ທາງການໄທ ສົ່ງແຮງງານ ລາວ ທີ່ ຜິດກົດຫມາຍ ກັບຄືນ ປະເທດລາວ.
ຣັຖບານລາວ ແລະ ອົງການ ຊ່ອຍເຫລືອ ຕ່າງຊາດ ໄດ້ເຮັດວຽກ ຮ່ວມກັນ ໃນການ ຫ້າງຫາ ບອ່ນພັກເຊົາ ຊົ່ວຄາວ ທີ່ ນະຄອນຫລວງ ວຽງຈັນ ໃຫ້ຄົນງານ ລາວ ຜູ້ທີ່ເຮັດວຽກ ບໍ່ມີໃບ ອະນຸຍາດ ທີ່ຖືກໄທ ສົ່ງກັບ ປະເທດ.
ກ່ອນຈະຮອດ ບຸນປີໃຫມ່ ໃນເດືອນຫນ້າ ເຈົ້າຫນ້າທີ່ ໄທ ໄດ້ເລັ່ງລັດ ໃນການ ສົ່ງ ແຮງງານລາວ ທີ່ ຜິດກົດຫມາຍ ໃນໄທ ກັບຄືນ ປະເທດ ຫລັງຈາກ ກວດພົບ ໃນດ່ານ ກວດຄົນ ເຂົ້າເມືອງ ແລະ ຕາມໂຮງງານ ຕ່່າງໆ ໃນ ທົ່ວປະເທດ.
ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ໄດ້ສ້າງຕັ້ງ ສູນກາງ ຢູ່ ນະຄອນຫລວງ ວຽງຈັນ ເພື່ອຮອງຮັບ ແຮງງານ ລາວ ຜູ້ທີ່ຈະຖືກ ສົ່ງກັບ ມາຈາກ ໄທ ກ່ອນຈະສົ່ງ ຂະເຈົ້່າ ກັບຄືນບ້ານເກີດ ຂອງ ພວກຂະເຈົ້າ. ສູນກາງ ດັ່ງກ່າວ ຈະມີບ່ອນຢູ່ ບ່ອນກິນ, ເຈົ້າຫນ້າທີ່ ລາວ ຮ່ວມດ້ວຍ ອົງການ ຕ່າງຊາດ ຈະສຳພາດ ພວກຂະເຈົ້່າ ພ້ອມທັງ ໃຫ້ຄຳແນະນຳ ສັ່ງສອນ ໃນການ ປະກອບ ອາຊີບ ໃຫມ່.
ເຈົ້າຫນ້າທີ່ ຈາກອົງການ ຊ່ອຍເຫລືອ ສາກົນ ກ່າວຕໍ່ ຫນັງສືພິມ ວຽງຈັນທາຍ ວ່າ ວ່າງອາທິດ ທີ່ຜ່ານມາ ນາງໄດ້ຮັບ ຂ່າວ ຢ່າງບໍ່ເປັນ ທາງການວ່າ ມີແຮງງານ ລາວ ທີ່ຜິດກົດຫມາຍ ຈາກ ປະເທດໄທຈຳນວນ 180 ຄົນ ຈາກພາກສ່ວນ ຕ່າງໆ ຂອງໄທ ຖືກສົ່ງມາ ແຂວງຫນອງຄາຍ ແລ້ວ ກຳລັງ ລໍຖ້າ ການສົ່ງ ກັບລາວ ຢ່າງ ເປັນທາງການ. ປັດຈຸບັນ ຄາດວ່າ ມີ ແຮງງານລາວ ໃນໄທ ກວ່າ 2 ແສນ ຄົນ ແລະ ເຄິ່ງ ນຶ່ງໃນນັ້ນ ອາດເຂົ້າ ປະເທດໄທ ແບບ ຜິດກົດຫມາຍ.