ຄົນງານລາວໃນໄທ
2013.05.21
ມີບໍ່ຮອດ 5 ສ່ວນຮ້ອຍ ຂອງ ຄົນງານລາວ ທີ່ໄດ້ຮັບ ໃບອະນຸຍາດ ເຮັດວຽກ ຢູ່ໄທ.
ເຈົ້າໜ້າທີ່ ຂັ້ນສູງ ຂອງໄທ ຮຽກຮ້ອງ ໃຫ້ ສປປລາວ ມອບໝາຍ ໃຫ້ ເຈົ້າໜ້າທີ່ ລາວ ໄປເຮັດວຽກ ຮ່ວມກັບ ກົມແຮງງານ ຂອງໄທ ຫລາຍຂຶ້ນຕື່ມ ເພື່ອພິສູດ ເອກສານ ທາງກົດໝາຍ ຂອງຄົນລາວ ທີ່ຍື່ນ ສມັກ ເຮັດວຽກ ຢູ່ໄທ. ຕາມຣາຍ ງານຂ່າວ ໃນວັນທີ 21 ພຶສພາ ນີ້.
ໃນຣະຫວ່າງ ການປະຊຸມ ທີ່ຊຽງໃໝ່ ໃນທ້າຍ ອາທິດ ຜ່ານມານີ້ ທ່ານ ປະເດີມໃຈ ສະສົມຊັບ ຣັຖມົນຕຣີ ກະຊວງ ແຮງງານໄທ ໄດ້ແຈ້ງໃຫ້ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ ວ່າ ມີຊາວລາວ 66 ພັນຄົນ ທີ່ຍື່ນສມັກ ເຮັດວຽກ ຢູ່ ປະເທດໄທ. ໃນນັ້ນ ມີພຽງ 2300 ຄົນ ທີ່ໄດ້ຮັບ ອະນຸຍາດ ຊຶ່ງສ່ວນນຶ່ງ ກໍອາດເປັນ ຍ້ອນວ່າ ທາງການລາວ ສົ່ງເຈົ້າໜ້າທີ່ ຂອງຕົນ ໄປເຮັດວຽກ ຮ່ວມກັບ ເຈົ້າໜ້າທີ່ ແຮງງານໄທ ເພື່ອແກ້ໄຂ ບັນຫາ ນີ້ ບໍ່ພຽງພໍ ເພາະວ່າ ຣັຖບານລາວ ສົ່ງໄປພຽງ 7 ຄົນ ແລະ ທ່ານ ກໍໄດ້ຂໍໃຫ້ ນາຍົກລາວ ສົ່ງເຈົ້າໜ້າທີ່ ຂອງຕົນ ໄປເຮັດວຽກ ຢູ່ໄທ ຫລາຍຂຶ້ນເພື່ອ ເລັ່ງລັດ ຂັ້ນຕອນ ການໃຫ້ ອະຍຸຍາດ ເຮັດວຽກ ໃຫ້ໄວຂຶ້ນ.
ກໍານົດອອກ ໃບອະນຸຍາດ ເຮັດວຽກ ແກ່ຄົນງານ ຍ້າຍຖີ່ນ ມີການຕໍ່ 2 ຄັ້ງແລ້ວ ແລະຄັ້ງທີ 3 ມີກໍານົດ 120 ວັນ ແລະ ຈະປິດລົງ ໃນທ້າຍເດືອນ ສິງຫາ 2013 ນີ້. ຫລັງຈາກນັ້ນ ຜູ້ທີ່ ບໍ່ໄດ້ຮັບ ອະນຸຍາດ ເຮັດວຽກ ກໍຈະບໍ່ ຖືກຈ້າງ ໃນປະເທດໄທ ຕໍ່ໄປ ແລະ ເມື່ອວັນທີ 20 ພຶສພາ ກໍມີຂ່າວວ່າ ຄົນງານລາວ ໜີໄປ ເຮັດວຽກຢູ່ ໄທ ຫລາຍ ເຮັດໃຫ້ ໂຮງງານ ຕັດຫຍິບ ໃນລາວ ຂາດເຂີນ ຄົນງານ.