ພາກປະຊາສັງຄົມໄທ ບໍ່ຮ່ວມປະຊຸມ ການສ້າງເຂື່ອນປາກລາຍ
2018.12.18
ເຄືອຂ່າຍ ພາກປະຊາສັງຄົມໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ອອກຖແລງການ ເມື່ອວັນທີ 13 ທັນວາ ຜ່ານມາວ່າ ຈະບໍ່ເຂົ້າຮ່ວມ ຂະບວນ ການປຶກສາຫາລື (PNPCA) ໂຄງການເຂື່ອນປາກລາຍ ໂດຍຣະບຸວ່າ ຕາມທີ່ຂໍ້ມູນປະກົດວ່າ ຣັຖບານ ສປປລາວ ໄດ້ຍື່ນເອກະສານ ຢ່າງເປັນທາງການ ກໍຣະນີ ໂຄງການເຂື່ອນປາກລາຍ ຕໍ່ສຳນັກງານ ເລຂາທິການ ຄນະກັມມະການ ແມ່ນໍ້າຂອງ ຫລື (Mekong River Commission Secretariat) ເມື່ອວັນທີ 13 ມິຖຸນາ ຜ່ານມາ ເພື່ອໃຫ້ຈັດຂະບວນການ ຕາມຣະບຽບປະຕິບັດ ເຣື່ອງ ການແຈ້ງການ ປຶກສາຫາລືລ່ວງໜ້າ ແລະ ຂໍ້ຕົກລົງ.
ໄລຍະຜ່ານມາ ກົມຊັພຍາກອນນໍ້າ ໃນຖານະສຳນັກງານ ເລຂາທິການແມ່ນໍ້າຂອງປະເທດໄທ ໄດ້ຈັດເວທີການປຶກສາຫາລືລ່ວງໜ້າ ກໍຣະນີ ເຂື່ອນປາກລາຍ ມາແລ້ວເຖິງ 2 ເທື່ອ, ເຖິງແມ່ນວ່າ ທ່ານ ຈັນສະແຫວງ ບຸນຍົງ, ຫົວໜ້າກົມນະໂຍບາຍ ກະຊວງພລັງງານ ແລະບໍ່ແຮ່, ໄດ້ຮັບຂໍ້ສເນີ ໃນການປຶກສາຫາລື ຜ່ານມາ ແຕ່ກໍຍັງບໍ່ມີ ການແຂ້ໄຂທີ່ຈະແຈ້ງ.
"ຂໍ້ສເນີຕ່າງໆນັ້ນ ມັນກໍເປັນ ຄຳຊີ້ແນະທີ່ດີ ຕໍ່ຣັຖບານລາວ ຈະຕ້ອງຄຳນຶງເຖີງທຸກປະເດັນ ການສຶກສານີ້ ພວກເຮົາກາ ໃຊ້ວິຊາການ ຊ່ຽວຊານຕ່າງໆ ສະນັ້ນ ຍັງມີສ່ວນທີ່ຫລົງເຫລືອ ທີ່ເຮົາອາດຈະມອງບໍ່ເຖີງ ໂດຍສະເພາະ ແມ່ນບັນຫາ ທີ່ຕິດພັນກັບ ພີ່ນ້ອງປະຊາຊົນ ໂດຍກົງ ຄຳເຫັນ ຂອງພີ່ນ້ອງປະຊາຊົນ ໂດຍກົງ ອາດຈະເຮັດໃຫ້ ພວກເຮົາ ເອົາໄປທົບທວນຄືນ.”
ນອກຈາກນີ້ ໃນຖແລງການ ຣະບຸຕື່ມວ່າ ເຄືອຂ່າຍພາກປະຊາສັງຄົມໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ຂໍປະກາດວ່າ ຈະບໍ່ເຂົ້າຮ່ວມເວທີ ປຶກສາຫາລືລ່ວງໜ້າ ກໍຣະນີ ເຂື່ອນປາກລາຍ ເນື່ອງຈາກ ພິຈາຣະນາແລ້ວ ເຫັນວ່າ ຂະບວນການນີ້ ຖືເປັນຂະບວນການ ຮັບຮອງ ໃຫ້ເກີດ ການກໍ່ສ້າງເຂື່ອນ ໃນແມ່ນໍ້າຂອງ ສາຍຫລັກ.
ຜ່ານມາເກືອບ 10 ປີ ເຄືອຂ່າຍ ພາກປະຊາສັງຄົມໄທ ຮ່ວມກັບ ຂະບວນການ PNPCA ຂອງໂຄງການ ເຂື່ອນໄຊຍະບູຣີ, ໂຄງການ ເຂື່ອນດອນສະໂຮງ ແລະ ໂຄງການ ເຂື່ອນປາກແບງ ແຕ່ກັບພົບວ່າ ເຈົ້າຂອງໂຄງການ ບໍ່ເຄີຍຮັບຟັງ ສຽງທັກທ້ວງ ຫລື ຂໍ້ກັງວົນ ຂອງພາກປະຊາຊົນເລີຍ ມີແຕ່ຈະເດີນໜ້າ ໂຄງການ ໂດຍບໍ່ຕອບຄຳຖາມໃດໆ.
ໂຄງການ ເຂື່ອນປາກລາຍ ເປັນເຂື່ອນ ຢູ່ໃນແມ່ນໍ້າຂອງ ສາຍຫລັກ ເຊິ່ງອາຈກໍ່ສ້າງ ເປັນແຫ່ງທີ 4 ມີກຳລັງ ການຜລິດ ຕິດຕັ້ງ 770 ເມກາວັດ ຜູ້ພັທນາໂຄງການ ຄື ບໍຣິສັດ ພາວເວີໄຊນາ ຣີຊອສ ຈຳກັດ ແລະ ໄດ້ຮັບການສນັບສນູນ ການເງິນໂດຍ ທະນາຄານ ເພື່ອການລົງທຶນ ຂອງຈີນ ຫລື China Investment Bank.
ໂດຍໂຄງການເຂື່ອນຕັ້ງຢູ່ ເໜືອເມືອງປາກລາຍ ປະມານ 30 ກິໂລແມັດຫ່າງຈາກ ເມືອງຊຽງຄານ ແຂວງເລີຍ ຂອງປະເທດໄທ ປະມານ 92 ກິໂລແມັດ ຣະດັບສັນເຂື່ອນ ສູງ 51 ແມັດ ປະຣິມານເກັບກັກນໍ້າໃນເຂື່ອນ 890 ລ້ານແມັດກ້ອນ ພື້ນທີ່ຮັບນໍ້າ 278,400 ຕາລາງ ກິໂລແມັດ ມີຊ່ອງຣະບາຍນໍ້າ 11 ຊ່ອງ ຈຳນວນເຄື່ອງຜລິດໄຟຟ້າ 14 ເຄື່ອງ ຄາດວ່າ ໄຟຟ້າຈາກເຂື່ອນດັ່ງກ່າວ ຈະສົ່ງມາຂາຍໃຫ້ແກ່ ປະເທດໄທ ໂດຍການໄຟຟ້າຝ່າຍຜລິດແຫ່ງປະເທດໄທ.