ສ້າງເປັນສູນການຄ້າການທ່ອງທ່ຽວ ແລະອື່ນໆຊຶ່ງຈະ ສາມາດຮອງຮັບ ນັກທຸຣະກິດ ຈີນ ໄດ້ເຖິງ 55,000 ຄົນ ທີ່ຈະຫລັ່ງໄຫລ ເຂົ້າມາ ຢູ່ນະຄອນ ຫລວງວຽງຈັນ.