ຄວາມຫວັງໃນ ຫົງສາລິກໄນ
2013.05.15

ບໍຣິສັດ ພະລັງງານ ບ້ານປູ ທີ່ມີເງິນສົດ ຢູ່ໃນມື ຫລາຍກວ່າ 10 ພັນ ລ້ານບາດ ນັ້ນ ຕ້ອງການ ຂຍາຍກິຈການ ໃນ ພູມີພາກ ໂດຍ ໃຫ້ຄວາມ ສໍາຄັນ ໃນໂຮງໄຟຟ້າ ທີ່ມີຢູ່ ແລະ ບໍ່ຖ່ານຫີນ.
ທ່ານ ຊານີນ ວົງກຸສົນກິດ ຫົວໜ້າ ຝ່າຍ ບໍຣິຫານ ບໍຣິສັດ ພະລັງງານ ບ້ານປູ ຊຶ່ງ ຂະນະນີ້ ດໍາເນີນງານ ຢູ່ 6 ປະເທດ ຄື ໄທ ສປປລາວ ອິນໂດເນເຊັຽ ຈີນ ອອສເຕຣເລັຽ ແລະ ມົງໂກເລັຽ ນັ້ນ ກ່າວ ຂະນະທີ່ ຢ້ຽມຢາມ ໂຮງໄຟຟ້າ ຫົງສາ ໃນລາວ ເມື່ຶອອາທິດ ທີ່ຜ່ານວ່າ, ເປົ້າໝາຍ ການລົງທຶນ ແມ່ນຈະຕ້ອງ ສາມາດ ສ້າງຣາຍໄດ້ ເປັນເງິນສົດ ທັນທີ ຫລັງຈາກ ຜລິດ ກະແສໄຟຟ້າ ອອກຂາຍ.
ໂຮງໄຟຟ້າ ຖ່ານຫີນ ບໍຣິສັດ ບ້ານປູ ຖືຮຸ້ນ 40 ສ່ວນຮ້ອຍ. ໃນປີ 2015 ເມື່ອ ໂຮງໄຟຟ້າ ຫົງສາ ເລີ່ມບໍຣິການ ໄຟຟ້າ ໄດ້ແລ້ວ ຈະຊ່ວຍໃຫ້ ທາງ ບໍຣິສັດ ມີຜົລກໍາໄຣ 30 ສ່ວນຮ້ອຍ. ຫາກ ເບິ່ງໄປໜ້າ ອີກ 5 ປີ ອັຕຣາ ສ່ວນກໍາໄຣ ອາຈສູງກວ່າ 30 ເປີເຊັນ ແຕ່ ກໍຈະບໍ່ກາຍ 40 ສ່ວນຮ້ອຍ ໃນຂະນະທີ່ ຍັງມີໂອກາດ ຫລວງຫລາຍ ຈາກ ທຸຣະກິດ ບໍ່ແຮ່ ຕື່ມອີກ.
ການບໍ່ຫລິງເຫັນ ຂ່າວດີ ໃນອີກ ບໍ່ເທົ່າໃດ ເດືອນ ຂ້າງໜ້າ ແລະ ຣາຄາ ຖ່ານຫີນ ຕົກຕໍ່າ ບໍຣິສັດ ຫລັກຊັບ ເອເຊັຽ Plus Securities ໄດ້ຫລຸດ ການຄາດຄະເນ ຣາຍໄດ້ລົງ ສໍາລັບ ບໍຣິສັດ ບ້ານປູ ໃນປີ 2013 ແລະ 2014. ປັຈຈັຍທີ່ດີ ໃນ ໄຕຣມາຕ ທໍາອິດ ແມ່ນກໍາໄຣ ທີ່ໄດ້ຈາກໂຮງ ພະລັງງານ BLCP. ທ່ານ ຊານີນ ວ່າ ບ້ານປູ ຍັງຝາກຄວາມ ຫວັງໄວ້ກັບ ທຸຣະກິດ ພະລັງງານ ໂດຍສະເພາະ ໂຮງໄຟຟ້າ ຫົງສາ ທີ່ມີຂໍ້ຕົກລົງ ຊື້ຂາຍ 25 ປີ ຈະຂາຍ 1500 ເມັກກາວັດ ໃຫ້ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ແລະ 100 ເມັກກາວັດ ຂາຍໃຫ້ ບໍຣິສັດ ໄຟຟ້າລາວ.
ປະເມີນວ່າ ໂຄງການ ຫົງສາ ຈະສ້າງຣາຍໄດ້ ໃຫ້ປະມານ 58 ພັນ ລ້ານບາດ. ແຕ່ທ່ານ ຊານີນ ກໍຮັບຮູ້ວ່າ ມີຄວາມສ່ຽງ ຫລາຍ ຈາກໂຮງໄຟຟ້າ ຂນາດໃຫຍ່ ຄືແນວນັ້ນ. ໂຮງໄຟຟ້າ ຕັ້ງຢູ່ ເມືອງຫົງສາ ແຂວງ ໄຊຍະບູຣີ ນັ້ນ ຕ້ອງການມີ ຫົນທາງ ທີ່ດີກວ່າເກົ່າ ເພື່ອຂົນສົ່ງ ອຸປກອນ ເຄື່ອງມື ຈາກ ແຂວງນ່ານ ຂອງໄທ ເຂົ້າໄປ.