ຊໍ-ການຊ່າງ ເຈຣະຈາ ເຂື່ອນ ຫຼວງພຣະບາງ
2019.09.25

ບໍຣິສັດ ຊໍ-ການຊ່າງ ຂອງໄທ ຍັງບໍ່ສາມາດເປີດເຜີຍ ຣາຍລະອຽດກ່ຽວກັບໂຄງການເຂື່ອນຫລວງພຣະບາງ, ປັດຈຸບັນທາງບໍຣິສັດກໍາລັງ ເຈຣະຈາກັບຣັຖບານລາວ ຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຝ່າຍປະຊາສໍາພັນຂອງບໍຣິສັດ ຊໍ-ການຊ່າງ ຕໍ່ RFA ໃນມື້ວັນທີ 25 ກັນຍາ ນີ້. ທ່ານກ່າວ ໃນຕອນນຶ່ງວ່າ:
"ຖ້າເກີດຈະແຈ້ງເປັນທາງການ ຈາກ ທາງບໍຣິສັດ ເຮົາກໍຍັງຢືນຢັນແບບເດີມວ່າ ເຮົາຍັງບໍ່ໄດ້ເປີດເຜີຍລາຍຣະອຽດ ແລະກໍຊື່ຂອງໂຄງການ, ຈະພຍາຍາມເຮັດໃຫ້ໄວທີ່ສຸດ ແຕ່ມັນເປັນເຣື່ອງຣະຫວ່າງ ຣັຖບານລາວ ແລະໄທ ຊຶ່ງຈະຟ້າວຫຍັງຫຼາຍ ກໍບໍ່ໄດ້. ອີກສາເຫດນຶ່ງ ທີ່ຍັງບໍ່ ເປີດເຜີຍ ຄືທາງຣັຖບານລາວ ຂໍໃຫ້ທາງເຮົາບໍ່ຟ້າວເປີດເຜີຍນໍາແດ່."
ທ່ານກ່າວ:
"ຄືຖ້າ ມັນຈະແຈ້ງແທ້ແລ້ວ ແລະທາງຣັຖບານເຫັນດີ ໃຫ້ທາງເຮົາເວົ້າ ທາງເຮົາກໍຍິນດີ ທີ່ຈະເປີດເຜີຍ."
ບໍຣິສັດ ຊໍ-ການຊ່າງ ແລະບໍຣິສັດ Petro Power Corporation ຂອງວຽດນາມມີແຜນຈະຮ່ວມກັນລົງທຶນ ສ້າງເຂື່ອນຫຼວງພຣະບາງ. ຢູ່ໃນບົດຣາຍງານປະຈໍາປີ 2018 ຂອງບໍຣິສັດ ຊໍ-ການຊ່າງ, ໂຄງການສ້າງເຂື່ອນຫລວງພຣະບາງ ກໍຍັງບໍ່ຢູ່ ໃນແຜນການຂອງບໍຣິສັດ ເທື່ອ.
ທາງຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ຢືນຢັນວ່າຈະຈັດກອງປະຊຸມ ປຶກສາຫາລືລ່ວງໜ້າ ກັບ ອົງການສິ່ງແວດລ້ອມ ແລະ ປະຊາຊົນ ກ່ຽວກັບໂຄງການສ້າງເຂື່ອນ ຫລວງພຣະບາງ ໃນເດືອນຕຸລາ 2019 ນີ້ ຊຶ່ງຈະເປັນເຂື່ອນແມ່ນໍ້າຂອງ ແຫ່ງທີ 5 ໃນແຜນ ການສ້າງເຂື່ອນ ຂອງ ຣັຖບານລາວ, ອີງຕາມຄໍາເວົ້າຂອງ ທ່ານ ໂສພິກ ມີສ ຈາກ MRC ທີ່ໄດ້ສົ່ງອີແມວ ຕອບຄໍາຖາມຂອງ RFA ເມື່ອວັນທີ 23 ກັນຍາ ນີ້ ແລະວ່າ MRC ກໍໄດ້ທົບທວນເອກກະສານ ຄົບຖ້ວນແລ້ວ ແລະ ຈະສົ່ງໄປໃຫ້ ປະເທດ ສະມາຊິກ ຄືໄທ ກໍາພູຊາແລະວຽດນາມ.
ໃນຂນະດຽວກັນ ນາງ Maureen Harris ຜູ້ອໍານວຍການອົງການແມ່ນໍ້າສາກົນ ຫລື IR ດ້ານໂຄງການເອເຊັຽ ຕາເວັນອອກສ່ຽງໃຕ້ ກໍເວົ້າວ່າ ນາງຮູ້ສຶກຜິດຫວັງ ຕໍ່ການຕັດສິນໃຈ ຂອງຣັຖບານລາວ ກ່ຽວກັບໂຄງການເຂື່ອນ ແມ່ນໍ້າຂອງ ນີ້. ນາງເວົ້າວ່າ ຫລັກຖານ ທາງວິທຍາສາດ ເຣື່ອງຜົນກະທົບແມ່ນຈະແຈ້ງ. ຜົລກະທົບທີ່ສໍາຄັນ ມີຮວມທັງ ຕໍ່ຝຸງປາທີ່ຈະຖືກທໍາຣາຍ, ການສູນເສັຽຝຸ່ນຕົມ ແລະ ການປ່ຽນແປງ ຂອງຣະບົບນໍ້າໄຫລ ຊຶ່ງ ຈະສົ່ງຜົນກະທົບ ຕໍ່ຄວາມພໍພຽງທາງດ້ານອາຫານ ແລະວິຖີຊີວິດ ຂອງ ຊຸມຊົນເຂດອ່າງ ແມ່ນໍ້າຂອງ ນໍາດ້ວຍ.