ຣົດໄຟ ໄທ-ຈີນ ອະນຸມັດ ແລ້ວ

ສິດນີ
2014.11.26
F-image ຣົດໄຟ ໄທ-ຈີນ ອະນຸມັດ ແລ້ວ
RFA

 

ຄນະ ຣັຖບານ ໄທ ໄດ້ ຕົກລົງ ເຫັນພ້ອມ ໃນການ ອະນຸມັດ ຮ່າງ ບົດບັນທຶກ ຄວາມ ເຂົ້າໃຈ ຣະຫວ່າງ ໄທ-ຈີນ ໃນການ ຮ່ວມມື ພັທນາ ໂຄງການ ຣົຖໄຟ ຄວາມໄວສູງ ເສັ້ນ ຫນອງຄາຍ ກັບ ມາບຕະພຸດ ໃຫ້ເປັນ ເສັ້ນທາງ ສາຍຄູ່. ອີງຕາມ ຄຳເວົ້າ ຂອງທ່ານ ຢົງຢຸດ ໄມຢາລາບ ໂຄສົກ ຣັຖບານ ໄທ ໃນ ມື້ວານ ນີ້.

ບົດບັນທຶກ ຄວາມ ເຂົ້າໃຈ ດັ່ງກ່າວ ສເນີ ໂດຍ ກະຊວງ ຄົມມະນາຄົມ ທີ່ ຈະ ອະນຸຍາດ ໃຫ້ຈີນ ມີ ບົດບາດ ສຳຄັນ ໃນການ ພັທນາ ເສັ້ນທາງ ຣົຖໄຟ ຄວາມໄວສູງ ສາຍຄູ່ ໃນ ຄວາມກວ້າງ ປະມານ 1 ແມັດ 435 ຊັງຕີແມັດ ໃນ ຄວາມຍາວ ປະມານ 734 ກິໂລແມັດ ຈາກ ແຂວງ ຫນອງຄາຍ ຜ່ານ ນະຄອນ ຣາຊສີມມາ ແລະ ແກ່ງຄອຍ ແຂວງ ສຣະບູຣີ ໄປຫາເຂດ ອຸດສາຫະກັມ ມາບຕະພຸດ ທີ່ ແຂວງ ຣະຍອງ ຊາຍຝັ່ງ ທະເລ ພາກ ຕາເວັນອອກ ຂອງໄທ. ແລະ ອີກ ສ່ວນນຶ່ງ ຈະມີການ ເຊື່ອມຕໍ່ ຣະຫວ່າງ ແກ່ງຄອຍ ຫາ ບາງກອກ ທີ່ ມີ ຄວາມຍາວ ປະມານ 133 ກິໂລແມັດ.

ທ່ານ ຢົງຢຸດ ເວົ້າວ່າ ຄນະ ຣັຖບານ ໄທ ຍັງໄດ້ ອະນຸຍາດ ການ ສ້າງຕັ້ງ ຄນະ ກັມມະການ ຮ່ວມມື ລາວ-ຈີນ ເພື່ອ ເດີນຫນ້າ ໃນ ໂຄງການ ຣົຖໄຟ ຄວາມໄວສູງ ດັ່ງກ່າວ ນຳອີກ ຊື່ງ ຄນະ ກັມມະການ ນີ້ ຈະເປັນ ປະທານ ຮ່ວມ ໂດຍ ຣັຖມົນຕຣີ ກະຊວງ ຄົມມະ ນາຄົມ ໄທ ທ່ານ ປຣາຈີນ ຈູດທອງ ແລະ ປະທານ ຄນະ ກັມມາທິການ ປະຕິຮູບ ແລະ ການ ພັທນາ ແຫ່ງຊາດ ຈີນ.

ການ ເຫັນພ້ອມ ຂອງ ຣັຖບານ ໄທ ມີຂຶ້ນ ຫລັງຈາກ ທີ່ ຈີນ ໄດ້ ຕົກລົງ ໃຫ້ ເງີນກູ້ ແກ່ ໄທ ໃນ ໂຄງການ ດັ່ງກ່າວ ໃນຊ່ວງ ທີ່ ນາຍົກ ຣັຖມົນຕຣີ ໄທ ເດີນທາງ ໄປ ຈີນ ໃນ ຕົ້ນເດືອນ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.