ຊາວເມືອງຕະໂອ້ຍຫຼາຍຄົນຍັງ ບໍ່ໄດ້ ຄ່າຊົດເຊີຍ
2014.09.29
ຊາວເມືອງ ຕະໂອ້ຍ ແຂວງ ສາຣະວັນ ເປີດເຜີຍ ວ່າ ປັດຈຸບັນ ຊາວບ້ານ ໃນເຂດ ສໍາປະທານ ປູກພືດ ອຸດສາຫະກັມ ຂອງ ບໍຣິສັດ ເພັດດາລາ ຍັງມີ ຫຼາຍຄົນ ຍັງ ບໍ່ໄດ້ຮັບ ຄ່າຊົດເຊີຍ ທີ່ດິນ ຂອງ ພວກຕົນ ທີ່ ເສັຽໄປ:
"ກໍຍ້ອນມີ ບັນຫາ ກໍແມ່ນ ບ້ານ ປະຈູດອນ ຄືກັນ ບໍຣິສັດ ເພັດດາຣາ ຮັ້ນຢ້ານ ມີບັນຫາ ເພັດດາຣາ ນີ້ສິລ້ຽງ ປະຊາຊົນ ຮັ້ນນະ ເດັກ ນ້ອຍຮັ້ນ ເດືອນນຶ່ງ 18 ໂລ ເຂົ້າກິນ ຮັ້ນນະ ຜູ້ໃຫຍ່ ເດືອນນຶ່ງ 20 ໂລ ບຸກເບີກນາ ໃຫ້ ປະຊາຊົນ ອີກ ແລ້ວເອົາໄຟ ດືງໃຫ້ ແຕ່ລະ ຄອບຄົວ ທີ່ຍັງບໍ່ທັນ ມີຫັ້ນອີກ ຜ່ານມາ ບໍ່ມີ".
ທ່ານກ່າວ ຕໍ່ໄປວ່າ ຍ້ອນບໍ່ໄດ້ ຮັບ ຄ່າຊົດເຊີຍ ຄວາມເສັຽຫາຍ ຈາກ ບໍຣິສັດ ຊາວບ້ານ ຈຶ່ງໄດ້ ພຍາຍາມ ຟ້ອງຮ້ອງ ຕໍ່ ທາງການ ໄດ້ ສົ່ງ ຕົວແທນ ໄປເວົ້າກັບ ບໍຣິສັດ ແລ້ວ ແຕ່ຍັງ ບໍ່ທັນ ໄດ້ຮັບ ການ ຊ່ວຍເຫລືອ ເທື່ອ, ບໍຣິສັດ ເພັດດາຣາ ຍັງບໍ່ຍອມ ຈ່າຍຄ່າ ຊົດເຊີຍ ຄວາມເສັຽຫາຍ ໃຫ້.
ທີ່ຜ່ານມາ ມີການຮ້ອງຂໍ ໃຫ້ທາງ ບໍຣິສັດ ຊົດເຊີຍ ທີ່ດິນໃຫ້ ຊາວບ້ານ ແຕ່ມີພຽງ ປະມານ ບໍ່ເທົ່າໃດ ຄອບຄົວ ໄດ້ຮັບ ໂດຍທາງ ບໍຣິສັດ ບຸກເບີກ ດິນ ໃຫ້ໃໝ່ ໃນ ເນື້ອທີ່ 10 ເຮັກຕາ ແລະ ຕິດຕັ້ງ ໄຟຟ້າໃຫ້. ສ່ວນອີກ ຫລາຍຄອບຄົວ ຍັງບໍ່ທັນ ໄດ້ຮັບ ເຮັດໃຫ້ ປະຊາຊົນ ມີຄວາມ ເດືອດຮ້ອນ ຍ້ອນບໍ່ມີ ທີ່ດິນ ປູກຝັງ. ດັ່ງນັ້ນ ພວກເຂົາເຈົ້າ ຈຶ່ງຂໍໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ຊ່ວຍແກ້ໄຂ.
ບໍຣິສັດ ເພັດດາຣາ ເລີ່ມ ສໍາປະທານ ທີ່ດິນ ໃນເຂດ ໝູ່ບ້ານ ປະຈູດອນ ໃນເນື້ອທີ່ ປະມານ 250 ເຮັກຕາ ໃນປີ 2006 ເພື່ອປູກ ໝາກ ເຍົາ ໄດ້ເຮັດສັນຍາ ກັບ ຫລາຍ ຄຸ້ມບ້ານ ໃນ ເຂດ ດັ່ງກ່າວ ວ່າຈະເຊົ່າ ດິນ ປະຊາຊົນ ເຮັກຕາ ນຶ່ງ ລ້ານກີບ ຕໍ່ປີ ແລະ ມີສັນຍາ ແບບ 2+3 ຄື: ປະຊາຊົນ ແມ່ນດິນ ແລະ ແຮງງານ ສ່ວນ ບໍຣິສັດ ແມ່ນທຶນ, ເທັກນິກ, ແລະ ແນວພັນ ໂດຍຈະແບ່ງ ກໍາໄຣ ຕາມການ ຕົກລົງ ກັນ. ແຕ່ ທີ່ຜ່ານມາ ຊາວບ້ານ ບັງບໍ່ໄດ້ຮັບ ຜົລປໂຍດ ຕາມ ທີ່ ທາງ ບໍຣິສັດ ໃຫ້ສັນຍາ ເອົາໄວ້.