ໄທຈະສ້າງໂຮງງານໄຟຟ້າ ໃນລາວ


2014.01.26
ບໍຣິສັດໄທຈະສ້າງໂຮງໄຟຟ້າ ໃນລາວ
RFA

 

ບໍຣິສັດກໍ່ສ້າງ Thai Policons ຊຶ່ງເປັນບໍຣິສັດບໍຣິການກໍ່ສ້າງຄົບຊຸດໄດ້ຈັດງົບປະມານເຖິງ 4,500 ລ້ານບາດຫລືເທົ່າກັບ 137 ລ້ານໂດລາ ສະຫະຣັຖ ສໍາລັບສ້າງໂຮງໄຟຟ້າ 3 ແຫ່ງຢູ່ສປປລາວ ຊຶ່ງເປັນພາກສ່ວນນຶ່ງຂອງແຜນການ ທີ່ຈະຂຍາຍທຸຣະກິດພລັງງານຢູ່ລາວ ແລະສົ່ງ ໄປຕ່າງປະເທສ. ຕາມຣາຍງານ ຂອງໜັງສືພິມ The Nation ໃນວັນທີ 27 ມົກກະຣາ 2014 ນີ້.

ທ່ານ ໄຊນະຣົງ ຈັນພະລັງສຣີ ປະທານບໍຣິສັດກ່າວຕໍ່ The Nation ວ່າທຸຣະກິດ ໂຮງງານພລັງງານພາຍໃຕ້ຊື່ TPC Power Holding ຢູ່ ໃນຂະບວນຂອງການຂຍາຍ ກໍາລັງການຜລິດ ຢູ່ປະເທສລາວ. ທ່ານວ່າ: “ພວກທ່ານ ກໍາລັງ ລໍຖ້າທີ່ຈະເຊັນສັນຍາ ຊື້-ຂາຍໄຟຟ້າ ກັບ ຣັຖບາລລາວ ໃນສອງໂຄງການ ແລະ ໃນທັນທີ ທີ່ເອກກະສານ ນັ້ນສໍາເຣັດ ກໍຈະເລີ່ມ ວຽກງານ ການກໍ່ສ້າງ ນັ້ນໂລດ“.

ບໍຣິສັດນີ້ມີ 3 ໂຄງການຢູ່ລາວ ບົດບັນທຶກຄວາມເຂົ້າໃຈໄດ້ຖືກລົງນາມກັນແລ້ວສໍາລັບ 2 ໂຄງການຢູ່ແຂວງໄຊຍະບູຣີ ແລະແຂວງຜົ້ງສາລີ ແລະສັນຍາຊື້-ຂາຍ ພລັງງານ ກໍຢູ່ໃນຣະຫວ່າງ ການກະຕຣຽມ ຄາດວ່າການກໍ່ສ້າງ ຢູ່ ໄຊຍະບູຣີ ແລະ ຜົ້ງສາລີ ຈະເລີ່ມໃນປີໜ້ານີ້.

ສ່ວນບົດບັນທຶກ ຄວາມເຂົ້າໃຈ ທີ່ຈະລົງນາມ ສໍາລັບໂຄງການທີ 3 ຢູ່ແຂວງອຸດົມໄຊ ນັ້ນຍັງບໍ່ທັນ ໄດ້ລົງນາມກັນເທື່ອ. ເມື່ອ 3 ໂຄງການ ທີ່ວ່ານັ້ນ ສໍາເຣັດແລ້ວ ບໍຣິສັດພລັງງານ TPC ຄາດວ່າ ຈະຜລິດກະແສໄຟຟ້າ ຢູ່ລາວໄດ້ ຢ່າງໜ້ອຍ 80 MW.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.