ຄຣູ ສວັນນະເຂດ ຍັງໄດ້ ເງິນເດືອນຊ້າຢູ່
2018.03.14

ພະນັກງານຄຣູ ທີ່ເມືອງພິນ ແລະ ເມືອງນອງ ແຂວງສວັນນະເຂດ 1,000 ປາຍຄົນ ຮ້ອງຮຽນ ໄປຍັງ ສາຍດ່ວນ ຣັຖບານ 1516 ເນື່ອງຈາກ ໄດ້ຮັບເງິນເດືອນຊ້າ, ໂດຍສະເພາະ, ຄຣູ ສອນໜັງສື ຢູ່ໃນພື້ນທີ່ ຫ່າງໄກສອກຫລີກ ໄດ້ເງິນເດືອນຊ້າໄປ ເປັນເດືອນສອງເດືອນ ກໍມີ, ດັ່ງ ພະນັກງານຄຣູ ຜແນກ ສຶກສາທິການ ແລະ ກິລາ ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນວັນທີ 13 ມີນາ ນີ້ວ່າ:
“ໂອ້ ມີເນາະ ຕົວນີ້ ກໍຂື້ນກັບ ແຂວງເນາະ ເພາະວ່າ ແຂວງເພິ່ນ ໃຫ້ຊ້າ ຄືຫວ່າງກິ້ນີ້ ກໍຫາໄດ້ ເດືອນ 1 ຫາກໍໄດ້ ເດືອນ 2, ເດືອນ 1 ນີ້ ຢາກຊ້າ ກ່ວາໝູ່ ຫຍັງວ່າ ຂ້າມເດືອນ ເລີຍ ຄື ເງິນເດືອນ ເດືອນ 1 ເດືອນ 2 ເດືອນ 3 ພິ້ຈັ່ງໄດ້."
ທ່ານກ່າວຕຶ່ມວ່າ ສາເຫດ ທີ່ເຮັດໃຫ້ ການເບີກເງິນເດືອນ ຄຣູ ຢູ່ ເມືອງພິນ ລ່າຊ້າ ໄປເປັນເດືອນສອງເດືອນນີ້ ກໍຍ້ອນວ່າ ທາງແຂວງ ເບີກເງິນເດືອນ ເຂົ້າ ບັນຊີຫ້ອງການ ສຶກສາທິການ ແລະ ກິລາ ເມືອງ ພິນ ຊ້າ ແລະ ຢູ່ເມືອງນອງ ພະນັກງານ ຄຣູ 500 ປາຍຄົນ ຍັງ ບໍ່ໄດ້ຮັບເງິນເດືອນ ຂອງເດືອນມົກຣາ ກໍ ຍ້ອນວ່າ ການໂອນເງິນ ຈາກຂັ້ນແຂວງ ຊ້າ ອີກທັ້ງ ການເບິກເງິນເດືອນ ຂອງ ພະນັກງານຄຣູ ເມືອງນອງ ຍັງເບີກ ເປັນເງິນສົດ ບໍ່ໄດ້ຜ່ານທະນາຄານ ຈິ່ງ ເຮັດໃຫ້ ເກີດຄວາມ ລ່າຊ້າ, ດັ່ງ ພະນັກງານ ຄຣູ ທ່ານນີ້ ກ່າວຕື່ມ ວ່າ:
“ມັນກໍຍັງ ເພາະວ່າ ມັນສູມເຮົາ ມັນຢູ່ໄກ ທະນາຄານ ເດ້ ເຮົາໄດ້ໄປຖອນ ມາແຕ່ຊາຍແດນ ມັນບໍ່ມີ ຢູ່ເມືອງເຮົາ ບໍ່ມີ ທະນະຄານ ຫຍັງເລີຍ ຄັນທາງແຂວງ ເຮົາໂອນມາ ເຮົາກໍຈ່າຍ ບໍ່ເຮັງດອກ ມື້ນື່ງສອງມື້ກໍໝົດ ຄັນຂະເຈົ້າ ໂອນມາແມ່ນແຫລະ ເພາະວ່າ ແຂວງໂອນມາຫາ ບັນຊີ ເມືອງ ບັນຊີເມືອງ ໄປຖອນມາ ແລະມັນໄກ ເດ້ເນາະ 40-50 ຫລັກແຫລະ ມີແຕ່ຫົວໜ້າ ເຂດ ຕົວຢ່າງ 5,6,7 ໂຮງຮຽນ ຂະເຈົ້າ ເມືອຈ່າຍກັນອີກ.”
ຢ່າງໃດກໍຕາມ, ປັດຈຸບັນ ຣະບົບຈ່າຍເງິນເດຶອນ ຂອງ ພະນັກງານຄຣູ ໃນ ສປປລາວ ຍັງບໍ່ເປັນ ຣະບົບດຽວກັນ ເພາະວ່າ ບາງກົມກອງ ກໍ ເບີກຜ່ານທາງ ທະນາຄານ ແລະ ມີອີກຫຼາຍຜແນກ ຫຼາຍໜ່ວຍງານ ເບີກເປັນເງິນສົດ ໂດຍສະເພາະ ໃນ ພື້ນທີ່ຫ່າງໄກ ຊຶ່ງເຮັດໃຫ້ ການເບີກເງິນເດືອນ ຊ້າ.