ໂຄງການຄໍ້າປະກັນອາຫານ ໃນລາວ


2013.10.14
F-IFAD ການພັທນາ ການກະເສຕ ໃນລາວ ອຸປຖັມໂດຍ ອົງການ IFAD
IFAD/GMB Akash

 

ກອງທຶນສາກົນ ເພື່ອການພັທນາການກະເສຕ IFAD ຈະເປີດໂຄງການທີ່ມີມູນຄ່າ 9 ລ້ານ 7 ແສນໂດລາ ເພື່ອຊ່ວຍເຫລືອປະຊາຊົນຢູ່ເຂດ ຊົນນະບົດທີ່ທຸກຍາກກ່ຽວກັບການຮັບປະກັນ ໃຫ້ມີອາຫານການກິນ ທີ່ມີສານອາຫານ ແລະ ໃຫ້ປະຊາຊົນ ສາມາດເອົາຜລິຕຜົນຂອງຕົນເອງ ສົ່ງເຂົ້າຕລາດຂາຍເພື່ອເປັນລາຍໄດ້ ເພື່ອຫລຸດຜ່ອນຄວາມທຸກຍາກ. ຕາມລາຍງານອົງການຂ່າວ ຊິນຫົວ.

ໂຄງການດັ່ງກ່າວຈະເລີ້ມຂຶ້ນໃນວັນທີ່ 15 ພຶສຈິກາ  ພາຍໃຕ້ການຊີ້ນໍາ ຂອງກະຊວງກະສິກັມແລະປ່າໄມ້ ອັນເປັນໂຄງການຈັດຕັ້ງປະຕິບັດ ຈາກປີ 2013 ໄປເຖິງປີ 2019 ໂດຍແນ່ໃສ່ 175 ບ້ານໃນແຂວງພາກໃຕ້ຂອງລາວ. ການຈັດຕັ້ງ ປະຕິບັດໂຄງການນັ້ນຮ່ວມທັງສຶກສາອົບ ຮົມ ໃຫ້ປະຊາຊົນຂຍາຍວິທີ ປູກຝັງເປັນຫລາຍແບບ ໃຫ້ຮູ້ຈັກດໍາເນີນທຸຣະກິດຂນາດນ້ອຍ ຮູ້ຈັກວິທີເຂົ້າເຖິງທະນາຄານ ແລະຮູ້ຈັກເຈຣະຈາ ກັບຄູ່ຮ່ວມທຸຣະກິດ. ກອງທຶນກະສິກັມສາກົນ IFAD ເປັນສະຖາບັນການເງິນ ລະຫ່ວາງປະເທດຂອງສະຫະປະຊາຊາຕ ທີ່ມີສໍານັກງານໃຫຍ່ ຢູ່ກຸງໂຣມປະເທດອິຕາລີ.

ນັບແຕ່ປີ 1978 ເປັນຕົ້ນມາ ກອງທຶນ IFAD ໄດ້ລົງທຶນໄປແລ້ວປະມານ 14,900 ລ້ານໂດລາ ທັງໃຫ້ການຊ່ວຍເຫລືອລ້າ ແລະໃຫ້ເງິນກູ້ ດອກເບັ້ຍຕໍ່າແກ່ຫລາຍປະເທດໃນທົ່ວໂລກ ເພື່ອສົ່ງເສີມປະຊາຊົນໃນເຂດຊົນນະບົດຮູ້ຈັກຜລິດ ອາຫານ ຮູ້ຈັກຂາຍຜລິຕຜົນ ກະສິກັມ ເຂົ້າ ຕລາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.