ພະນັກງານ ເກັບກູ້ຣະເບີດ ໄດ້ເງິນຮັບແລ້ວ
2019.07.06
ທິມງານ ເກັບກູ້ຣະເບີດ ທີ່ຕົກຄ້າງ ແຕ່ປາງສົງຄາມ ແລະ ຍັງບໍ່ທັນແຕກ ຢູ່ແຂວງ ຈໍາປາສັກ ແລະ ອັດຕະປື ລວມ 200 ປາຍຄົນ ໄດ້ຮັບ ເງິນເດືອນ ຈາກອົງການ UXO ຂອງຣັຖບານລາວ ທີ່ໄດ້ຮັບເງິນຊ່ອຍເຫຼືອ ເກັບກູ້ຣະເບີດ ທັງ 6 ເດືອນນັ້ນແລ້ວ ພາຍຫຼັງ ທີ່ບໍ່ໄດ້ຮັບ ຕັ້ງແຕ່ ວັນທີ 1 ມົກຣາ ມາ. ພະນັກງານ ເກັບກູ້ຣະເບີດ ແຕ່ລະຄົນ ຈະໄດ້ເງິນເດືອນ ຣະຫວ່າງ 2 ລ້ານກີບ ຫາ 5 ລ້ານກີບ ຂຶ້ນຢູ່ກັບ ໜ້າວຽກ, ອີງຕາມຄໍາເວົ້າ ຂອງພະນັກງານ ເກັບກູ້ຣະເບີດ ບໍ່ທັນແຕກ ແຂວງຈໍາປາສັກ ຕໍ່ ອາຣ໌ ແອັຟ ເອ (RFA) ໃນມື້ວັນທີ 4 ກໍຣະກະດານີ້. ທ່ານກ່າວ ຕອນນຶ່ງວ່າ:
“ຖືໄດ້ແຕ່ມື້ວານ ເພິ່ນໂອນເຂົ້າ ບັນຊີວານນີ້. ຕັ້ງແຕ່ ເດືອນ 1 ຮອດເດືອນ 6 ພໍດີ ຖືວ່າຄົບ 6 ເດືອນ ມີແຕ່ສ່ວນຫຼາຍ ການເງິນ ເປັນຜູ້ ອັນນັ້ນ ມີແຕ່ເພິ່ນວ່າ ບໍ່ໄດ້ ເຮົາກໍບໍ່ໄດ້ ນໍາເພິ່ນເທົ່ານັ້ນເດ໊.”
ທ່ານກ່າວຕື່ມວ່າ ເງິນເດືອນ ທີ່ໄດ້ມາ ບາງຄົນ ໃນທິມງານ ເກັບກູ້ຣະເບີດ ແຂວງຈໍາປາສັກ 150 ປາຍຄົນນັ້ນ ຈະນໍາໄປໃຊ້ໜີ້ ທີ່ຢືມມາ ເພື່ອເປັນຄ່າຢູ່ຄ່າກິນ ຂອງຕົນ ແລະ ຄອບຄົວ ໃນໄລຍະ 6 ເດືອນ ທີ່ບໍ່ໄດ້ຮັບເງິນເດືອນນັ້ນ:
“ຮ້ວຍ ຂນາດ 3 ເດືອນ ຍັງພໍແຮງ 6 ເດືອນຮີ້ຕີ໊ ພາກສນາມ ເຂົາກໍຈົ່ມຮ່ວຍໆ ໃຊ້ໜີ້ໃຊ້ສິນຕິ 6 ເດືອນ ບໍ່ໄດ້ ນັບແຕ່ເດືອນ 1 ມານີ້ ກິນເຂົ້າ ເຈົ້າຕິ ຢືມກິນ ຕິດໜີ້ ພະນັກງານ ອ້າຍນ້ອງເຮົາ ພາກສນາມ ກໍດາຍ ບໍ່ຊ່າງວ່າ ເງິນດອກຕີ໊ ແສນນຶ່ງ ຕໍ່ 20 ສ່ວນ ທີ່ເຫຼືອ ກໍໄປ ຊື້ຂອງກິນ ຂອງຢາກ ເກັບໄວ້ ເພາະວ່າ ຢ້ານໄປມີບັນຫາອີກ.”
ແລະ ເຈົ້າໜ້າທີ່ ເກັບກູ້ຣະເບີດ ອີກ 2 ຄົນ ກໍເວົ້າວ່າ ຣາຍໄດ້ຫຼັກ ຂອງພວກເຂົາເຈົ້າ ສ່ວນໃຫຍ່ ແມ່ນເງິນເດືອນ ໃນຖານະ ເປັນພະນັກງານ ເກັບກູ້ຣະເບີດບໍ່ທັນແຕກ ເຮັດວຽກ ແຕ່ວັນຈັນ ເຖິງ ວັນສຸກ. ສ່ວນວັນເສົາ ແລະ ອາທິດ ບາງຄົນ ກໍເຮັດໄຮ່ເຮັດສວນ ຊ່ອຍຄອບຄົວ ແລະ ຄອງຖ້າ ແຕ່ເງິນເດືອນອອກ.