ກົມຈັດຫາງານຂອງໄທ ເຕືອນ ຄົນງານ ລາວ

ຈໍາປາທອງ
2017.01.25
F-Workers ຄົນງານຜູ້ຍິງລາວ ໄປ ພິສູດສັນຊາດ ຄົນງານຕ່າງດ້າວ ແຂວງ ສມຸດປຣະການ ຂອງໄທ ເພື່ອໃຫ້ຖືກຕ້ອງ ຕາມກົດໝາຍ
RFA

ກົມຈັດຫາງານ ກະຊວງແຮງງານ ຂອງໄທ ເຕືອນ ຄົນງານລາວ ໃຫ້ລະວັງ ນາຍຈ້າງໄທ ທີ່ມັກຫຼອກ ຄົນລາວມາ “ພັກລໍເຮັດວຽກ” ແຕ່ ທີ່ຜ່ານມາ ຫຼາຍຄົນ ໄດ້ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ. ຕາມຄຳເວົ້າ ຂອງທ່ານ ສິງຫະເດດ ຊູອຳນາດ ອະທິບໍດີກົມ ແຮງງານ ຂອງໄທ ຕໍ່ວິທຍຸ ເອເຊັຽເສຣີ ວັນທີ 24 ມົກກະຣາ 2017 ນີ້ວ່າ:

"ທ່ານກ່າວວ່າ ການລໍພັກເພື່ອຫາ ງານໃໝ່ ມັນເໝືອນກັນກັບ ການສະແຫວງຫາ ປໂຍດ ຈາກຄົນງານ ຕ່າງດ້າວ ມັນເຂົ້າຂ່າຍ ຄ້າມະນຸດ ຫາກຖືກ ກວດສອບ ແລະຈັບໄດ້ ຖືວ່າໃຫ້ ທີ່ພັກຄົນງານ ຕ່າງດ້າວ ຖືວ່າ ຜິດກົດໝາຍ ແລະ ມີໂທດໜັກ ນຳດ້ວຍ".

ໃນຣະຍະທີ່ຜ່ານມາ ຣັຖບາລ ສປປລາວ ແລະ ຣັຖບາລໄທ ໄດ້ປຶກສາຫາລືກັນ ຫາວິທີ ແກ້ໄຂບັນຫາ ຄົນງານ ເຫລົ່ານັ້ນ ໃຫ້ຖືກຕ້ອງ ຕາມກົດໝາຍ ໂດຍທີ່ ຣັຖບາລ ສປປລາວ ໄດ້ແຕ່ງຕັ້ງ ຄນະສະເພາະກິດ ເພື່ອເຮັດວຽກ ກ່ຽວກັບ ເຣຶ່ອງນີ້ ຊຶ່ງປະກອບ ດ້ວຍ ກະຊວງ ການຕ່າງປະເທສ ແລະ ກະຊວງ ປ້ອງກັນ ຄວາມສະຫງົບ ຕິດຕາມ ກວດກາ ຄົນງານລາວ ທີ່ໄປເຮັດວຽກ ແບບຜິດ ກົດໝາຍ ຢູ່ໄທ ແລະເຮັດໃຫ້ ພວກເຂົາເຈົ້າ ເປັນຄົນງານ ທີ່ຖືກຕ້ອງ ຕາມກົດໝາຍ, ຊຶ່ງ ມາເຖິງ ປັດຈຸບັນນີ້ ກໍເຮັດໄດ້ ຫຼາຍແລ້ວ ແຕ່ຈາກ ສະຖິຕິ ຄົນງານ ທີ່ຂຶ້ນທະບຽນ ພົບວ່າ ຍັງມີຄົນງານ ອີກຫຼາຍ ທີ່ຈະໄດ້ໃຫ້ ຄວາມຊ່ວຍເຫຼືອ ເພື່ອບໍ່ໃຫ້ ພວກເຂົາຖືກ ເອົາລັດ ເອົາປຽບ ເພື່ອ ປົກປ້ອງ ສິດແລະຜົລປໂຍດ ຂອງຄົນງານ.

ທ່ານ ສິງຫະເດດ ກ່າວຕື່ມອີກວ່າ ຫາກພົບນາຍຈ້າງ ທີ່ນຳຄົນງານລາວ “ມາພັກລໍ” ເພື່ອຫາງານເຮັດ ໂດຍບໍ່ມີ ບ່ອນເຮັດວຽກ ທີ່ຊັດເຈນ ຖືວ່ານາຍຈ້າງ ຄົນນັ້ນ ຜິດກົດໝາຍ. ຣັຖບາລໄທ ຈຳເປັນຕ້ອງໄດ້ ກຳນົດ ນະໂຍບາຍ ຢ່າງຮີບດ່ວນ ເພື່ອແກ້ໄຂ ບັນຫາ ຄົນງານ ຕ່າງ ປະເທສ ຮວມທັງ ມາຕການ ປ້ອງກັນ ແລະປາບປາມ ການຄ້າມະນຸດ ເພື່ອບໍ່ໃຫ້ ນາຍຈ້າງ ບັງຄັບ ໃຊ້ແຮງງານ ໃນການສະແຫວງຫາ ຜົລປໂຍດ ຈາກ ຄົນງານ ຕ່າງປະເທສ.

ສົກປີ 2015-16 ມີຄົນງານ ຈາກ ສປປລາວ ຈຳນວນ 170,000 ປາຍຄົນ ລົງທະບຽນ ເຮັດວຽກ ຢູ່ປະເທສໄທ. ສາເຫດ ທີ່ເຮັດໃຫ້ ຄົນງານລາວ ນິຍົມກັນໄປ ເຮັດວຽກຢູ່ໄທ ເປັນຈຳນວນ ຫຼວງຫຼາຍ ນັ້ນແມ່ນຍ້ອນ ຄ່າແຮງງານ ຢູ່ໄທ ສູງກວ່າ ຢູ່ລາວ ແລະ ຄົນງານ ລາວ ທີ່ຈົດທະບຽນ ຖືກຕ້ອງ ຕາມກົດໝາຍ ແມ່ນມີ ສະຫວັດດິການ ຄຸ້ມຄອງ ຄົນງານ ຕາມມາຕຖານ ສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.