ນັກລົງທຶນໄທຍຄວນນັບຖື ຄົນລາວ ໃນທ້ອງຖິ່ນ

ໄຊຍາ
2021.04.07
ນັກລົງທຶນໄທຍຄວນນັບຖື ຄົນລາວ ໃນທ້ອງຖິ່ນ ກອງປະຊຸມ ສັມມະນາ ໃນວັນທີ 7 ເມສາ 2021 ຢູ່ ສະຖາບັນຄົ້ນຄວ້າສັງຄົມ ມະຫາວິທຍາໄລ ຈຸລາລົງກອນ ປະເທດໄທຍ
RFA

ສະຖາບັນວິຈັຍສັງຄົມ ຈຸລາລົງກອນ ມະຫາວິທຍາລັຍ ຈັດງານເສວະນາ ຄວາມສ່ຽງຂ້າມແດນ ແລະ ການກຳກັບດູແລ ອະນາຄົດ ຮ່ວມກັນ ຂອງອາຊຽນ.

ກໍຣະນີໂຮງໄຟຟ້າຫົງສາ ຢູ່ຊາຍແດນລາວ-ໄທຍ ເພື່ອແລກປ່ຽນຂໍ້ມູນ ເຖິງຜົລກະທົບຂ້າມຊາດ ແລະ ຄວາມເລື່ອມລໍ້າທີ່ເກີດຂຶ້ນ ກັບປະຊາຊົນ ໃນພື້ນທີ່ ທີ່ໃກ້ກັບໂຮງງານ ໄຟຟ້າ ຫົງສາ. ຊຶ່ງນັກວິຊາການໄທຍ ເຫັນດີນຳກັນວ່າ ບໍຣິສັດໄທຍ ຄວນຄຳນຶງເຖິງ ຫລັກສິດທິມະນຸດ ໃນລາວ. ດັ່ງ ອາຈານ ອາດິສອນ ເສມແຍ້ມ ຈາກ ສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 07 ເມສາ ວ່າ:

"ມັນກໍຄວນຈະມີເຣື່ອງຂອງ ການປະເມີນວ່າ ຜູ້ທີ່ມີສ່ວນໄດ້ສ່ວນເສັຽ ທີ່ສູນເສັຽຜົລປໂຍດ ເຊັ່ນທີ່ດິນທໍາກິນ, ໂຍກຍ້າຍອອກຈາກ ພື້ນທີ່ທີ່ເຄີຍອາສັຍ ໃນສະພາບຊີວິດໃໝ່ ເຂົາໄດ້ຮັບການຊົດເຊີຍ ຈາກໂຄງການລົງທຶນຂນາດໃຫຍ່ ມັນມີປະສິດຕິພາບ ຫຼືເຂົາ ມີຄວາມເພິ່ງພໍໃຈພຽງໃດ, ຄືມີຄຸນນະພາບຊີວິດດີຂື້ນ ຫລືຕົກຕໍ່າລົງກວ່າເດີມ ທີ່ເປັນຢູ່ ເຊິ່ງມັນມີຄວາມຈຳເປັນ ທີ່ຈະຕ້ອງມີ ໜ່ວຍງານ ສາມາດທີ່ຈະປະເມີນໃຫ້ເຫັນໄດ້ວ່າ ລັກສນະເປັນແບບໃດ."

ທ່ານກ່າວຕື່ມວ່າ ບໍຣິສັດຜູ້ລົງທຶນຂອງໄທຍ ແລະ ພາກສ່ວນທີກ່ຽວຂ້ອງ ໃນໄທຍທັງໝົດ ເຊັ່ນ ຣັຖບານໄທຍ, ທະນາຄານໄທຍ ເຊິ່ງເປັນຜູ້ປ່ອຍເງິນກູ້ ແລະການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ທີ່ເປັນຜູ້ຮັບຊື້ໄຟຟ້າ ຄວນຈະຄຳນຶງເຖິງຜົລກະທົບ ໃນດ້ານຕ່າງໆ ທີ່ມັນເກີດຂຶ້ນ ໂດຍສະເພາະຄວາມເລື່ອມລໍ້າ ຂອງຄົນລາວ ໃນພື້ນທີ່ອ້ອມຂ້າງໂຮງໄຟຟ້າ ທີ່ຄວນຈະໄດ້ຮັບ ການເປີດເຜີຍເຖິງຄ່າຊົດເຊີຍ, ອາຊີບ ແລະຊີວິດຄວາມເປັນຢູ່ ເພື່ອໃຫ້ການລົງທຶນ ຂ້າມຊາດ ມີກົລໄກ ທີ່ຈະສາມາດກວດສອບໄດ້.

ໄລຍະຜ່ານມາ ບໍຣິສັດໄທຍ ທີ່ເຂົ້າໄປລົງທຶນ ໃນປະເທດລາວ ມັກຈະກ່າວອ້າງວ່າ ຕ້ອງດຳເນີນໄປຕາມຂັ້ນຕອນ ແລະໃຫ້ເປັນໄປ ຕາມກົດໝາຽ ແລະ ມາຕຖານຂອງປະເທດລາວ. ແຕ່ສີ່ງທີ່ເກີດຂຶ້ນກັບ ປະຊາຊົນລາວ ທີ່ໄດ້ຮັບຜົລກະທົບ ຈາກໂຄງການນັ້ນ ເຊັ່ນ ກໍຣະນີເຂື່ອນໄຟຟ້າຕ່າງໆ ແລະ ໂຮງໄຟຟ້າຫົງສາ ມີປະຊາຊົນລາວໄດ້ຮັບການໂຍກຍ້າຍ ແລະ ໄດ້ຮັບເງິນຊົດເຊີຍ ທີ່ບໍ່ສົມເຫດ ສົມຜົນ ແລະ ຊີວິດການເປັນຢູ່ ກໍບໍ່ດີເທົ່າທີ່ຄວນ.

ທ່ານ ສຸພະກິຈ ນັນທະວໍຣະການ ຜູ້ຈັດການຝ່າຍນະໂຍບາຍ ສາທາຣະນະ ຈາກມູລນິທິ ນະໂຍບາຍສຸຂພາວະ ກ່າວຕໍ່ເອເຊັຽເສຣິ ວ່າ; ບໍ່ວ່າບໍຣິສັດໃດຂອງໄທຍ ທີ່ເຂົ້າໄປລົງທຶນ ໂຄງການຂນາດໃຫຍ່ ໃນປະເທດລາວ ຕ້ອງສ້າງຄວາມເຊື່ອໝັ້ນ, ຄວາມຍຸຕິທັມ ແລະ ຄວາມຮັບຜິດຊອບ ຕໍ່ສິ່ງແວດລ້ອມ-ສັງຄົມ.

"ໄທຍເວລາໄປລົງທຶນ ບໍ່ຄວນຈະໃຊ້ແຕ່ມາຕຖານ ຂອງປະເທດລາວ ຢ່າງນ້ອຍທີ່ສຸດຕ້ອງເປັນ ມາຕຖານທີ່ເຮັດໃນປະເທດໄທຍ ເຮົາບໍ່ຕ້ອງການສອງມາຕຖານວ່າດຳເນີນ ໃນປະເທດ ແບບນີ້ໄປດຳເນີນງານ ໃນປະເທດອີກແບບນຶ່ງ. ມາຕຖານຂັ້ນຕໍ່າສຸດ ຕ້ອງຮຽກຮ້ອງວ່າ ການເຄົາຣົບສິດທິມະນຸດ ຄວາມຮັບຜິດຊອບຕໍ່ສັງຄົມ ທີ່ບໍ່ແມ່ນການບໍຣິຈາກ ເງິນ."

ຍານາງ ສະຣີນີ ອາຊວານັນທະກຸນ ນັກວິຊາການ ດ້ານເສຖກິຈ ການເມືອງ ແລະ ທຸຣະກິຈຍືນຍົງ ໄດ້ກ່່າວວ່າຣັຖບານໄທຍ ຕ້ອງໄດ້ ກຳນົດຈະແຈ້ງວ່າການລົງທຶນ ຂ້າມຊາດຕ້ອງ ເຄົາຣົບສິດທິມະນຸດ ຄົນທ້ອງຖິ່ນ.

"ຣັຖບານໄທຍເອງອາດຈະກຳນົດເລີຍກໍໄດ້ວ່າ ແຕ່ນີ້ໄປຫາກໄປລົງທຶນຂ້າມພົມແດນຕ້ອງເຮັດ Human Right Religion ອີກມຸມນຶ່ງກະຖືວ່າຈຸດທີ່ໃຫ້ຄົນ ທ້ອງຖິ່ນຮ້ອງຮຽນໄດ້ ໂດຍກົງ."

ຫົວໜ້າໂຄງການວິຈັຍ ເຣື່ອງຜົລກະທົບຂ້າມຊາດ ຍານາງ ສົມພອນ ເພັງຄໍ່າ ກ່າວວ່າ ການລົງທຶນຂ້າມຊາດ ພາຍໃຕ້ນະໂຍບາຍ ຂອງຣັຖບານລາວ ຈະເປັນແບັດເຕີຣີອາຊຽນ ເຊິ່ງມີປະຊາຊົນ ໃນພື້ນທີ່ໂຮງໄຟຟ້າຫົງສາ ທີ່ຕ້ອງແບກຫາບຜົລກະທົບ.

"ກາຍເປັນວ່າຝັ່ງໄທຍ ເຮົາບໍ່ໄດ້ມີຣະບົບໃນການ ທີ່ຈະສຶກສາເຣື່ອງຜົນກະທົບ ຫລື ມີການຕິດຕາມຜົນກະທົບ ຢ່າງເປັນຣະບົບ ຕາມກົດໝາຽແຕ່ວ່າເປັນການເຮັດແບບສມັກໃຈ ເປັນບາງເທື່ອ. ໂຮງໄຟຟ້າກະອາດຈະດູແລ ເປັນບາງເທື່ອແຕ່ວ່າໝາຽເຖິງວ່າຣະບົບ ຕາມກົດໝາຽມັນຍັງບໍ່ມີ."

ໜັງສືພີມຂ່າວສານ ປະເທດລາວ ໄດ້ຣາຍງານເມື່ອວັນທີ 31 ມິນາ ວ່າໂຮງໄຟຟ້າຫົງສາ ຂໍອະນຸມັດຂຍາຍພື້ນທີ່ ສັມປະທານ ບໍ່ຖ່ານຫິນເພີ່ມ 2.700 ເຮັກຕ້າ ອອກໄປທາງເມືອງເງິນ ແຂວງໄຊຍະບູລີ. ໂດຍມີປະຊາຊົນບ້ານກີ່ວງີ້ວ ເມືອງເງິນຈຳນວນ 115 ຄອບຄົວ ຈະຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນໃໝ່ ພາຍໃນປີ 2021 ນີ້.

ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າ ທີ່ຜລິດຈາກຖ່ານຫິນລິກໄນ ເຊິ່ງຖືກຂຸດຄົ້ນໃນພືຶ້ທີ່ໃນໂຄງການ ທີ່ມີຫຼາຍເຖິງ 570 ລ້ານຕັນ. ໂດຍໂຮງໄຟຟ້າມີຄວາມຕ້ອງການພຽງແຕ່ 14.3 ຕັນ ຕໍ່ປີ. ຖ້າຮວມປະຣິມານຖ່ານຫິນກັບ ອາຍຸສັມປະທານ ຈະໃຊ້ຖ່ານຫິນລິກໄນ ພຽງ 370,8 ລ້ານຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.