ໄທ ຈະສເນີທ່າທີ ໃນເຂື່ອນ ຫຼວງພຣະບາງ
2020.03.31
ພົລເອກ ປຣະວິດ ວົງສຸວັນ ຮອງນາຍົກຣັຖມົນຕຣີໄທ ເປັນປະທານກອງປະຊຸມ ຄະນະກັມການແມ່ນໍ້າຂອງແຫ່ງຊາດໄທ ກ່ຽວກັບການ ຮ່າງທ່າທີ ຕໍ່ໂຄງການສ້າງເຂື່ອນໄຟຟ້ານໍ້າຂອງຫຼວງພຣະບາງ ໃນລາວ ທີ່ຖືກຈັດຂຶ້ນຢູ່ຕຶກບັນຊາການ 1 ທໍານຽບຣັຖບານໄທ ໃນມື້ວັນທີ 25 ມີນາ 2020 ນີ້, ອີງຕາມການຣາຍງານ ຂອງສໍານັກຂ່າວໄທ.
ໃນກອງປະຊຸມ ມີມະຕິເຫັນພ້ອມໃນຫລັກການ ໃນການຮ່າງທ່າທີຂອງໄທ ຕໍ່ໂຄງການເຂື່ອນໄຟຟ້າຫລວງພຣະບາງ ຊຶ່ງມີບັນຫາສໍາຄັນ 8 ປະການ ເຊັ່ນການປ່ຽນແປງທາງດ້ານອຸທົກວິທຍາແລະຊົລສາດ, ຣະດັບນໍ້າຂຶ້ນ-ລົງ ໄວວາ ແລະບໍ່ເປັນໄປຕາມຣະດູການ ຊຶ່ງມີຜົລກະທົບ ຫຼາຍ ຕໍ່ປະເທດທ້າຍນໍ້າ, ການຫລຸດລົງຂອງປາຣິມານຝຸ່ນຕົມ ທີ່ມີຜົລຕໍ່ຣະບົບນິເວດ ຮວມໄປເຖິງສາເຫດ ແມ່ນໍ້າຂອງປ່ຽນສີ, ການປະມົງ ແລະ ທາງປາຜ່ານ ທີ່ຈະຕ້ອງໄດ້ສຶກສາ ຖອດຖອນບົດຮຽນ ຈາກ ເຂື່ອນໄຊຍະບູຣີ, ການຈັດຕັ້ງກອງທຶນຊົດເຊີຍ ແລະມາຕການແກ້ໄຂ ຜົລກະທົບ ຕໍ່ເສຖກິດ-ສັງຄົມ ແລະ ສິ່ງແວດລ້ອມ.
ທ່ານ ປຣະວິດ ກ່າວວ່າ ຜົລຂອງກອງປະຊຸມຄັ້ງນີ້ ຈະນໍາໄປສູ່ການກໍານົດທ່າທີຂອງໄທ ທີ່ຈະສເນີຕໍ່ ສປປລາວ ໃຫ້ພິຈາຣະນາໂດຍຜ່ານ ສໍານັກງານເລຂາທິການ ຄະນະກັມມາທິການແມ່ນໍ້າຂອງ ກ່ຽວກັບ ໂຄງການກໍ່ສ້າງເຂື່ອນ ດັ່ງກ່າວ ຕໍ່ໄປ.
ທ່ານ ສົມກຽດ ປະຈໍາວົງ ເລຂາທິການ ສທນຊ ຂອງໄທ ກ່າວວ່າ ຄະນະເຮັດວຽກສະເພາະກິດ ດ້ານການແກ້ໄຂບັນຫາ ການປ່ຽນແປງ ສະພາບນິເວດ ໃນລຸ່ມແມ່ນໍ້າຂອງ ຈະເລັ່ງທົບທວນ ຂໍ້ມູນຈາກໜ່ວຍງານ ຕ່າງໆ ທີ່ໄດ້ສຶກສາໄວ້ແລ້ວ ໂດຍສະເພາະໂຄງການສຶກສາ ຜົລກະທົບ ແລະຕິດຕາມ-ກວດສອບ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂ້າມຊາຍແດນ ຈາກໂຄງການເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຕັ້ງແຕ່ປີ 2014 ຫາ 2018 ມາວິເຄາະໃຫ້ຮອບດ້ານ ເພື່ອວາງມາຕການປ້ອງກັນ ແກ້ໄຂບັນຫາ ດັ່ງກ່າວ ຮວມໄປເຖິງມາຕການ ຊົດເຊີຍຜູ້ໄດ້ຮັບ ຜົລກະທົບ ຢ່າງເປັນຮູປທັມ, ສໍານັກຂ່າວໄທ ຣາຍງານ.
ກ່ຽວກັບໂຄງການເຂື່ອນຫຼວງພຣະບາງ ທ່ານ ມົນຕຣີ ຈັນທະວົງ ນັກວິຊາການແມ່ນໍ້າຂອງ ຈາກເຄືອຂ່າຍເສຣີພາບ ແມ່ນ້ຳຂອງ ໄດ້ກ່າວຕໍ່ RFA ເມື່ອທ້າຍປີກາຍວ່າ:
"ຄັນເຂື່ອນຫຼວງພຣະບາງ ຖືກສ້າງຂຶ້ນ ບັນຫາຜົນກະທົບທີ່ຈະເກີດຂຶ້ນ ມັນຈະຍິ່ງເພິ່ມຄວາມຮຸນແຮງ. ຕອນນີ້ກໍມີເຂື່ອນໄຊຍະບູຣີ. ຖ້າສ້າງ ເຂື່ອນຫຼວງພຣະບາງ ຂຶ້ນຕື່ມ ຜົນກະທົບນັ້ນ ກໍຈະເກີດຂຶ້ນຫຼາຍ ເກີນຄວາມຄາດໝາຍ."
ໂຄງການເຂື່ອນຫຼວງພຣະບາງຂນາດ 1,460 ເມກະວັດ, ມີມູນຄ່າການກໍ່ສ້າງ 3 ຕື້ໂດລາສະຫະຣັຖ ໂດຍແມ່ນບໍຣິສັດ PetroVietnam Power ຂອງວຽດນາມ ແລະ ບໍຣິສັດ ຊໍ ການຊ່າງ ຂອງໄທຍ ເປັນເຈົ້າຂອງໂຄງການ. ແລະ ຄາດວ່າ ໂຄງການນີ້ ຈະເລີ້ມການກໍ່ສ້າງ ພາຍໃນປີ 2020 ແລະ ຈະສຳເຣັດໃນປີ 2027.