ຄຣູປະຊາສຶກສາບໍ່ໄດ້ເງິນ ເດືອນ

ອຸ່ນແກ້ວ ສຸກສະຫວັນ
2016.02.12
F-School ໂຮງຮຽນ ໃນຊົນນະບົດ ສປປ ລາວ
RFA/NY

ຄຣູ ອາຈານ ຢູ່ 3 ບ້ານ ເມືອງນາໝໍ້ ແຂວງ ອຸດົມໄຊ ທີ່ ເລີ້ມໂຄງການ ສຶກສາ ນອກໂຮງຮຽນ ຫຼື ປະຊາສຶກສາ ຍັງບໍ່ໄດ້ ຮັບ ເງິນເດືອນ. ພະນັກງານ ຄຣູ ແມ່ນ ໃຊ້ຫລັກສູດ ການສອນ ໃນຣະດັບ ມັທຍົມຕົ້ນ ຊຶ່ງ ເປັນຫລັກ ນອກໂຮງຮຽນ ເປັນເວລາ 6 ເດືອນ ແລະ ໄດ້ຈົບລົງ ໃນ ເດືອນ 5 ປີ 2015 ທີ່ ຜ່ານມາ. ດັ່ງ ພະນັກງານ ຄຣູ ທ່ານນຶ່ງ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ການສຶກສາ ຢູ່ໃນບ້ານ ຂອງໂຮງຮຽນ ເຮົານີ້ ເຂົາເອີ້ນວ່າ ສໍາເຣັດແລ້ວ ການຮຽນ ເຮົານີ້ ເຮົາເລີ້ມແຕ່ ວັນທີ 8 ເດືອນ 12 ຈົນຮອດ ວັນທີ 28 ເດືອນ 5, 2015  ກະສໍາເຣັດ ລົງແລ້ວ ເສັງໄດ້ ເສັງແລ້ວ ທາງຫ້ອງການ ເຂົາມາປະເມີນ ລະກະ ທາງ ຫ້ອງການ ຂະເຈົ້າ ລົງມາ ປະເມີນເສັງ ສໍາເຣັດແລ້ວ".

ແຕ່ສິ່ງທີ່ ຍັງຄ້າງຄາ ກໍຄື ເຂົາເຈົ້າ ຍັງບໍ່ທັນ ໄດ້ຮັບ ເງິນເດືອນ. ດັ່ງຄຣູ ທ່ານນັ້ນ ໄດ້ກ່າວຕື່ມ ອີກວ່າ:

"ແຕ່ວ່າ ສິ່ງທີ່ຄ້າງຄາ ສໍາລັບ ຄຣູອາຈານ ເຮົານີ້ ມັນ ກະຍັງແຕ່ ການອຸດໜູນ ຂອງຄຣູ ພວກເຮົານີ້ ສໍາລັບ ເງິນເດືອນ ຍັງບໍ່ ທັນໄດ້. ບ້ານທີ່ຍັງ ບໍ່ທັນໄດ້ ຮັບເງິນເດືອນ ນີ້ ລະມີຢູ່ 3 ບ້ານ ເຮົາ ກະເລີຍ ໄປຕໍ່ສູ້ ສູ້ຊົນ ນໍາຫ້ອງການ ຂະເຈົ້າ ໄດ້ 3-4 ເທື່ອກະເລີຍ ກະເລີຍ ບໍມີຄໍາຕອບ ຫຍັງ".

ພະນັກງານ ຄຣູ ໄດ້ ກ່າວອີກວ່າ ສໍາລັບເງິນເດືອນ ສອນພາກ ປົກກະຕິ ແມ່ນ ໄດ້ຮັບເປັນ ທີ່ຮຽບຮ້ອຍ ແລ້ວ, ແຕ່ ຍັງບໍ່ໄດ້ ຮັບພຽງແຕ່ ເງິນເດືອນ ສອນ ໃນຣະບົບ ນອກໂຮງຮຽນ ນັ້ນ.

ຄຣູອາຈານ ເວົ້າວ່າ ກ່ອນທີ່ ຈະດໍາເນິີນ ໂຄງການ ມີບົດບັນທຶກ ກັນຄັກແນ່, ແຕ່ ຄຣູອາຈານ ກໍເວົ້າວ່າ ທາງໜ່ວຍງານ ຂອງເມືອງ ໃຫ້ ລໍຖ້າກ່ອນ ແລະ ຍັງບໍ່ມີ ກໍານົດ ເວລາ ວ່າຈະໄດ້ ເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.