ຕໍາຣວດໄທຊີ້ແຈງບັດເຫຼືອງ ຂອງ ຄົນງານລາວ

ມະນີຈັນ
2017.04.12
F-workers ເຂດຊາຍແດນລາວໄທ ຊ່ອງເມັກ-ວັງເຕົ່າ
RFA/PN

ຄົນງານລາວ ຊຶ່ງເຮັດວຽກ ຢູ່ປະເທດໄທ ທີ່ຖືບັດເຫລືອງ ຂອງສະຖານທູດ ສປປລາວ ປະຈຳໄທ ກັບຄືນປະເທດ ໃນລະຍະບຸນປີໃໝ່ ທີ່ ຖືກຕຳຣວດໄທ ກັກແລະປັບໃໝນັ້ນ ເຈົ້າໜ້າທີ່ ຕຳຣວດໄທ ເວົ້າວ່າ ໄທບໍ່ໄດ້ຖືວ່າ ບັດເຫລືອງນັ້ນ ເປັນບັດທີ່ ຮັບປະກັນ ຖານະຖືກຕ້ອງ ທັງໝົດ ເພາະວ່າ ມີຫຼາຍກໍຣະນີ ໃນການ ເຂົ້າ-ອອກ ປະເທດໄທ ແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຖ້າເຈົ້າໜ້າທີ່ໄທກວດກາ ແລະ ຖ້າເຫັນວ່າ ຜູ້ໃດຜິດ ຕໍ່ລະບຽບ ກົດໝາຍແລ້ວ ຜູ້ນັ້ນກໍຈະຖືກຈັບ ແລະຖືກປັບໃໝ:

"ທ່ານກ່າວວ່າ ທີ່ຈິງແລ້ວ ບັດເຫລືອງມັນກໍບໍ່ຖືກນະ ກົງສຸນລາວ ຂໍຄວາມອະນຸເຄາະ ຄືແມ່ນໜັງສື ຂໍຄວາມອະນຸເຄາະຊື່ໆ ໄທຈະຈັບກໍໄດ້ ບໍ່ຈັບກໍໄດ້ ຈຳນວນນຶ່ງເຂົ້າມາໄທ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ຢູ່ໄທເກີນກຳນົດ ກໍຖືວ່າຜິດກົດໝາຍ ຖ້າມີເງິນ ເສັຽຄ່າປັບ ຕຳຣວດໄທ ກໍປັບ ຄົນລາວບໍ່ຮູ້ ກໍມາໂທດ ຕຳຣວດໄທ".

ທ່ານກ່າວອີກວ່າ ຜູ້ທີ່ມີ ເອກກະສານ ທັງໜັງສື ເດີນທາງ ບັດສີຊົມພູ ຫລືໃບອະນຸຍາດ ເຮັດວຽກ ແລະບັດເຫລືອງຂອງ ສະຖານທູດລາວ ຕຳຣວດໄທບໍ່ເຄີຍກັກ ແລະບໍ່ເຄີຍປັບໃໝ ຖ້າບໍ່ມີເອກກະສານ ຄົບຖ້ວນ ຢ່າງຖືກຕ້ອງແລ້ວ ກໍຈະຖືວ່າມີໂທດ ມີຄວາມຜິດ ຖານລັກລອບ ເຂົ້າມາເຮັດວຽກ ຢູ່ປະເທດໄທ.

ຄົນງານຕ່າງດ້າວ ທີ່ຖືບັດສີຊົມພູນັ້ນ ເຈົ້າໜ້າທີ່ໄທ ເວົ້າວ່າ ໄປຂໍໜັງສືຮັບຮອງ ໄດ້ທີ່ສໍານັກງານ ຈັດຫາງານແຂວງ ທີ່ຕົນຢູ່. ແຕ່ຄົນຕ່າງ -ດ້າວ ທີ່ມີໜັງສືເດີນທາງ Passport ຫຼືໜັງສືເດີນທາງ CI ບໍ່ຕ້ອງຂໍໜັງສືຮັບຮອງ ຫາກປະສົງຈະກັບເຂົ້າມາໄທ ຫຼັງວັນທີ 30 ເມສາ 2017 ຕ້ອງຂໍອະນຸຍາດ ແບບເຂົ້າປະເທດ 2 ເທື່ອ ແລະ ເສັຽຄ່າທໍານຽມ 1 ພັນບາດ ກ່ອນເດີນທາງ ອອກນອກ ປະເທດໄທ ຖ້າບໍ່ມີ ການດໍາເນີນການກ່ອນ ຈະບໍ່ສາມາດ ກັບເຂົ້າມາໄທ ຫລັງວັນທີ 30 ເມສາ 2017 ໄດ້.

ກໍຣະນີຄົນງານລາວ ທີ່ຖືບັດເຫຼືອງ ຂອງສະຖານທູດສປປລາວ ກັບຄືນປະເທດໃນຍາມບຸນປີໃໝ່ລາວ ທີ່ຖືກຕຳຣວດໄທ ຈັບແລະປັບໃຫມ ນັ້ນ ຍາດພີ່ນ້ອງ ຂອງຜູ້ກ່ຽວ ເວົ້າວ່າ:

"ລະຍະເທສການນີ້ແຫຼະ ເວລາພໍ້ດ່ານພໍ້ຫຍັງ ຕຳຣວດມັກຖາມວ່າ ຖາມໃຜມີບັດເຫລືອບັດຫຍັງ ເຂົາກໍເຊີນລົງຂ້າງລ່າງ ເພິ່ນຈະຂູ່ໄວ້ກ່ອນ ບັດເຫຼືອງຍື່ນໃຫ້ ຕຳຣວດແລ້ວ ຕຳຣວດເວົ້າວ່າ ບໍ່ຮູ້ບໍ່ກ່ຽວ ບໍ່ມີບັດນີ້ ມັນຕ່າງຫາກ ເຂົາວ່າຈັ່ງຊີ້ແຫຼະ ເພິ່ນເອົາ ຄົນລະ 500 ນະ, ແກ້ໄຂ ໃຫ້ແນ່ ປະຊາຊົນເຮົາ ມັນເດືອດຮ້ອນ ເພາະວ່າໜັງສື ມັນກໍບໍ່ແມ່ນວ່າ ຫາເຮົາມີ ເອົາອອກຈາກ ສະຖານທູດ ແມ່ນບໍ່ລະ ທີ່ຂ້ອຍຢາກຮູ້ນັ້ນ ໜັງສືມັນ ບໍ່ມີຄວາມໝາຍ ເລີຍບໍ່".

ກ່ຽວກັບເຣຶ່ອງດັ່ງກ່າວ ຄົນງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ຢາກໃຫ້ທາງການ ສປປລາວ ແກ້ໄຂບັນຫາ ດັ່ງກ່າວໃຫ້ມັນເປັນ ເອກກະ -ພາບກັນ ໃນການປະຕິບັດ ຕໍ່ພວກຕົນ ແລະໃຫ້ມີຄວາມເປັນທັມ ເພື່ອເຮັດໃຫ້ ການໄປມາຫາສູ່ກັນ ຣະຫວ່າງ ປະຊາຊົນ 2 ປະເທດ ລາວ-ໄທ ສະດວກຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.