ພາຽຫຼັງທີ່ຣັຖບານລາວ ປະກາສໂຈະການໃຫ້ເງິນອຸດໜຸນຄ່າຄອງຊີບ ແກ່ພະນັກງານຣັຖກອນໃນທົ່ວປະເທດ ທີ່ເລີ່ມປະຕິບັດ ມາແຕ່ເດືອນ ຕຸລາ 2013 ປາກົດວ່າ ນອກຈາກຈະບໍ່ໄດ້ເງິນ ອຸດໜຸນແລ້ວ ເງິນເດືອນກໍ່ຍັງບໍ່ໄດ້ ນຳອີກ, ໂດຽສະເພາະພະນັກງານຄຣູ ໃນທົ່ວປະເທດ ຍັງບໍ່ທັນໄດ້ເງິນເດືອນ ເກືອບຮອດ 3 ເດືອນແລ້ວ.
ຕໍ່ບັນຫານີ້ ເຮັດໃຫ້ພະນັກງານຄຣູຫຼາຽຄົນພາກັນຈົ່ມວ່າ ພວກຕົນມີຄວາມເດືອດຮ້ອນຫຼາຽທີ່ສຸດເມື່ອໄປຖາມຜູ້ອຳນວຍການຍາມໃດເພິ່ນກໍ່ວ່າ ມື້ອື່ນຊິ່ອອກ, ຄໍາວ່າມື້ອື່ນນັ້ນໄດ້ຍິນຈົນຊິນແລ້ວ ເລີຍບໍ່ຮູ້ວ່າມື້ໃດແທ້. ພະນັກງານຄຣູນາງໜຶ່ງທີ່ສອນຢູ່ຊັ້ນມັທຍົມໃນນະຄອນຫຼວງວຽງຈັນ ຜູ້ ຂໍສງວນຊື່ຈົ່ມວ່າ:
“10, 11, 12 ລະນີ້ນ່ະ 3 ເດືອນລະ, ຂະເຈົ້າກະພາກັນ ຮ້ອງອ້າກໆໂອ້ຽໆລະນີ້ນ່ະ, ຄ່າຄອງຊີບ 760,000 ກີບກະຕັດ, ຈັກເຮົາຊິໄດ້ເທົ່າ ໃດ ເຮົາກໍ່ບໍ່ຮູ້ບໍ່ເຫັນອີກ. ຊິ່ເວົ້າໄດ້ເບາະ ເວົ້າຫຍັງບໍ່ໄດ້, ເຈົ້າເວົ້າເຈົ້າກະໄປຫາເຫົາໃສ່ຫົວໂຕເອງ ດຽວນີ້ໄດ້ຍິນການເງິນເມືອງເວົ້າຫັ້ນນ່າ ວ່າເງິນບໍ່ເຂົ້າງົບປະມານ".
ພະນັກງານຄຣູພວມຕົກຢູ່ໃນສະພາບລໍາບາກທີ່ສຸດ ຍ້ອນບໍ່ໄດ້ຮັບເງິນມາຫຼາຽເດືອນແລ້ວ ເຖິງວ່າໄດ້ກໍຈະໜ້ອຽລົງ ໃນຂະນະທີ່ ຄ່າຄອງຊີບ ກໍສູງຂຶ້ນທຸກມື້. ໃນຄອບຄົວທີ່ທັງຜົວ-ເມັຽເປັນຄຣູ ຍິ່ງມີຄວາມລໍາບາກ ເພາະຕ້ອງອີງໃສ່ແຕ່ ເງິນເດືອນເທົ່ານັ້ນ. ສ່ວນຄອບຄົວທີ່ ເມັຽຫຼືຜົວ ເປັນຄຣູ ແຕ່ອີກຜູ້ນຶ່ງເຮັດຄ້າຂາຽ ກໍ່ພໍຊ່ອຍກັນໄປ.
ເຖິງຢ່າງໃດກໍຕາມ ພະນັກງານຄຣູທັງຫຼາຽ ກໍບໍ່ມີສິດທວງຖາມເອົາເງິນເດືອນຂອງຕົນ ໄດ້ໂດຍຕລອດອີກ ຖ້າທວງຖາມຫລາຍກໍ່ຈະຖືກຕຳນິ ສົ່ງຂ່າວລົງວິນັຍ ຫຼືອາດເຖິງຂັ້ນໄລ່ອອກໄດ້.