ໄທຍກຽມຍົກເວັ້ນຄ່າວີຊ້າ ເຂົ້າ-ອອກ ໃຫ້ຄົນງານ 3 ສັນຊາດ
2024.03.26

ເນື່ອງໃນໂອກາດສະຫຼອງວັນສົງການປີນີ້ ລັດຖະບານໄທຍໄດ້ມີການປະຊຸມເພື່ອພິຈາລະນາການຜ່ອນຜັນຍົກເວັ້ນຄ່າທໍານຽມວີຊ້າ ເຂົ້າ-ອອກ ໃນລະຫວ່າງວັນທີ 1 ເມສາ ຫາ 15 ພຶດສະພາ 2024 ໃຫ້ແກ່ຄົນງານສາມປະເທດທີ່ເຮັດວຽກຢູ່ໃນປະເທດໄທຍເຊັ່ນ ລາວ ພະມ້າ ແລະ ກຳພູຊາ ອີງຕາມການລາຍງານຂອງ ທ່ານ ຄາຣົມ ພົນລະພອນກາງ ຮອງໂຄສົກປະຈຳສຳນັກງານຍົກລັດຖະມົນຕີໄທຍ.
ການກະກຽມການຜ່ອນຜັນຍົກເວັ້ນຄ່າທໍານຽມວີຊ້ານັ້ນທາງການໄທຍໃຫ້ເຫດຜົນວ່າ ເພື່ອເປັນການຊ່ອຍກະຕຸ້ນເສດຖະກິດໃນໄລຍະວັນສົງການປີ້ນີ້ພ້ອມທັງເປັນຂວັນກຳລັງໃຈໃຫ້ໃນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງກັບຄືນເມືອສະຫຼອງກັບຄອບຄົວ. ພ້ອມທັງເປັນການສ້າງຄວາມສຳພັນທີ່ດີລະຫວ່າງປະເທດນຳດ້ວຍ.
ການກະກຽມການຜ່ອນຜັນຍົກເວັ້ນເວັ້ນຄ່າທໍານຽມວີຊ້າຍັງຢູ່ໃນລະຫວ່າງການນໍາສະເໜີຕໍ່ລັດຖະບານເມື່ອໃດຖ້າໄດ້ຮັບການເຫັນດີຈະໄດ້ແຈ້ງຕໍ່ກັບຄົນງານທັງສາມປະເທດໃຫ້ໄດ້ຮັບຊາບ. ດັ່ງເຈົ້າໜ້າທີ່ກະຊວງແຮງງານຂອງໄທຍທ່ານກ່າວຕໍ່ວິທະຍຸເອເຊັຽເສຣີໃນວັນທີ 19 ມີນານີ້ວ່າ.
(ພາສາໄທ) “ຖ້າກ່ອນຕ້ອງປະກາດກ່ອນອັນນີ້ກໍຄືປະຊຸມແລ້ວດຽວກໍຕ້ອງສະເໜີໃຫ້ຮຽບຮ້ອຍຫັ້ນນ່າເດີນທາງກັບໃນໄລຍະສົງການກໍອຳນວຍຄວາມສະດວກຄ່າວີຊ້າຟຣີນໍາດ້ວຍກໍເປັນຄວາມສຳພັນລະຫວ່າງປະເທດແລ້ວກໍສົ່ງເສີມເປັນປະເພນີດ້ວຍປະເທດເພື່ອນບ້ານກໍຄືກັນເຂົາກໍອາດຈະກັບໄປພົບຍາດຮົດນໍ້າດຳຫົວອີ່ຫຍັງແບບນີ້.”
ກ່ຽວກັບເລື່ອງນີ້ຄົນງານລາວທີ່ເຮັດວຽກໃນໄທຍກ່າວວ່າກໍຖືເປັນເລື່ອງທີ່ດີຫຼາຍທີ່ທາງການໄທຍຈະຍົກເວັ້ນຄ່າທຳນຽມວີຊ້າໃຫ້ ລ້າ ໆ ໃນໄລຍະສົງການ ຫຼື ບຸນປີໃໝ່ລາວເພາະຈະໄດ້ຫຼຸດຄ່າໃຊ້ຈ່າຍລົງເນື່ອງຈາກບາງຄົນຄ່າແຮງທີ່ມາເຮັດວຽກໃນໄທຍກໍມື້ລະປະມານ 200-350 ເຊີ່ງເງິນກໍຍັງເຫຼືອບໍ່ຫຼາຍໃນແຕ່ລະເດືອນ. ສໍາລັບປີນີ້ ຄົນງານລາວກ່າວວ່າຈະກັບບ້ານໄປຢາມພໍ່ແມ່ແລະຄອບຄົວຕົນເອັງ.
“ປີ້ນີ້ໜ້າຈະເມືອຢູ່ຄືເວົ້າຫັ້ນແຫຼະເນາະຄົນເຮົາເຮັດງານເມື່ອຍ ໆ ດົນ ໆ ເປັນປີໜຶ່ງຈັ່ງເມືອຢາມບ້ານບາງກຄົນກໍ 2 ປີ ຖ້າເພິ່ນໃຫ້ນີ້ແຮງດີເລີຍແຫຼະແຮງດີສຳລັບແຮງງານເພາະວ່າແຕ່ລະຄົນມາໃຊ້ແຮງງານບ່ອນໜຶ່ງຄ່າແຮງ 200-300-350 ຫຼື ຄ່າໃຊ້ຈ່າຍກໍເຫຼືອຢູ່ປະມານໝ້ອງ 100 ກ່ວາບາດ 200 ໄປຊັ້ນ.”
ສ່ວນຄົນງານອີກຄົນໜຶ່ງທີ່ເຮັດວຽກໃນໄທຍເຊັ່ນກັນກ່າວວ່າການທີ່ທາງການໄທຍຈະຍົກເວັ້ນຄ່າທຳນຽມວີຊ້າໃຫ້ລ້າ ໆ ໃນໄລຍະສົງການຫຼືບຸນປີໃໝ່ລາວກໍຮູ້ສຶກດີໃຈຖ້າຈ່າຍເອັງລາຄາຄິດເປັນເງິນໄທຍກໍປະມານ 1,000 ກ່ວາບາດ. ເຊີ່ງປີນີ້ຄົນງານຜູ້ນີ້ກ່າວວ່າ ກໍຄິດວ່າຈະກັບເມືອຢາມບ້ານແຕ່ຕ້ອງເບິ່ງກ່ອນວ່າຖ້າມີງານກໍຈະບໍ່ໄດ້ກັບບ້ານ.
“ເອີດີໃຈລະເນາະຄັນເພິ່ນຟຣີກໍຕ້ອງກັໍບແຫຼະເນາະມີງານກໍບໍ່ໄດ້ກັບຄັນບໍ່ມີງານກໍໄດ້ກັບ ປົກກະຕິຄືວ່າເພິ່ນໃຫ້ເສັຍພັນປາຍເບາະຕໍ່ຈຳນວນສິດຂອງບັດ MOU.”
ຄົນງານພະມ້າໃນໄທຍຈະບໍ່ຄ່ອຍກັບປະເທດຕົນເອັງບາງຄົນໃຫ້ເຫດຜົນວ່າເງິນຍັງມີ
ໜ້ອຍ ບາງກໍບອກວ່າບໍ່ຢາກກັບປານໃດ. ດັ່ງຄົນພະມ້າໃນໄທຍກ່າວວ່າສຳລັບປີນີ້ກໍຍັງບໍ່ຄິດຈະກັບບ້ານໃນພະມ້າແລະໃນໄລຍະເທດສະການກໍບໍ່ຄ່ອຍໄດ້ກັບຢູ່ແລ້ວສ່ວນຄົນອື່ນກໍອາດຈະກັບຫຼືບໍ່ກັບຄືຕົນເອັງກໍໄດ້ເຊີ່ງການເຂົ້າ-ອອກ ພະມ້າຖ້າມີເອກະສານຖືກຕ້ອງກໍງ່າຍຢູ່ຖ້າບໍ່ມີເອກະສານເຂົ້າ-ອອກຍາກ.
(ພາສາໄທ) “ ເຫັນອອກຂ່າວຢູ່ເຂົາບອກໃຫ້ອອກຟຣີໄດ້ໃນໄລຍະເທດສະການກໍສ່ວນຫຼາຍກໍບໍ່ຄ່ອຍໄດ້ກັບໃນໄລຍະເທດສະການນ່າຕົນເອັງກໍບອກບໍ່ຖືກແລ້ວແຕ່ບາງຄົນກໍກັບບາງຄົນກໍບໍ່ກັບຖ້າເຮົາມີເອກະສານຖືກຕ້ອງມັນກໍໍ່ບໍ່ຍາກດອກມັນກໍເຂົ້າ-ອອກງ່າຍຢູ່.”
ການຜ່ອນຜັນຄ່າທໍານຽມວີຊ້າໃນໄລຍະສົງການທີ່ຈະມາເຖີງນີ້ທາງການໄທຍຈະພິຈາລະນາໃຫ້ສະເພາະຄົນງານລາວ ພະມ້າ ກຳພູຊາ ເທົ່ານັ້ນ. ສຳລັບຄົນທີ່ມີໜັງສືເດີນທາງຖືກຕ້ອງຫຼືເອກະສານທີ່ໃຊ້ແທນໜັງສືເດີນທາງທີ່ໄດ້ຮັບການສະແຕມ ວີຊ້າ ຢູ່ປະເທດຊົ່ວຄາວລວມເຖີງຜູ້ຕິດຕາມທີ່ເປັນລູກຂອງຄົນງານທັງ 3 ປະເທດທີ່ອາຍຸບໍ່ເກີນ 18 ປີ. ສ່ວນຄົນງານທີ່ອອກຈາກປະເທດໄທຍໄປແລ້ວ ແລ້ວຈະກັບເຂົ້າມາໃໝ່ ຫຼັງວັນທີ 15 ພຶດສະພາ 2024 ຈະຕ້ອງເຮັດການຂໍສະແຕມເຂົ້າປະເທດແບບ Re-entry ແລະ ເສັຍຄ່າທຳນຽມຕາມປົກກະຕິທາງການຈະບໍ່ມີການຍົກເວັ້ນຄ່າທຳນຽມວີຊ້າໃຫ້ແລ້ວ.
ອີງຕາມການລາຍງານຂອງສໍານັກຂ່າວ The Laotian Times ລະບຸ ເມື່ອທ້າຍປີ 2023 ວ່າ ຂະນະນີ້ແຮງງານໃນປະເທດລາວຄ່າແຮງຕໍ່າຫຼາຍຈຶ່ງເຮັດໃຫ້ອົງກອນຂອງລັດຖະບານລາວອະນຸຍາດແລະອຳນວຍຄວາມສະດວກແກ່ຄົນງານລາວໃນການເຮັດວຽກຊົ່ວຄາວໂດຍຜ່ານຊ່ອງທາງແລະຄວາມຮ່ວມມືລະຫວ່າງປະເທດຢ່າງຖືກຕ້ອງຕາມກົດໝາຍໃນປະເທດຕ່າງເຊັ່ນ ເກົາຫຼີໃຕ້ ໄທຍ ຢີ່ປຸ່ນ.
ເວັບໄຊຂອງກົມການຈັດຫາງານສໍານັກບໍລິຫານແຮງງານຕ່າງດ້າວກະຊວງແຮງງານຂອງໄທຍລະບຸວ່າເມື່ອເດືອນ 07 ປີກາຍ ມີຈຳນວນແຮງງານຂ້າມຊາດແລະກຸ່ມຄົນທີ່ໄດ້ຮັບອະນຸຍາດເຮັດວຽກທົ່ວປະເທດໄທຍປະມານ 2,7 ລ້ານຄົນ ແລະ ຖ້າເບິ່ງສະເພາະໂຕເລກແຮງງານລາວໃນໝວດຕ່າງດ້າວທີ່ໄດ້ຮັບອະນຸຍາດເຮັດວຽກຄົງເຫຼືອທົ່ວປະເທດ ໃນເດືອນ 07 ປີ 2023 ມີແຮງງານລາວ 224,531 ຄົນ.
ຜູ້ອໍານວຍການ ບໍລິສັດຈັດສົ່ງຄົນງານໄປເຮັດວຽກຢູ່ປະເທດໄທຍທີ່ຂໍສະຫງວນສື່ແລະສຽງໄດ້ໃຫ້ເຫດຜົນວ່າເປັນຫຍັງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດນັບມື້ນັບເພີ່ມຂື້ນໂດຍສະເພາະປະເທດໄທຍ. ກໍຄືດັ່ງໂຕເລກຂອງກົມການຈັດຫາງານທີ່ໄດ້ລາຍງານໃນເດືອນມີນາປີ 2024 ນັບແຕ່ປີ 2016- ຕົ້ນປີ 2024 ມີຄົນງານລາວໄປເຮັດວຽກຢູ່ປະເທດໄທຍຈຳນວນ 482,396 ຄົນ. ຜ່ານມາຍັງມີຄົນງານຈຳນວນຫຼາຍໄປເຮັດວຽກແບບຜິດກົດໝາຍ ແຕ່ປັດຈຸບັນ ລາວ-ໄທຍ ລົງນາມເພື່ອຈັດສົ່ງຄົນງານໄປໃນລະບົບ MOU ເຊີ່ງມັນເປັນການສົ່ງເສີມໂດຍກົງຕໍ່ກັບ ແຮງງານລາວ.
ອີກດ້ານນໜຶ່ງຄ່າແຮງງານໃນລາວຕໍ່າຫຼາຍບໍ່ພຽງພໍກັບຄ່າຄອງຊີບນີ້ກໍເປັນບັນຫາໃຫຍ່ທີ່ສົ່ງຜົນໃຫ້ຄົນງານລາວເລືອກໄປເຮັດວຽກຢູ່ໄທຍເຖີງວ່າຈະມີຄວາມສ່ຽງແຕ່ຫຼາຍຄົນກໍຍອມເພາະໃນໄທຍຮັບແຮງງານທີ່ບໍ່ມີທັກສະແຕ່ວ່າໄດ້ຄ່າແຮງງານຕ່າງຈາກປະເທດລາວຫຼາຍເທົ່າ. ປັດຈຸບັນລາວຍັງບໍ່ສາມາດຍົກລະດັບຄ່າແຮງງານໃຫ້ສູງກ່ວາປະເທດເພື່ອນບ້ານໃນເຂດອາຊ້ຽນໄດ້ເພາະສະນັ້ນຫຼີກລ້ຽງບໍ່ໄດ້ທີ່ແຮງງານລາວຈະມີການເຄື່ອນຍ້າຍແລະອອກໄປເຮັດວຽກຢູ່ຕ່າງປະເທດ.