ຣັຖບານ ຈະບໍ່ປັບຂຶ້ນເງິນເດືອນ ພະນັກງານຣັຖ

ພູວົງສ໌
2018.12.10
ຄູຣສອນໜັງສື ໃຫ້ນັກຮຽນ ຢູ່ ສປປລາວ
Courtesy of room to read.org

ເປັນປະເດັນ ທີ່ໄດ້ຮັບຄວາມສົນໃຈ ຈາກມະຫາຊົນຫຼາຍສົມຄວນ ພາຍຫຼັງທີ່ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ໄດ້ປະກາດ ຈະບໍ່ ຂຶ້ນເງິນເດືອນ ໃຫ້ແກ່ພະນັງານຣັຖກອນໃນທົ່ວປະເທສ ໃນສົກປີງົປມານປີ 2019 ທີ່ຈະມາເຖິງນີ້, ເຮັດໃຫ້ ຫຼາຍຄົນ, ໂດຍສະເພາະ ພະນັກງານ ຊັ້ນຜູ້ນ້ອຍ ຕ່າງກໍ ອອກມາສະແດງ ທັສນະຕ່າງໆ ຜ່ານສື່ສັງຄົມອອນລາຍ ຕໍ່ການຕັດສິນໃຈ ຂອງຣັຖບານ ທີ່ຈະບໍ່ຂຶ້ນ ເງິນເດືອນໃນປີໜ້າ.

ພະນັກງານຣັຖກອນຊັ້ນຜູ້ນ້ອຍ ໃນແຂວງພາກໃຕ້ ຂອງລາວນາງນຶ່ງ ໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 28 ພຶສຈິກາ ຜ່ານມານີ້ວ່າ ພະນັກງານ ສັງກັດຣັຖຫຼາຍຄົນ ຕ່າງກໍຮູ້ສຶກຜິດຫວັງ ແລະ ທໍ້ຖອຍໃຈ ພາຍຫຼັງທີ່ໄດ້ຍິນຂ່າວ ການປະກາດ ຈະບໍ່ຂຶ້ນເງິນເດືອນ ໃຫ້ແກ່ ພະນັກງານຣັຖກອນ ໃນທົ່ວປະເທສ ໃນສົກປີ ງົປມານ ທີ່ຈະມາເຖິງນີ້, ເຊິ່ງຫຼາຍຄົນ ກໍຫວັງວ່າ ເງິນເດືອນ ຂອງຕົນ ຈະຖືກປັບຂຶ້ນ ຕາມປີການ ທີ່ໄດ້ບົ່ງໄວ້ ໃນຣະບຽບພະນັກງານ ເພື່ອຕອບສນອງ ໃຫ້ສົມສ່ວນກັບຄ່າຄອງຊີພ, ແຕ່ຖ້າບໍ່ມີການເພີ້ມເງິນເດືອນ ຕາມທີ່ ນາຍົກໄດ້ກ່າວ ກໍຈະຕ້ອງ ໄດ້ຍອມຮັບ ຄຳປະກາດນັ້ນ ແລະ ບໍ່ສາມາດຕໍ່ວ່າຫຍັງໄດ້. ດັ່ງຍານາງ ໄດ້ກ່າວຕອນນຶ່ງວ່າ:

“ມັນບໍ່ເຫຼືອແທ້ ກະຕັດຫັ້ນຕັດໜີ້ອີກໄດ໋ ບໍ່ແມ່ນວ່າຊິໄດ້ມາເບິດໄດ໋ ບໍ່ຈັກວ່າຄ່າຊາວໜຸ່ມ, ແມ່ຍິງ, ກັມມະບານ. ຈັກໜ່ອຍເປີດປະຊຸມນັ້ນ ເປີດປະຊຸມນີ້ອີ່ຫຍັງ, ຄ່າເສື້ອນັ້ນຫັກນີ້ ກິລາຄົບທຸກຢ່າງ, ຊົ່ວຊິເຫຼືອມາ ມັນກະບໍ່ໄດ້ໃຈ. ກະຈົ່ມເບິດຫັ້ນແຫຼະ ຫາກປຽບເໝືອນ ແບບວ່າ ເຮົາຫາກເປັນຜູ້ນ້ອຍ ເພິ່ນພັດເປັນຜູ້ໃຫຍ່ ປຽບເໝືອນແບບໝາເຫົ່າເຄື່ອງບິນ ຄືເຂົາເວົ້າຫັ້ນແຫຼະ, ເຮົາເວົ້າເຮົາກະພໍໄດ້ແຕ່ເວົ້າຊື່ໆຫັ້ນນ່າ. ແນວທາງເພິ່ນຢາກເຮັດແນວໃດ ເພິ່ນກະຕ້ອງໄດ້ເຮັດຢູ່ດີ, ຫັ້ນນ່າ. ເຮົາກະພໍແຕ່ໄດ້ເວົ້າ ເໝື່ອຍໃນປາກຊື່ໆ.”

ຍານາງກ່າວຕື່ມວ່າ ສູ່ມື້ນີ້ ຄ່າຄອງຊີພກໍນັບມື້ນັບຖີບໂຕສູງຂຶ້ນ ຫຼາຍຢ່າງກໍຕ້ອງໃຊ້ເງິນ ເປັນຕົ້ນວ່າ ການໄປຫາ ແພດ ແລະ ໝໍ ກໍຕ້ອງໃຊ້ ເງິນຫຼາຍ, ເຊິ່ງຫຼາຍຄົນກໍກັງວົນ ຄົງຈະດຳເນີນຊີວິຕຍາກລຳບາກ.

“ເສຖກິຈບ້ານເຮົາ ກະພັດຄືແບບນີ້ເນາະ ຄ່າຄອງຊີພພັດສູງ ຄ່າໃຊ້ຈ່າຍທຸກສິ່ງທຸກຢ່າງ ອີ່ຫຍັງຕ້ອງໃຊ້ເງິນທຸກຢ່າງຫັ້ນນ່າ. ອັນຕະຣາຍ ເລີຍແຫຼະ, ຄັນວ່າໄປຫາໝໍ ໃຊ້ບັດປະກັນສັງຄົມ ແພດໝໍ ເຂົາບໍ່ເຄີຍໃສ່ໃຈ ສົນໃຈເລີຍແຫຼະ ເຂົາບໍ່ໄດ້ເງິນເດຊັ້ນ. ມີຫຍັງກະແພງໄປເໝິດ ການຢູ່ ການກິນ ຊິຢູ່ລອດບໍ່ບຸຄັນວ່າເປັນແບບນີ້.”

ໃນນາມຣັຖບານ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ທີ່ພວມດຳເນີນຢູ່ນີ້ ເມື່ອວັນທີ 28 ພຶສຈິກາ ນັ້ນວ່າ ມັນມີຄວາມຈຳເປັນ ທີ່ຈະຕ້ອງໂຈະ ການປັບຂຶ້ນເງິນເດືອນໃຫ້ແກ່ພນັກງານຣັຖກອນ ໃນທົ່ວປະເທສ ເນື່ອງຈາກຣັຖບານ ປະສົພກັບສະພາວະຂາດແຄນງົປມານຢ່າງໜັກ ແລະ ທ່ານຂໍໃຫ້ພນັກງານຣັຖ ແລະ ສມາຊິກພັກທຸກຄົນ ເສັຽສະຫຼະ, ອົດທົນ ແລະ ເຫັນໃຈຣັຖບານ ໃນສພາວະທີ່ຣັຖບານພວມປະສົພບັນຫາຂາດເຂີນງົປມານຢູ່ນີ້.

“ດຽວນີ້, ຈຳນວນຣັຖກອນແບບນີ້ ພວກເຮົາຈະຂຶ້ນເງິນເດືອນ ກະບໍ່ໄດ້ຫັ້ນເດ. ກໍໄດ້ສເນີຂໍອະນຸຍາດ ນຳສະມາຊິກພັກ, ຣັຖກອນ ພະນັກງານ ຂອງພວກເຮົາ ໃຫ້ອົດທົນໄປກ່ອນໄລຍະນຶ່ງ ເພື່ອປັບປຸງກັນໄປກ່ອນ ອັນນີ້ ກະຂໍໃຫ້ເຫັນໃຈ ຂໍໃຫ້ເຫັນໃຈ.”

ນອກຈາກນີ້, ພະນັກງານຣັຖກອນ ໃນແຂວງ ຈຳປາສັກ ນາງນຶ່ງ ກໍໄດ້ໃຫ້ທັສນະ ໃນທຳນອງດຽວ ກັບພະນັກງານ ຣັຖກອນໃນແຂວງ ພາກໃຕ້ ວ່າ ເຖິງຈະຮູ້ສຶກ ບໍ່ພໍໃຈ ຕໍ່ຄຳປະກາດ ຂອງຣັຖບານ, ແຕ່ກໍຄົງຮຽກຮ້ອງຫຍັງບໍ່ໄດ້ ແລະ ຕ້ອງໄດ້ທັມໃຈ.

“ໄທເຮົາ ກະເສັຽໃຈ ຢູ່ແຕ່ວ່າ ບໍ່ປັບເຮົາກໍບໍ່ໄດ້ມີສິທ ຮຽກຮ້ອງຫຍັງ ກັບເພິ່ນແຫຼະ ແລ້ວແຕ່ເພິ່ນ ແຕ່ວ່າຮຽກຮ້ອງ ສຳລັບບຸກຄົນ ມັນກໍຄິດ ຫັ້ນແຫຼະ ເພາະວ່າ ເງິນເດືອນມັນກໍ່ໜ້ອຍ ແລ້ວເພິ່ນກໍຍັງຊິປັບຫັ້ນນ່າ ເພາະວ່າເງິນເດືອນ ມັນກໍບໍ່ໄດ້ຫຼາຍ ລ້ານປາຍ ຄັນວ່າຍາກ ກໍຍາກຢູ່ ຄັນເປັນໄປໄດ້ ຢາກໃຫ້ເພິ່ນເສີມຂື້ນໂຕນີ້.”

ເຫຕຜົລ ທີ່ພະນັກງານຣັຖກອນ ຈົ່ມວ່າ ເງິນເດືອນ ບໍ່ພໍກັບຄ່າຄອງຊີພ ທີ່ສູງຂຶ້ນນັ້ນ ສ່ວນນຶ່ງກໍຍ້ອນວ່າ ຣາຄາຄ່າໃຊ້ຈ່າຍຈຳເປັນ ພື້ນຖານ ເປັນຕົ້ນວ່າ ຣາຄາເຂົ້າສານຈາກປີກາຍນີ້ ເຂົ້າຈ້າວລາວຂາຍຣາຄາໝື່ນລະ 90,000 ກີບ, ແຕ່ຕົກມາປີນີ້ ເຂົ້າຈ້າວລາວຂາຍຣາຄາໝື່ນລະ 100,000 ຫາ 110,000 ກີບ, ອີງຕາມ ການບອກເລົ່າ ຂອງແມ່ຄ້າ ຂາຍເຂົ້າສານ ທີ່ຕລາດຫ້ວຍຫົງ ໃນນະຄອນຫຼວງວຽງຈັນ. ເມື່ອຕົ້ນປີ ທີ່ຜ່ານມາ, ຣາຄາຄ່າໂດຍສານ ກໍມີການປັບຂຶ້ນ ໂຕຢ່າງ ຄ່າຣົດເມໂດຍສານ ປະຈຳທາງ ຈາກຕລາດເຊົ້າ-ທ່າເດື່ອ, ເມື່ອປີກາຍ ເກັບ 6,000 ກີບຕໍ່ຄົນຕໍ່ຄັ້ງ ກໍໄດ້ປັບມາເປັນ 8,000 ກີບຕໍ່ຄົນຕໍ່ຄັ້ງ, ອັນເປັນ 1 ໃນຫຼາຍໆຢ່າງ ທີ່ເປັນໂຕສະທ້ອນວ່າ ຄ່າໃຊ້ຈ່າຍຕ່າງໆ ໃນຊີວິຕປະຈຳວັນ ໄດ້ຖີບໂຕສູງຂຶ້ນ ທີ່ສວນທາງກັບເງິນເດືອນທີ່ໄດ້ຮັບ.

ປັດຈຸບັນ, ເງິນເດືອນພະນັກງານ ຣັຖກອນໃນລາວ ຖືວ່າ ຕ່ຳຫຼາຍກວ່າຄວາມເປັນຈິງ ແລະ ບໍ່ສາມາດຕອບສນອງ ກັບຄ່າຄອງຊີພ ໃນຊີວິຕປະຈຳວັນ ທີ່ນັບມື້ນັບສູງຂຶ້ນໄດ້ຢ່າງສົມສ່ວນ. ເປັນຕົ້ນວ່າ ເງິນເດືອນພື້ນຖານ ຂອງພະນັກງານຣັຖກອນ ທີ່ເຣີ້ມເຮັດວຽກໃໝ່ ກໍພຽງແຕ່ປະມານ 900,000 ກີບ ຫຼືປະມານ 100 ປາຍໂດລາສະຫະຣັຖ. ຖ້າຜູ້ທີ່ມີວຸທທິ ການສຶກສາທີ່ສູງແດ່ ກໍຈະໄດ້ປະມານ 1,200,000 ກີບ ຫາ 1,400,000 ກີບ ຫຼືປະມານ 140-170 ປາຍໂດລາສະຫະຣັຖເທົ່ານັ້ນ, ເຊິ່ງຫຼາຍຄົນກໍຈົ່ມວ່າ ບໍ່ພຽງພໍ ກັບການໃຊ້ຈ່າຍໃນແຕ່ລະເດືອນເລີຍ.

ເມື່ອປີ 2016 ທີ່ຜ່ານມາ, ບໍຣິສັດ ijobs ຈຳກັດ, ເຊິ່ງເປັນບໍຣິສັດ ປະກາດຕຳແໜ່ງງານຊັ້ນນຳໃນລາວ ໄດ້ມີການສຳຣວຈແລະປະເມີນວ່າ ເງິນເດືອນພື້ນຖານ ຂັ້ນຕ່ຳທີ່ສຸດ ສຳລັບພະນັກງານ ທັງພາກຣັຖ ແລະ ເອກະຊົນ ທີ່ຕ້ອງປະຢັດທີ່ສຸດ ຕ້ອງຢູ່ປະມານ 1,500,000 ກີບ ຕໍ່ຄົນຕໍ່ເດືອນ ຈຶ່ງຈະສາມາດ ຕອບສນອງກັບຄ່າຄອງຊີພ ປັດຈຸບັນຢູ່ໃນລາວ, ໂດຍສະເພາະໃນນະຄອນຫຼວງວຽງຈັນ. ພະນັກງານຣັຖ ຫຼາຍຄົນເວົ້າວ່າ ໃນຄວາມເປັນຈິງແລ້ວ, ຄ່າໃຊ້ຈ່າຍ ຍິ່ງສູງກວ່ານີ້ ເພາະທຸກຢ່າງ ລ້ວນແຕ່ຕ້ອງໃຊ້ເງິນ ເປັນຕົ້ນວ່າ ເຮືອນກໍເຊົ່າ ເຂົ້າກໍຊື້ ເຮັດໃຫ້ຣາຍຮັບ ບໍ່ພຽງພໍຕໍ່ການໃຊ້ຈ່າຍ. ນີ້ຍັງບໍ່ນັບລວມຄ່າໃຊ້ຈ່າຍອື່ນໆ ບໍ່ວ່າຈະເປັນການຈ່າຍ ເງິນຄ່າໂຮງຮຽນລູກ, ອຸປະກອນ ການຮຽນລູກ ສຳລັບຜູ້ມີຄອບຄົວ ແລະ ຄ່າໃຊ້ຈ່າຍອື່ນໆ ເມື່ອເຈັບເປັນເອັນອຸ່ນ ທີ່ຕ້ອງໄດ້ໄປໂຮງໝໍ.

ຫຼ້າສຸດ, ບົດຣາຍງານ ຈາກທະນາຄານໂລກປະຈຳລາວ ໃນເດືອນມິຖຸນາ 2018 ໄດ້ຊີ້ແຈງວ່າ ປະຊາຊົນລາວ ໃນເຂດນະຄອນຫຼວງວຽງຈັນ ຕ້ອງຈ່າຍຄ່າອາຫານ ເຊັ່ນວ່າ ຄ່າເຂົ້າ ແລະ ຜັກ ສູງກວ່າເຂດອື່ນໆໃນລາວ ໝາຍຄວາມວ່າ ປະຊາຊົນໃນເຂດນະຄອນຫຼວງວຽງຈັນ ຍິ່ງມີຄ່າໃຊ້ຈ່າຍສູງ ແລະ ເມື່ອເຮົາຄຶດເຫັນພະນັກງານຣັຖກອນຊັ້ນຜູ້ນ້ອຍ ທີ່ໄດ້ຮັບເງິນເດືອນໜ້ອຍຢູ່ແລ້ວ ກໍຍິ່ງຈະເຫັນພາບໄດ້ແຈ້ງ ຂຶ້ນຕື່ມວ່າ ເຂົາເຈົ້າຈະໄດ້ຮັບຄວາມລຳບາກ ຫຼາຍຂຶ້ນຕື່ມສ່ຳໃດ ເມື່ອຣັຖບານປະກາດບໍ່ຂຶ້ນເງິນເດືອນໃນປີ 2019 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.