ຄົນໃຊ້ໂທຣະສັບຢູ່ລາວເພີ້ມ ຂຶ້ນ

ຈໍາປາທອງ
2014.06.16
F-Cellphone-users ທຸຣະກິຈ ດ້ານທຸຣະຄົມ ມະນາຄົມ ໃນລາວ ກໍາລັງ ເຕີບໃຫຍ່
Tyler Chapman

 

ໃນທ້າຍ ໄຕຣມາດ ທີ 1 ປີ 2014 Q114, ບໍຣິສັດ ໂທຣະຄົມ ລາວ ຫຼື LTC ມີຄົນໃຊ້ ໂທຣະສັບ ໃນລາວ ຈໍານວນ 1 ລ້ານ 5 ແສນ 2 ໝື່ນ 8 ພັນໜ່ວຍ ຄື ເພີ້ມຂຶ້ນ ຫຼາຍກວ່າ ໄຕຣມາດ ທີ 1 ຂອງປີ 2013 Q113 ທີ່ມີ 1 ລ້ານ 3 ແສນ 9 ໝື່ນໜ່ວຍ. ໃນນັ້ນ ສ່ວນຫລາຍ ແມ່ນ ໂທຣະສັບ ມືຖື. ຕາມຣາຍງານ ຂອງ ໂທຣະຄົມ ລາວ ໃນວັນທີ 11 ມິຖຸນາ 2014.

ບໍຣິສັດ ໂທຣະຄົມ ມະນາຄົມ ຂອງໄທ ທີ່ລົງທຶນ ຢູ່ ສປປລາວ ຣາຍງານວ່າ ບໍຣິສັດ ຂອງຕົນ ມີຣາຍຮັບ ໃນປີ 2013 ຈໍານວນ 893 ລ້ານ 576 ພັນບາດ ຄືໄດ້ ຫລາຍກວ່າ ປີ 2012 ຊຶ່ງໄດ້ຢູ່ ປະເທສລາວ ຈໍານວນ 752 ລ້ານ 822 ພັນບາດ ແລະ ໃນປີ 2011 ໄດ້ 615 ລ້ານ 786 ພັນບາດ.

ບໍຣິສັດ ໂທຣະຄົມ ມະນາຄົມ ຂອງໄທ ມີຣາຍຮັບ ຈາກ ສປປລາວ ໃນໄຕຣມາດ ທີ 1 ຂອງປີ 2014 ຈໍານວນ 265 ລ້ານ 850 ພັນບາດ. ການເພີ້ມຂຶ້ນ ຂອງ ຣາຍຮັບ ຂອງ ບໍຣິສັດ ເຮັດໃຫ້ ມີການ ປັບປຸງ ການ ບໍຣິການ ໂທຣະສັບ 3G ທີ່ ມີຄົນໃຊ້ ຫລາຍນັ້ນ ກ້າວມາໃຊ້ ຣະບົບ ໂທຣະສັບ 4G ຢູ່ ນະຄອນ ຫລວງ ວຽງຈັນ.

ໃນ ຣະບົບ ໂທຣະສັບ ທີ່ວ່ານີ້ ມີທັງການໃຊ້ ໂທຣະສັບ ແບບໃຊ້ card ທີ່ວ່າ ຊື້ card ແລ້ວ ຈຶ່ງໃຊ້ ໂທຣະສັບ ໄດ້ ແລະ ແບບໃຊ້ ໂທຣະສັບ ຈຶ່ງຈ່າຍ ໃນການ ບໍຣິການ ໂທຣະສັບ  ມືຖື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.